Saturday, July 27, 2024
Homeທຸລະກິດປະຊາຊົນ 5 ກຸ່ມບ້ານ ຢູ່ເມືອງໃໝ່ ເຂົ້າຮ່ວມໂຄງການປູກຊາ ນໍາບໍລິສັດຈາກຈີນ

ປະຊາຊົນ 5 ກຸ່ມບ້ານ ຢູ່ເມືອງໃໝ່ ເຂົ້າຮ່ວມໂຄງການປູກຊາ ນໍາບໍລິສັດຈາກຈີນ

ພິທີເຊັນສັນຍາໂຄງການສົ່ງເສີມການປູກ ແລະ ເກັບຊື້ຊາ ລະຫວ່າງ ອົງການປົກຄອງເມືອງໃໝ່, ແຂວງຜົ້ງສາລີ ແລະ ບໍລິສັດ ຊາ ຈຽງເຊິນຕາຢຸຍ ລາວ ຈຳກັດຜູ້ດຽວ ຈັດຂຶ້ນໃນວັນທີ 10 ພຶດສະພານີ້ ທີ່ເມືອງໃໝ່ ແຂວງຜົ້ງສາລີ. ຕາງໜ້າເຊັນໂດຍທ່ານນາງ ວຽງຟອງ ລາວລີ ຫົວໜ້າຫ້ອງການ ແຜນການ ແລະ ການລົງທຶນເມືອງໃໝ່ ແລະ ອຳນວຍການ ບໍລິສັດ ຊາ ຈຽງເຊິນຕາຢຸຍ ລາວ ຈຳກັດຜູ້ດຽວ.

ສັນຍາຄັ້ງນີ້ ສ້າງຂຶ້ນເພື່ອເປັນຂໍ້ຜູກພັນດ້ານສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄູ່ສັນຍາໃນການສົ່ງເສີມການລົງທຶນການປູກຊາ ລະຫວ່າງອົງການປົກຄອງເມືອງ ກັບຜູ້ລົງທຶນ, ບົນພື້ນຖານຄວາມຮັບປະກັນສາມຜົນປະໂຫຍດ (ຜູ້ລົງທຶນ, ປະຊາຊົນ ແລະ ລັດຖະບານ) ເພື່ອເຮັດໃຫ້ແຕ່ລະຝ່າຍຮູ້ສິດ ແລະ ພັນທະຂອງຕົນເອງໃນການສົ່ງເສີມການປູກ ຊາ ປະຕິບັດຢ່າງເຕັມສ່ວນເພື່ອໃຫ້ບັນລຸເປົ້າໝາຍສັນຍາ.

ໂຄງການດັ່ງກ່າວ ມີປະຊາຊົນ 12 ບ້ານທີ່ນອນໃນ 5 ກຸ່ມບ້ານເຂົ້າຮ່ວມ, ມີເນື້ອທີ່ 54,70 ເຮັກຕາ ແລະ ໄດ້ເຫັນດີເປັນເອກະພາບ ກ່ຽວກັບການປູກ ແລະ ເກັບຊື້ ຊາ ຂອງບໍລິສັດ ເຊິ່ງລາຄາຄໍ້າປະກັນຕໍ່າສຸດ ຊາ 1 ຍອດ 2 ໃບ ເກັບຊື້ 10.000 ກີບຕໍ່ກິໂລກຣາມ (ຊາດິບ) ໂດຍອີງໃສ່ລາຄາຕະຫລາດພາຍໃນ ແລະ ສາກົນ, ຕາມອັດຕາແລກປ່ຽນ ເງິນກີບ ແລະ ເງິນຢວນ ແລະ ລາຄາຄໍ້າປະກັນຕໍ່າສຸດ ຊາ 1 ຍອດ 1 ໃບ ເກັບຊື້ 20.000 ກີບຕໍ່ກິໂລກຣາມ (ຊາດິບ).

#ພາບປະກອບ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments