Tuesday, May 14, 2024
Homeບຸນປະເພນີແຂວງອຸດົມໄຊ ເປີດບຸນປະເພນີບັນດາເຜົ່າສົ່ງເສີມປີທ່ອງທ່ຽວລາວ 2024

ແຂວງອຸດົມໄຊ ເປີດບຸນປະເພນີບັນດາເຜົ່າສົ່ງເສີມປີທ່ອງທ່ຽວລາວ 2024

ແຫລ່ງຂ່າວຈາກແຂວງອຸດົມໄຊ ໃຫ້ຮູ້ວ່າ: ພິທີເປີດງານບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ທີ່ແຂວງອຸດົມໄຊ ຈັດຂຶ້ນຢ່າງເປັນທາງການໃນວັນທີ 18-20 ມັງກອນ 2024 ຢູ່ສະຫນາມກິລາແຂວງ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາແຂວງອຸດົມໄຊ, ທ່ານ ຈະເລີນ ເຢຍປ່າວເຮີ ຮອງປະທານສະພາແຫ່ງຊາດ, ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີບັນດາການນໍາພັກ-ລັດ, ຮອງເຈົ້າແຂວງ 5 ແຂວງອ້ອມຂ້າງ, ການນໍາຂອງແຂວງ, ອົງການຈັດຕັ້ງພັກ-ລັດ ທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ, ປະທານການຈັດງານ ລາຍງານຕໍ່ພິທີວ່າ: ໂດຍປະຕິບັດຕາມນະໂຍບາຍຂອງພັກ ແລະ ລັດຖະບານ ວ່າດ້ວຍການເປີດປີທ່ອງທ່ຽວລາວ ໃນປີ 2024. ການນໍາຂອງແຂວງ ໄດ້ ສົມທົບກັບອົງການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ ພ້ອມກັນກຳນົດເອົາບຸນປະເພນີບັນດາເຜົ່າເປັນກິດຈະກຳຂອງແຂວງ ເພື່ອເປັນການໂຄສະນາດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ແຂວງອຸດົມໄຊ ໃຫ້ຫລາຍຂຶ້ນ.

ຈຸດປະສົງ ແລະ ເປົ້າໝາຍ ຂອງການຈັດງານ ເປັນການສົ່ງເສີມ, ດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວລາວ, ທ່ອງທ່ຽວດ້ານວັດທະນະທຳ, ທຳມະຊາດ ຢູ່ແຂວງອຸດົມໄຊ ໃນປີ 2024 ໃຫ້ຫລາຍຂຶ້ນ, ທັງປັນການສົ່ງເສີມ, ປົກປັກຮັກສາ, ອະນຸລັກຮັກສາ ວັດທະນະທຳ ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ແລະ ເປັນການເຕົ້າໂຮມຄວາມສາມັກຄີປອງດອງ ບັນດາເຜົ່າ ພາຍໃນແຂວງ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ໂອກາດນີ້, ທ່ານ ບຸນຄົງ ຫລ້າຈຽມພອນ ໄດ້ກ່າວເປີດງານຢ່າງເປັນທາງການວ່າ: ແຂວງອຸດົມໄຊ ເປັນແຂວງທີ່ມີຈຸດພິເສດທີ່ຕັ້ງທີ່ສວຍສົດງົດງາມທາງດ້ານວັດທະນະທຳ ແລະທຳມະຊາດ ມີເງື່ອນໄຂສະດວກໃນການເດີນທາງມາທ່ອງທ່ຽວຢ້ຽມຢາມ, ມີສະຖານທ່ອງທ່ຽວ ແລະ ສະຖານທີ່ຮອງຮັບການທ່ອງທ່ຽວ, ປັດຈຸບັນ ປະຊາຊົນບັນດາເຜົ່າໂດຍສະເພາະເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າຫໍ້ ແລະ ເຜົ່າໄຕດໍາ ກຳລັງສະເຫລີມສະຫລອງປີໃໝ່ຂອງຕົນ. ດັ່ງນັ້ນອົງການປົກຄອງແຂວງຈິ່ງໄດ້ເຕົ້າໂຮມເອົາບຸນດັ່ງກ່າວມາເປັນບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2024.

ພາຍໃນງານປະກອບມີຫລາຍກິດຈະກຳ. ໃນນັ້ນ, ກິດຈະກຳຫລັກລວມມີ: ຕັ້ງເຮືອນຈໍາລອງ ທີ່ຕິດພັນວິຖີຊີວິດ ແລະ ກິດຈະກໍາ ຂອງ 4 ຊົນເຜົ່າ ຄື: ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າຫໍ້ ແລະ ເຜົ່າໄຕດໍາ; ເຮືອນຊົງລາວ ທີ່ຕາງໜ້າໃຫ້ 4 ໝວດພາສາ ໃນຈຳນວນ 12 ເຜົ່າ ຂອງແຂວງ, ງານສະແດງສິນລະປະ-ວັນນະຄະດີ, ປະກວດນາງສາວປີທ່ອງທ່ຽວແຂວງອຸດົມໄຊ ປີ 2024, ເດີນແບບເຄື່ອງຊົນເຜົ່າ ແລະ ງານຄອນເສີດ, ງານວາງສະແດງສິນຄ້າ ຕິດພັນກັບການປະກວດຜະລິດຕະພັນຫັດຖະກຳ ແລະ ກະສິກຳ (ງົວງາມ, ຊົນງົວ), ງານຕະຫລາດນັດ ແລະ ກິດຈະກຳອື່ນໆ.

ນອກຈາກກິດຈະກຳຫລັກແລ້ວ, ຍັງມີກິດຈະກຳທີ່ກຽມໄວ້ຮັບນັກທ່ອງທ່ຽວ ປະກອບມີ: ບຸນປະເພນີບັນດາເຜົ່າ ຕິດພັນກັບການສົ່ງເສີມປີທ່ອງທ່ຽວລາວ ປີ 2024, ຄາຣາວານລົດໃຫຍ່ກາງເຕັ້ນນອນທ່ຽວພູຫຍ້າຄາ ຊົມທຳມະຊາດ, ຂະບວນຢ່າງປ່າ 1 ວັນ ເພື່ອສຸຂະພາບເຂດປ່າສະຫງວນພູຫີຜີ ບ້ານກັດ ເມືອງໄຊ. ນອກຈາກນີ້, ຍັງມີບຸນປະເພນີ ແລະ ເທສະການຕ່າງໆ 7 ເມືອງ ຂອງແຂວງອຸດົມໄຊ ຈັດຕາມວາລະການທ່ອງທ່ຽວຕື່ມອີກ.

ແຂວງອຸດົມໄຊ ມີແຫລ່ງທ່ອງທ່ຽວທີ່ໜ້າທີ່ທ່ຽວຊົມຫລາຍແຫ່ງ ບໍ່ວ່າຈະເປັນດ້ານທຳມະຊາດ,ປະຫວາດສາດ ແລະ ວັດທະນະທຳ, ໃນນັ້ນແຫລ່ງທ່ອງທ່ຽວທີ່ໄດ້ຮັບການພັດທະນາ ແລະ ເປີດບໍລິການ ມີຈຳນວນ 9 ແຫ່ງ ຄື: ນໍ້າກັດຢໍລະປ່າ, ຖ້ຳຈອມອອງ, ວັດພະເຈົ້າສິງຄໍາ, ວັດພູທາດໄຊມຸງຄຸນ ຣັດຕະນະມິ່ງເມືອງ, ພູຫຍ້າຄາຫົວພະຍາໃຫຍ່, ຕາດຫລັກ 11, ວັດຄົກຄໍ້, ຕາດນໍ້າແຮງ ແລະ ນໍ້າອອກຮູນາທົ່ງ.

ຂ່າວ: ໄມພອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments