Home ບຸນປະເພນີ ນວ ກຳນົດຫຼາຍກິດຈະກຳທາງສາສະໜາ ໂອກາດປີໃໝ່ລາວ ພ.​ສ 2567

ນວ ກຳນົດຫຼາຍກິດຈະກຳທາງສາສະໜາ ໂອກາດປີໃໝ່ລາວ ພ.​ສ 2567

0
26

ເພື່ອເປັນການກະກຽມຄວາມພ້ອມ ງານສະຫຼອງບຸນປີໃໝ່ລາວ ພ.​ສ 2567 ຕິດພັນກັບປີທ່ອງທ່ຽວ 2024 ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຖະແຫຼງຂ່າວ ຂຶ້ນໃນວັນ 28 ມີນາ ນີ້ ທີ່ຫ້ອງວ່າການປົກຄອງ ນວ ໂດຍມີ ທ່ານ ຖະໜອມ ທຳທອງ ປະທານແນວລາວຊາດສ້າງ ນວ; ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນວ; ທ່ານ ພັນ ໂທ ວິລະພົງ ສະເໜ່ຫາ ຮອງຫ້ອງຕຳຫຼວດ ປກສ ນວ ທ່ານ ພັນໂທ ສັງຄົມ ພົມມະລາດ ຫົວໜ້າພະແນກ ຕຳຫຼວດ ຈະລາຈອນ ນວ ພ້ອມດ້ວຍບັນດາທ່ານຕາງໜ້າພະແນກການເມືອງ ພາກທຸລະກິດ ແລະ ສື່ມວນຊົນ ເຂົ້າຮ່ວມ.

ໂອກາດນີ້,​ ທ່ານ ຖະໜອມ ທຳທອງ ໄດ້ກ່າວວ່າ: ເທດສະການບຸນປີໃໝ່ລາວ ເປັນປະເພນີທີ່ຍິ່ງໃຫຍ່ໜຶ່ງ ຂອງຊາວລາວ ກໍຄືຊາວ ນວ ທີ່ໄດ້ສືບທອດ ປະຕິບັດມາແຕ່ບູຮານນະການ ເປັນຕົ້ນແມ່ນ ການຫົດສົງພະພຸດທະຮູບ ແລະ ພະສົງ; ຜູ້ເປັນພໍ່ ແມ່, ເຖົ້າແກ່ອາວຸໂສ ເພື່ອຂໍພອນ, ການບາສີສູ່ຂັວນ, ຕົບພະທາດຊາຍ, ພິທີຕັກບາດ ແລະ ອື່ນໆ. ໄດ້ກາຍເປັນສິ່ງໂດດເດັ່ນໃນງານສະຫຼອງບຸນປີໃໝ່ລາວ ຢ່າງເບີກບານມ່ວນຊື່ນ ແລະ ເປັນທີ່ຈັບອົກຈັບໃຈ ຂອງຜູ້ມາທ່ຽວຊົມ.

ສະເພາະ ນວ ໄດ້ກໍານົດພິທີທາງສາສະໜາ ໃນໄລຍະບຸນປີໃໝ່ລາວ ແຕ່ວັນທີ 13-16 ເມສາ 2024 ລວມ 4 ວັນ ກໍານົດຈຸດສູນລວມກິດຈະກໍາ ທາງດ້ານສາສະໜາ ມີຄື: ມື້ທີ 1 ວັນທີ 13 ເມສາ 2024 ເປັນມື້ສັງຂານລ່ວງ ມີກິດຈະກໍາທາງສາສະໜາ ເຂດຄຸ້ມເມືອງເກົ່າ (ເສັ້ນທາງເສດຖາທິລາດ/ເສັ້ນທາງວັດທະນະທໍາ) ຮ່ວມພິທີຫົດສົງພະພຸດທະຮູບ ພະເຈົ້າໃຫຍ່ອົງຕື້ ຢູ່ວັດອົງຕື້ ແລະ ຫົດສົງ ພະພຸດທະຮູບ ຢູ່ວັດອິນແປງ; ເວລາ 9:00 ໂມງ ,ຕອນບ່າຍ ເວລາ 13: 00 ໂມງ ພິທີແຫ່ພະພຸດທະຮູບມິ່ງເມືອງ ເລີ່ມຈາກວັດອິນແປງ-ຫໍພະແກ້ວ-ວັດອິນແປງ.

ເຂດວັດສີເມືອງ ຫໍຫຼັກເມືອງ ຕອນເຊົ້າ ເວລາ 8:00 ໂມງ ພິທີປ່ຽນຜ້າສີຫຼັກເມືອງ ແລະ ຫົດສົງຫຼັກເມືອງ ບາສີສູ່ຂວັນ ຢູ່ວັດສີເມືອງ ແລະ ຫົດສົງຫໍຫຼັກເມືອງ.

ເຂດມໍລະດົກພະທາດຫຼວງ ພິທີຫົດສົງພະພຸດທະຮູບອົງຄໍາ ຫົດສົງພະທາດຫຼວງວຽງຈັນ ແລະ ພະເຈົ້າໄຊເສດຖາທິລາດ ໃນເວລາ 15:00-17:00 ໂມງ.

ມື້ວັນທີ 2-3 ກົງກັບວັນທີ 14-15 ເມສາ 2024 ເປັນວັນເນົາ ມີພິທີທາງສາສະໜາ ຮ່ວມພິທີຕັກບາດ ຕາມເສັ້ນທາງເສດຖາທິລາດ ທຸກໆເຊົ້າ ເວລາ 7:00 ໂມງ ແລະ ພິທີຫົດສົງພະພຸດທະຮູບ ຕາມວັດວາອາຣາມຕ່າງໆ (ເວລາ 8:00-18:00 ໂມງ)

ມື້ທີ 4 ວັນທີ 16 ເມສາ 2024 ເປັນມື້ສັງຂານຂຶ້ນປີໃໝ່ລາວ ພ.​ສ 2567 ມີພິທີຕັກບາດຢູ່ເສັ້ນທາງເສດຖາທິລາດ ແລະ ຕາມວັດວາອາຣາມ ເວລາ 7:00 ໂມງ ແລະ ພິທີຕົບພະທາດຊາຍ ເວລາ 14:00-18:00 ໂມງ ຢູ່ຕາມວັດວາອາຣາມ. ການກໍານົດຈຸດສະຫຼອງບຸນປີໃໝ່ລາວ ຂອງ 9 ເມືອງ ມີຄື: ເມືອງ ຈັນທະບູລີ ເຂດຄຸ້ມເມືອງເກົ່າ (ສູນກາງລວມ) ຕາມວັດວາອາຮາມ ເມືອງສີໂຄດຕະບອງ, ເມືອງ ໄຊເສດຖາ ພະທາດຫຼວງ, ເມືອງ ສີສັດຕະນາກ ວັດສີເມືອງ ຫໍຫຼັກເມືອງ ຕາມວັດວາອາຮາມ ເມືອງນາຊາຍທອງ ຕາມວັດວາອາຮາມ, ສວນພຶກສາ ເມືອງໄຊທານີ ຕາມວັດວາອາຮາມ; ເມືອງຫາດຊາຍຟອງ ວັດໜອງຄໍາແສນ, ວັດທົ່ງທາດ,​ ສວນຊຽງຄວນ ແລະ ຕາມວັດວາອາຮາມ; ເມືອງປາກງື່ມ ພະທາດຖິ່ນສ້ອຍ, ນ້ຳປ່ຽນຢໍລະປາ ຕາມວັດວາອາຮາມ ແລະ ເມືອງ ສັງທອງ ຫາດຊາຍບ້ານອ່າງນ້ອຍ ແລະ ຕາມວັດວາອາຮາມ.

ນອກຈາກນີ້ ບັນດາທ່ານທີ່ເຂົ້າຮ່ວມຖະແຫຼງຂ່າວຄັ້ງນີ້ ໄດ້ກ່າວເນັ້ນ ສິ່ງສຳຄັນຕ້ອງພ້ອມກັນເອົາໃຈ ໃສ່ປະຕິບັດ ຕາມຮີດຄອງປະເພນີອັນດີງາມຂອງຊາດ, ປະຕິບັດຄາມກົດລະບຽບຈະລາຈອນ ພິເສດແມ່ນເອົາໃຈໃສ່ປະຕິບັດຕາມຄຳສັ່ງແນະນຳຂອງທ່ານເຈົ້າຄອງ ນວ ໂດຍສະເພາະແມ່ນ 7 ຂໍ້ຫ້າມ ຢ່າງເຄັ່ງຂັດ ແລະ ເຂັ້ມງວດ ພ້ອມເຊີນບັນດາທ່ານຊາວພຸດທະສາສະນີກະຊົນ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ຊາວນະຄອນຫຼວງວຽງຈັນ ທຸກຊັ້ນຄົນ ເຂົ້າຮ່ວມພິທີທາງສາສະໜາ ແຕ່ລະຈຸດ ທີ່ຄະນະຮັບຜິດຊອບໄດ້ກະກຽມ ເພື່ອເປັນສີລິມຸງຄຸນໃນງານສະຫຼອງບຸນປີໃຫມ່ລາວ ພ.​ສ 2567.

(ຂ່າວ-ພາບ: ຍຸພິນທອງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here