Wednesday, October 23, 2024
Homeບຸນປະເພນີພິທີແຫ່ຊ້າງຮຽງເກີຍ ຢູ່ນະຄອນຫລວງພະບາງ ຕິດພັນກັບສະຫລອງປີທ່ອງທ່ຽວລາວ

ພິທີແຫ່ຊ້າງຮຽງເກີຍ ຢູ່ນະຄອນຫລວງພະບາງ ຕິດພັນກັບສະຫລອງປີທ່ອງທ່ຽວລາວ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນວັນທີ 12 ເມສາ 2024 ນີ້ ຢູ່ນະຄອນ ຫລວງພະບາງ ເມືອງມໍລະດົກໂລກ ໄດ້ຈັດພິທີແຫ່ຊ້າງຮຽງເກີຍ ເພື່ອເສີມຂະຫຍາຍໃຫ້ເປັນກິດຈະກຳດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວຫລວງພະບາງ ໃຫ້ນັບມື້ຫລາຍຂຶ້ນ.

ທ່ານ ບຸນທັນ ແກ້ວມະນີຈັນ ຮອງປະທານແນວລາວສ້າງຊາດ ນະຄອນ ຫລວງພະບາງ ໄດ້ໃຫ້ສຳພາດວ່າ: ພິທີກຳການແຫ່ຊ້າງຮຽງເກີຍ ເປັນຮີດຄອງປະເພນີອັນດີງາມ ທີ່ຊາວຫລວງພະບາງ ໄດ້ສືບທອດກັນມາແຕ່ບູຮານນະການ ໃນແຕ່ລະປີໄດ້ຈັດຂຶ້ນກ່ອນບຸນປີໃໝ່ລາວ, ເຊິ່ງເປັນພິທີກໍາຄອບລາ ຫລື ບອກກ່າວການປ່ຽນສັກກະຣາຊ ປີເກົ່າໄປສູ່ສັກກະຣາຊ ຫລື ສັງກາດປີໃໝ່ ຕາມຄວາມເຊື່ອຖືມາແຕ່ບູຮານນະການ. ສຳລັບຄວາມໝາຍຄຳວ່າຊ້າງຮຽງເກີຍ ຕາມການເລົ່າຂານກັນມາຫລາຍເຊັ່ນຄົນ ສະໄໝກ່ອນແມ່ນການແອບຊ້າງກ່ອນເຂົ້າສູ່ສະໜາມຮົບ ໂດຍມີຄຳເວົ້າບາງຕອນໃນພິທີຮຽງເກີຍນັ້ນວ່າ: ສັງກາດ ສັງຂານໃໝ່ ເຈົ້າຜູ້ໃຫຍ່ ຖ່າຍປີ ຖ່າຍເດືອນ ເຈົ້າມຶງ ໃສ່ເສື້ອສີແຫລ້ ໃຫ້ມຶງຈຳ ເຈົ້າມຶງໃສ່ເສື້ອສີດຳ ໃຫ້ມຶງຈື່ ຈື່ຢ່າລັງ ສັ່ງຢ່າລືມ ຈື່ໃສ່ປຸມພາໄວ້ ຈື່ໃສ່ໄສ້ພານອນ ໃຫ້ເຈົ້າອວ່າຍໜ້າມາສູ່ ໃຫ້ເຈົ້າໝັ້ນຍືນແສນປີ ຄ້ຳບ້ານໝູນເມືອງນີ້ແລ, ເວລາອອກສູ້ຮົບນັ້ນ ເຈົ້າຢ່າໄດ້ງວກຊ້າຍ-ງວກຂວາ ໃຫ້ໄປໜ້າຕິກໆ ຄັນໄດ້ຍິນສຽງຄົນຮ້ອງໂຮ່ແຊວຢູ່ທາງໜ້າແມ່ນສັດຕູ, ເພາະ ຊ້າງ ເປັນສັດໃຫຍ່ຄູ່ບ້ານ ຄູ່ເມືອງລາວ, ໃນປາງສົງຄາມ ຄົນສ່ວນໃຫຍ່ໄດ້ຊ້າງນໍາໃຊ້ເປັນພາຫະນະສູ້ຮົບ ຄຳວ່າ: “ຮຽງ” ໝາຍເຖິງ ທຽບ, ຕິດ, ແປະ ຍັບເຂົ້າໃສ່ກັນ ແລະ ຄຳວ່າ “ເກີຍ” ແມ່ນຄຳສັບທີໄດ້ມາຈາກພາສາກຶມມຸ ທີ່ໝາຍເຖິງ ລະບຽງ, ເຊຍ ຫລື ຊານ ຂອງເຮືອນທີ່ຍົກໃຫ້ສູງຂຶ້ນ.

ໃນພິທີກຳການຊ້າງຮຽງເກີຍ ຈະມີພືດພັນທັນຍາຫານຫລາຍຢ່າງ ໃຫ້ຊ້າງກິນ ເພື່ອສ່ຽງທວາຍການກິນຂອງຊ້າງ ເຊັ່ນ: ຫຍ້າ, ກ້ວຍ, ອ້ອຍ, ຖົ່ວ, ງາ, ເຫລົ້າ, ເຂົ້າຕົ້ມ, ເຂົ້າໝົມ, ເຂົ້າໂຄບ, ເຂົ້າຂຽບ ແລະ ອື່ນໆ ຕາມຄວາມເຊື່ອ ຖ້າປີໃດຊ້າງກິນຫຍ້າ, ກິນກ້ວຍ, ກິນອ້ອຍ ກໍຈະພະຍາກອນວ່າ ປີນັ້ນດິນຟ້າອາກາດ ສະພາບການບ້ານເມືອງ ຈະສະຫງົບສຸກ ຮົ່ມເຢັນ ແລະ ນ້ຳຟ້ານ້ຳຝົນກໍຈະອຸດົມສົມບູນ, ຖ້າປີນັ້ນຊ້າງກິນເຫລົ້າ ກໍຈະພະຍາກອນວ່າ ບ້ານເມືອງຈະມີອຸປະສັກ ເຫລົ່ານີ້ເປັນຕົ້ນ, ເຊິ່ງໃນປີນີ້ ໄດ້ມີຂະບວນແຫ່ເລີ່ມຈາກໜ້າຫ້ອງວ່າການແຂວງ ມີຊ້າງເຂົ້າຮ່ວມຂະບວນແຫ່ຈຳນວນ 4 ເຊືອກ (ໂຕ) ໂດຍນຳຊ້າງມາຮຽງເກີຍຢູ່ວັດໃໝ່ ສຸວັນນະພູມມາຣາມ ພ້ອມທັງຈັດພິທີສູ່ຂວັນຊ້າງ ແລະ ແຫ່ຂະບວນໄປສືບຕໍ່ທຳພິທີ ຢູ່ລານເກີຍຊ້າງວັດຊຽງທອງຕື່ມອີກ ໂດຍມີມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດ ຮ່ວມຊົມຢ່າງຫລວງຫລາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments