Tuesday, May 14, 2024
Homeບຸນປະເພນີບຸນພຣະທາດສາມປາງ ເມືອງສຸຂຸມາ ຈະຈັດຂຶ້ນໃນວັນທີ 23-25 ມັງກອນ

ບຸນພຣະທາດສາມປາງ ເມືອງສຸຂຸມາ ຈະຈັດຂຶ້ນໃນວັນທີ 23-25 ມັງກອນ

ແຫລ່ງຂ່າວຈາກ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ການກະກຽມສະເຫລີມສະຫລອງບຸນນະມັດສະການພະທາດສາມປາງ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ຂອງເມືອງສຸຂຸມາ ແຂວງຈໍາປາສັກ ແມ່ນມີຄວາມພ້ອມໃນແຕ່ລະດ້ານເປັນສ່ວນຫລາຍ ເພື່ອຮອງຮັບໃຫ້ກັບແຂກ ກໍຄື ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະມາທ່ຽວພາຍໃນງານໃຫ້ມີຄວາມປະທັບໃຈ ເຊິ່ງງານດັ່ງກ່າວຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 23-25 ມັງກອນ 2024 ນີ້.

ທ່ານ ສົມເພັດ ບຸດສະດີ ເຈົ້າເມືອງສຸຂຸມາ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 18 ມັງກອນ 2024 ຜ່ານມາ ກ່ຽວກັບຄວາມພ້ອມແຕ່ລະດ້ານ ເຊິ່ງເຫັນວ່າມາຮອດປັດຈຸບັນການກະກຽມສ່ວນໃຫຍ່ແມ່ນມີຄວາມພ້ອມ ເພື່ອຮັບປະກັນເຮັດໃຫ້ງານດັ່ງກ່າວ ມີບັນຍາກາດຄຶກຄື້ນສົມກັບງານເປີດປີທ່ອງທ່ຽວລາວ, ພ້ອມນີ້ພາຍໃນງານຈະມີຫລາຍກິດຈະກຳ ເພື່ອສ້າງສີສັນໃຫ້ແກ່ງານຢ່າງມີຄວາມໝາຍ ຄື: ໃນວັນທີ 23 ມັງກອນ 2024 ເປັນມື້ຕັ້ງ ໄດ້ມີການກະກຽມເຄື່ອງໄຊຍະທານ, ຕັ້ງກອງບຸນ 3 ກອງ; ວັນທີ 24 ມັງກອນ 2024 ເລີ່ມແຕ່ເວລາ 15 ໂມງແມ່ນມີຂະບວນແຫ່ຂອງການນໍາແຂວງ,​ ການນໍາ​ເມືອງ, ກ້ອນກໍາລັງເຖົ້າແກ່ແນວໂຮມ,​ ຄູ​ -​ ອາຈານ​ ແລະ​ ປະຊາຊົນ​ ແຫ່ອ້ອມທາດສາມປາງ​ 3 ຮອບ​ ແລະ​ ຈູດທູບທຽນສັກກາລະບູຊາ​ພຣະທາດ, ຮັບຊົມການສະແດງສິລະປະຂອງນ້ອງນັກຮຽນ, ເປີດງານນະມັດສະການພຣະທາດສາມປາງ​ ຢ່າງເປັນທາງການ ແລະ ໃນຕອນຄໍ່າແມ່ນມີການປະກວດນາງທິດາພຣະທາດສາມປາງ.

ສ່ວນວັນທີ 25 ມັງກອນ 2024 ຕອນເຊົ້າ ຈະມີພິທີຕັກບາດຖວາຍສັງຄະທານແດ່ພະສົງ 50 ອົງ. ຈາກນັ້ນ, ກໍຈະມີການຊ່ວງເຮືອປະເພນີ 5 ສີພາຍ, ແຂ່ງຂັນກິລາປະເພດຕ່າງໆ ເປັນຕົ້ນ ບານສົ່ງ, ກະຕໍ້, ເປຕັງ, ທ່ຽວຊົມການວາງສະແດງສິນຄ້າທີ່ເປັນເອກະລັກຂອງເມືອງ (ໂອດັອບ) ເປັນຕົ້ນ: ເສັ້ນເຝີ, ສົ້ມປາ, ເຫລົ້າຂາວ, ຜະລິດຕະພັນກະສິກໍາ, ພືດຜັກຂອງກະສິກອນ ຈາກແຕ່ລະກຸ່ມບ້ານ. ຕອນແລງມີການຄົບງັນຕາມປະເພນີ, ຊົມໝໍລໍາເລື່ອງ ແລະ ຮ່ວມມ່ວນຊື່ນວົງດົນຕີ ດາວຮຸ່ງຈະເລີນໄຊ.​

ໂອກາດນີ້, ທ່ານເຈົ້າເມືອງສຸຂຸມາ ໄດ້ເຊີນຊວນທຸກພາກສ່ວນ,​ ທຸກອົງການຈັດຕັ້ງໃນສັງຄົມ,​ ບຸກຄົນ,​ ນິຕິບຸກຄົນ,​ ພໍ່ແມ່ປະຊາຊົນ,​ ນັກທ່ອງທ່ຽວ ທັງຢູ່ໃກ້ ແລະ​ ຢູ່ໄກ​, ທັງພາຍໃນ ແລະ​ ຕ່າງປະເທດ ຜູ້ມີເງື່ອນໄຂ​ ຈົ່ງສະຫລະເວລາ ມາຮ່ວມງານບຸນພຣະທາດສາມປາງ ນໍາ​ຄະນະພັກ​ -​ ອົງການປົກຄອງເມືອງສຸຂຸມາ ດ້ວຍ.​

ຂ່າວ-ພາບ: ຈັນທະວີສັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments