Saturday, July 27, 2024
Homeຂ່າວການເມືອງຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທູດຍີ່ປຸ່ນ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທູດຍີ່ປຸ່ນ ປະຈໍາ ສປປ ລາວ

ໃນວັນທີ 13 ພຶດສະພາ ນີ້ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ໂຄບະຢະຊິ ເຄັນອິຈິ (KOBAYASHI Kenichi) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ.

ໃນການເຂົ້າຢ້ຽມອໍາລາຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການປະຕິບັດໜ້າທີ່ທາງການທູດຂອງທ່ານທູດ ຢູ່ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງທ່ານທູດໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບໄດ້ຮັບການພັດທະນາ ແລະ ມີໝາກຜົນຕົວຈິງຫຼາຍຂຶ້ນ. ນອກນັ້ນ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ສະແດງຄວາມຂອບໃຈ ຜ່ານ ທ່ານເອກອັກຄະຣາຊະທູດໄປຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສະໜັບສະໜູນແກ່ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄືການຊ່ວຍເຫຼືອໃນການເປັນປະທານໝູນວຽນອາຊຽນຂອງ ສປປ ລາວ ໃນປີ 2024.

ໃນການຢ້ຽມອໍາລາດັ່ງກ່າວ, ທ່ານ ໂຄບະຢະຊິ ເຄັນອິຈິ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັັນອົບອຸ່ນ ແລະ ການໃຫ້ຄວາມຮ່ວມມືຊ່ວຍເຫຼືອ ຕະຫຼອດໄລຍະເວລາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ດ້ວຍຜົນສໍາເລັດອັນຈົບງາມ; ຕີລາຄາສູງຕໍ່ສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດຍີ່ປຸ່ນ-ລາວ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນພ້ອມທັງຍິນດີຮ່ວມກັບຝ່າຍລາວໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດກໍຄືປະຊາຊົນສອງຊາດຍີ່ປຸ່ນ-ລາວ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນທ່ານເອກອັກຄະຣາຊະທູດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນໃໝ່ທີ່ມີກຽດຂອງຕົນ ພ້ອມທັງສືບຕໍ່ຕິດຕາມຊຸກຍູ້ ແລະ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນລາວ-ຍີ່ປຸ່ນ ໃຫ້ຈະເລີນງອກງາມຍິ່ງຂຶ້ນ.

(ຂ່າວ: ຄຕພ, ພາບ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments