Saturday, July 27, 2024
Homeຂ່າວຕ່າງປະເທດອົດສະຕຣາລີ- ຕູວາລູ ຈະໃຊ້ຂໍ້ຕົກລົງສະພາບອາກາດ-ຄວາມໝັ້ນຄົງຮ່ວມມືໃນປີນີ້

ອົດສະຕຣາລີ- ຕູວາລູ ຈະໃຊ້ຂໍ້ຕົກລົງສະພາບອາກາດ-ຄວາມໝັ້ນຄົງຮ່ວມມືໃນປີນີ້

ສຳນັກຂ່າວເອເອຟພີ ລາຍງານຈາກນະຄອນຊິດນີ ປະເທດອົດສະຕຣາລີ ເມື່ອວັນທີ 9 ພືດສະພາວ່າ: ອົດສະຕຣາລີ ແລະ ຕູວາລູ ໄດ້ເອກະພາບ ໃນການບັງຄັບໃຊ້ສົນທີສັນຍາດ້ານຄວາມໝັ້ນຄົງ ແລະ ສະພາບອາກາດໃນລະດັບທະວິພາຄີ ໃນປີນີ້ ເພື່ອໃຫ້ຕູວາລູ ສາມາດຂໍຮັບຄວາມຊ່ວຍເຫລືອ ຈາກອົດສະຕຣາລີ ໃນການແກ້ບັນຫາຕ່າງໆ ເຊັ່ນ: ພະຍາດແຜ່ລະບາດ, ໄພພິບັດ ແລະ ອື່ນໆ.

ໂດຍຖະແຫລງການຮ່ວມ ຂອງສອງປະເທດລະບຸວ່າ: ສອງຝ່າຍມີຄວາມຕັ້ງໃຈຈະໃຫ້ສົນທິສັນຍາມີຜົນບັງຄັບໃຊ້ ໂດຍໄວທີສຸດ ແລະ ໄດ້ຮັບການຊົມເຊີຍວ່າເປັນການຕອບສະໜອງຕໍ່ການປ່ຽນແປງຂອງສະພາບພູມອາກາດເປັນຄັ້ງປະຫວັດສາດ ຈາກການອະນຸຍາດໃຫ້ຊາວຕູວາລູ ຫລາຍກວ່າ 11.000 ຄົນ ໄດ້ມີສິດທິອາໄສຢູ່ໃນອົດສະຕຣາລີ. ນອກຈາກນີ້ອົດສະຕຣາລີ ຍັງໃຫ້ຄຳໝັ້ນສັນຍາວ່າຈະປົກປ້ອງຕູວາລູ ເມື່ອຜະເຊີນກັບໄພພິບັດທາງທຳມະຊາດພະຍາດລະບາດ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments