Home ບຸນປະເພນີ ປີໃໝ່ລາວ ພ.ສ 2567 ນວ ມີຫຼາຍກິດຈະກຳທີ່ໜ້າສົນໃຈ

ປີໃໝ່ລາວ ພ.ສ 2567 ນວ ມີຫຼາຍກິດຈະກຳທີ່ໜ້າສົນໃຈ

0
192

ການສະຫຼອງປີໃໝ່ລາວ ພ.ສ 2567 ແຕ່ເໜືອຮອດໃຕ້, ໃນແຕ່ລະເຂດໄດ້ມີຫຼາກຫຼາຍກິດຈະກຳທາງສາສະໜາ ແລະ ມ່ວນຊື່ນທີ່ແຕກຕ່າງກັນໄປ. ໃນນັ້ນ, ການສະຫຼອງປີໃໝ່ລາວທີ່ນະຄອນຫຼວງວຽງຈັນ (ນວ) ກໍມີຫຼາຍກິດຈະກໍາທີ່ໜ້າສົນໃຈ. ສະນັ້ນ, ເຊີນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຫົດສົງພະພຸດທະຮູບ, ທຳບຸນ ແລະ ຮ່ວມມ່ວນຊື່ນກັບກິດຈະກຳຕ່າງໆ.

ປີໃໝ່ລາວ ຫຼື ເອີ້ນວ່າ: ບຸນປີໃໝ່ກຸດສົງການ ຊຶ່ງເປັນໜຶ່ງງານບຸນປະເພນີລາວທີ່ມີຄວາມໜາຍ-ຄວາມສຳຄັນໃນຮີດ 12 ຄອງ 14 ປະເພນີລາວທີ່ຈັດຂຶ້ນໃນເດືອນ 5 ລາວ ທ່າມກາງອາກາດຮ້ອນເອົ້າ. ສຳລັບການສະຫຼອງປີໃໝ່ລາວປີນີ້ ຖືວ່າເປັນປີພິເສດກໍວ່າໄດ້ຊຶ່ງແກ່ຍາວເປັນເວລາ 4 ວັນ ໂດຍກົງກັບວັນທີ 13 ຫາ 16 ເມສາ 2024 (ມື້ຂຶ້ນ 5 ຄໍ່າ ຫາ 8 ຄໍ່າ ເດືອນ 5 ລາວ ພ.ສ 2567). ພ້ອມນັ້ນ, ມີຫຼາຍຄອບຄົວຍັງຖືໂອກາດນີ້ໄປທ່ຽວ, ທຳບຸນຂຶ້ນເໜືອລົງໃຕ້, ໄປຢ້ຽມຢາມບ້ານເກີດເມືອງນອນເພື່ອສົມມາຄາລະວະພໍ່ແມ່, ຜູ້ເຖົ້າແກ່ອາວຸໂສ, ມີການບາສີສູ່ຂັວນມັດຂໍ້ຕໍ່ແຂນ. ໃນນັ້ນ, ຍັງໄດ້ຫົດສົງອວຍພອນໄຊຊຶ່ງກັນ ແລະ ກັນ ເພື່ອໃຫ້ຢູ່ດີມີແຮງ, ມີໂຊກມີໄຊຕະຫຼອດໄປ. ພ້ອມນັ້ນ, ກິດຈະກໍາການສະຫຼອງປີໃໝ່ແຕ່ເໜືອຮອດໃຕ້, ແຕ່ລະເຂດກໍຈະມີຫຼາກຫຼາຍກິດຈະກຳທາງສາສະໜາ ແລະ ມ່ວນຊື່ນທີ່ແຕກຕ່າງກັນໄປ.

ສຳລັບປີໃໝ່ລາວ ພ.ສ 2567 ນວ ໄລຍະ 4 ວັນຈະມີຫຼາກຫຼາຍກິດຈະກຳທາງສາສະໜາຄື: ມີພິທີປ່ຽນຜ້າສີຫຼັກເມືອງ, ບາສີສູ່ຂວັນ, ຫົດສົງຫຼັກເມືອງ, ຫໍຫຼັກເມືອງຢູ່ວັດສີເມືອງ, ພິທີຫົດສົງພະເຈົ້າໃຫຍ່ອົງຕື້ຢູ່ວັດອົງຕື້ ແລະ ພິທີຫົດສົງພະພຸດທະຮູບຢູ່ວັດອິນແປງ, ພິທີອັນເຊີນພະພຸດທະຮູບລົງຫົດສົງທີ່ວັດອົງຕື້, ວັດອິນແປງ, ອັງເຊີນພະອົງຄໍາລົງຫົດສົງ ພ້ອມທັງໃຫ້ມວນຊົນໄດ້ຫົດສົງພະພຸດທະຮູບຢູ່ພະທາດຫຼວງວຽງຈັນ, ຫົດສົງພະພຸດທະຮູບຕາມວັດວາອາຣາມຕ່າງໆ. ໃນນັ້ນ, ຈະມີພິທີແຫ່ພະພຸດທະຮູບຄູ່ບ້ານຄູ່ເມືອງຈາກວັດອິນແປງແຫ່ໄປຕາມເສັ້ນທາງເສດຖາທິລາດ-ລ້ຽວຂວາເຂດຫໍພະແກ້ວ-ລ້ຽວຂວາຂ້າງຫໍຄໍາ-ວັດອິນແປງ. ພ້ອມນັ້ນ, ຈະເປີດງານຕະຫຼາດນັດຢູ່ຖະໜົນວັດທະນະທໍາ, ເປີດກິດຈະກໍາມ່ວນຊື່ນຢູ່ສະໜາມກິລາເຈົ້າອານຸວົງ (ແບບສາກົນ), ຫຼິ້ນນໍ້າຢູ່ເສັ້ນທາງເສດຖາທິລາດ/ເສັ້ນທາງວັດທະນະທໍາ, ຈະເປີດຖະໜົນເສດຖາທິລາດ (ວັດອິນແປງ-ບໍລິເວນນໍ້າພຸ) ໃຫ້ມວນຊົນໄດ້ຫຼິ້ນນໍ້າ ແລະ ກິດຈະກຳອື່ນໆອີກ.

ຂ່າວ: ວັນເພັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here