Wednesday, May 15, 2024
Homeຂ່າວຕ່າງປະເທດສະພາຄວາມໝັ້ນຄົງ ພິຈາລະນາຮັບປາແລດສະຕິນເປັນສະມາຊິກ ສປຊ

ສະພາຄວາມໝັ້ນຄົງ ພິຈາລະນາຮັບປາແລດສະຕິນເປັນສະມາຊິກ ສປຊ

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ, ເມື່ອບໍ່ດົນມານີ້ສະພາຄວາມໝັ້ນຄົງ ສປຊ ໄດ້ເຊື່ອມຕໍ່ຄືນເລື່ອງພິຈາລະນາໃບສະເໜີຂໍເຂົ້າເປັນສະມາຊິກ ຂອງອົງການສະຫະປະຊາຊາດ (ສປຊ) ດ້ວຍຖານະເປັນປະເທດສະມາຊິກສົມບູນຂອງປາແລດສະຕິນ ແລະ ຕົກລົງສົ່ງເອກະສານນີ້ເຖິງຄະນະກຳມະການຮັບເຂົ້າເປັນສະມາຊິກໃໝ່ ເຊິ່ງບໍ່ມີຄຳເຫັນຄັດຄ້ານໃດໆ. ກ່ອນໜ້ານັ້ນ, ພາຍຫລັງ ຄະນະນັກສັງເກດການປະຈຳການຂອງປາແລດສະຕິນ ໄດ້ຝາກຈົດໝາຍໃຫ້ແກ່ ທ່ານ ອັນໂຕນີໂອ ກູເຕີເຣສ (Antonio Guterres), ເລຂາທິການໃຫຍ່ ສະເໜີໃຫ້ ສປຊ ພິຈາລະນາໃບສະເໜີ ຂໍເຂົ້າເປັນສະມາຊິກອົງການຫລາຍຝ່າຍໃຫຍ່ສຸດໃນໂລກດ້ວຍຖານະເປັນສະມາຊິກທາງການ ອີກເທື່ອໜຶ່ງ. ປີ 1974, ສະມັດຊາໃຫຍ່ ສປຊ ຮັບຮອງ ເອົາມະຕິ 3237 ໂດຍຕົກລົງເຫັນດີ ໃຫ້ອົງການປົດປ່ອຍ ປາແລດສະຕິນ (PLO) ແມ່ນຜູ້ສັງເກດການ. ຮອດເດືອນ ພະຈິກ 2012, ສະມັດຊາໃຫຍ່ ສືບຕໍ່ຮັບຮອງເອົາມະຕິມອບໃຫ້ລັດ ປາແລດສະຕິນ ກ່ຽວກັບ ກົດລະບຽບ ເປັນປະເທດ ສັງເກດການຢູ່ ສປຊ. ທ່ານ ນາງວາເນສສາ ເຟຣເຊີ ( Vanessa Frazier), ເອກອັກຄະລັດຖະທູດ Malta, ປະເທດ ດຳລົງຕຳແໜ່ງ ເປັນປະທານ ສະພາ ຄວາມໝັ້ນຄົງ ເດືອນ ເມສາ ປີ 2024 ຢັ້ງຢືນບັນຫາຕັດສິນຖານະ ເປັນສະມາຊິກຂອງ ປາແລດສະຕິນ ຈະໄດ້ດຳເນີນ ໃນເດືອນນີ້. ທ່ານ ຣີຢາດ ແມນເຊີ(Riyad Mansour), ເອກອັກຄະລັດຖະທູດປາແລດສະຕິນ ປະຈຳ ສປຊ ເອີ້ນ “ນີ້ແມ່ນຈຸດເວລາ ປະຫວັດສາດ” ເມື່ອ ສະມັດຊາໃຫຍ່ ເລີ່ມພິຈາລະນາ ດຳເນີນເລື່ອງ ປາແລດສະຕິນ ຂໍເຂົ້າເປັນສະມາຊິກ ທາງການຂອງ ສປຊ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments