Saturday, July 27, 2024
Homeຂ່າວການເມືອງລັດຖະມົນຕີ ຖວທ ຕ້ອນຮັບທູດຍີ່ປຸ່ນ ປະຈຳລາວເຂົ້າຢ້ຽມອຳລາ

ລັດຖະມົນຕີ ຖວທ ຕ້ອນຮັບທູດຍີ່ປຸ່ນ ປະຈຳລາວເຂົ້າຢ້ຽມອຳລາ

ໃນວັນທີ 9 ພຶດສະພາ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາ ຂອງ ທ່ານ ໂຄບະຢະຊິ ເຄັນອິຈິ (KOBAYASHI Kenichi) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ, ໃນໂອ ກາດສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມ ຕ້ອນຮັບ ແລະ ຕີລາຄາສູງ ຕໍ່ສາຍພົວ ພັນຄູ່ຮ່ວມມືຍຸດທະສາດ ລາວ-ຍີ່ປຸ່ນ ແລະ ສະແດງຄວາມຂອບໃຈ ທ່ານ ທູດ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊຸກຍູ້ປະກອບສ່ວນການຮ່ວມມືຂອງສອງປະເທດ ລາວ-ຍີ່ປຸ່ນ ໂດຍສະເພາະ ການຮ່ວມມືໃນຂົງເຂດຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ຮັບຜົນສໍາເລັດຫລາຍດ້ານ ເປັນຕົ້ນ ວຽກງານສົ່ງເສີມການອ່ານ, ສ້າງຫໍ ສະໝຸດຊຸມຊົນໃຫ້ແກ່ໂຮງຮຽນຕ່າງໆຂອງລາວ, ໄດ້ຊ່ວຍເຫລືອໃນການພັດທະນາບຸກຄະລາກອນທ່ອງທ່ຽວ ເພື່ອ ຍົກລະດັບດ້ານທັກສະພະນັກງານນຳທ່ຽວ. ນອກຈາກນີ້, ທຸກໆປີລັດຖະບານຍີ່ປຸ່ນ ຍັງໄດ້ສະໜັບສະໜູນຈັດການ ແຂ່ງຂັນສ້າງຮູບເງົາສັ້ນສຳລັບນັກຮຽນ, ນັກສຶກສາໄວໜຸ່ມລາວ ເພື່ອສົ່ງເສີມ ແລະ ເປີດໂອກາດໃຫ້ໄວໜຸ່ມລາວ ສະແດງຄວາມຮູ້ຄວາມສາມາດໃນການສ້າງຮູບເງົາສັ້ນ. ພ້ອມກັນນີ້, ກໍໄດ້ແລກປ່ຽນກ່ຽວກັບແຜນການຮ່ວມມື ໃນຕໍ່ໜ້າ ເພື່ອເປັນການປະກອບສ່ວນສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການ ທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ຄົບຮອບ 10 ປີ ໃນປີ 2025.

ພ້ອມນີ້, ທ່ານລັດຖະມົນຕີກະຊວງ ຖວທ ຍັງສະແດງຄວາມຫວັງວ່າ ສອງປະເທດຂອງພວກເຮົາ ຈະໄດ້ ສືບຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລາວ-ຍີ່ປຸ່ນ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ພ້ອມທັງອວຍພອນ ໃຫ້ທ່ານເອກອັກຄະຣາຊະທູດ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ແລະ ສືບຕໍ່ປະຕິບັດສຳເລັດໜ້າທີ່ໃໝ່ ທີ່ຈະຮັບການມອບໝາຍ ໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments