Wednesday, May 15, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ໃຫ້ທິດຊີ້ນຳວຽກໂຍທາທິການ ແລະ ຂົນສົ່ງ

ນາຍົກລັດຖະມົນຕີ ໃຫ້ທິດຊີ້ນຳວຽກໂຍທາທິການ ແລະ ຂົນສົ່ງ

ໃນໂອກາດເຂົ້າຮ່ວມກອງປະຊຸມ ວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປະຈຳປີ 2023 ໃນວັນທີ 9 ເມາສາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນໍາ ໃຫ້ຄະນະພັກ-ຄະນະນຳກະຊວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ ແກ່ພະນັກງານ-ລັດຖະກອນ ໃຫ້ມີຈັນຍາບັນ-ຈັນຍາທຳ, ມີຄວາມຊື່ສັດຕໍ່ວິຊາຊີບຂອງຕົນຢ່າງແທ້ຈິງ; ຍົກລະດັບ ຄວາມສາມາດ ໃຫ້ຮັບປະກັນໃນການຈັດຕັ້ງປະຕິບັດວຽກງານ ຢ່າງມີຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດ ເປັນຢ່າງດີ; ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຄຸ້ມຄອງນໍ້າໜັກລົດບັນທຸກຕາມເສັ້ນທາງ ຢ່າງເຂັ້ມ ງວດ, ສືບຕໍ່ບູລະນະສ້ອມແປງເສັ້ນທາງ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກ, ມີຄວາມທົນທານຕໍ່ການປ່ຽນແປງ ສະພາບດິນຟ້າອາກາດ, ມີຄວາມຍືນຍົງ ແລະ ຮັບປະກັນ ຕໍ່ການອຳນວຍຄວາມສະດວກ ໃນການພັດທະນາເສດຖະ ກິດແຫ່ງຊາດ ກໍຄື ອຳນວຍຄວາມສະດວກ ໃຫ້ແກ່ປະຊາຊົນບັນດາເຜົ່າ ໃນການດໍາລົງຊີວິດ, ການຂົນສົ່ງສິນຄ້າ, ການໄປມາຫາສູ່ເຊິ່ງກັນ ແລະ ກັນ.

ຄຽງຄູ່ກັນນັ້ນ ກໍລະດົມພາກສ່ວນຕ່າງໆ ເປັນເຈົ້າການມີສ່ວນຮ່ວມ ປະກອບສ່ວນເຂົ້າໃນການພັດທະນາ, ຄຸ້ມຄອງນໍາໃຊ້ ແລະ ປັບປຸງເສັ້ນທາງ ໃຫ້ໄດ້ມາດຕະຖານ; ເອົາໃຈໃສ່ພັດທະນາລະບົບການຂົນສົ່ງສາທາລະນະ ແລະ ໂລຈິດສະຕິກ ໃຫ້ກາຍເປັນລະບົບທີ່ທັນສະໄໝ ແລະ ລວມສູນ, ນິຕິກຳໃດ ທີ່ເຫັນວ່າບໍ່ສອດຄ່ອງ ກໍ່ໃຫ້ຮີບຮ້ອນຄົ້ນ ຄວ້າ ແລະ ປັບປຸງໃຫ້ທັນການ; ເອົາໃຈໃສ່ຄຸ້ມຄອງການຈັດຕັ້ງປະຕິບັດຜັງເມືອງ ແລະ ການຄຸ້ມຄອງສິ່ງປຸກສ້າງ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ການພັດທະນາຕົວເມືອງ ຕິດພັນກັບການພັດທະນາໂຄງລ່າງ ເປັນມິດກັບສິ່ງແວດລ້ອມ ກ້າວໄປສູ່ການສ້າງຕົວເມືອງທີ່ໜ້າຢູ່, ທັນສະໄໝ ແລະ ມີຄວາມເປັນລະບຽບຮຽບຮ້ອຍ; ສຸມໃສ່ການຫັນເປັນທັນສະ ໄໝ ແລະ ຮັບປະກັນຄວາມປອດໄພການບິນ ຕາມຍຸດທະສາດທີ່ກະຊວງວາງໄວ້ ໂດຍສະເພາະ ວຽກງານຮັບປະກັນ ຄວາມປອດໄພ ແລະ ປ້ອງກັນຄວາມປອດໄພການບິນ ໃຫ້ໄດ້ມາດຕະຖານຂອງອົງການການບິນພົນລະເຮືອນສາກົນ (ICAO); ສືບຕໍ່ຄົ້ນຄວ້າສ້າງແຜນຍຸດທະສາດຂະແໜງການບິນ ໂດຍນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງ ບໍລິຫານ ຮັບປະກັນການສື່ສານເຊື່ອມໂຍງເຊື່ອມຈອດກັບສາກົນ ແລະ ພາກພື້ນ. ພ້ອມນັ້ນ ໃນຕໍ່ໜ້າໃຫ້ຄົ້ນ ຄວ້າສ້າງແຜນປັບປຸງຍົກລະດັບ ແລະ ແຜນກໍ່ສ້າງສະໜາມບິນພາຍໃນປະເທດ ຕາມເງື່ອນໄຂທີ່ມີຄວາມເໝາະສົມ, ຄົ້ນຄວ້າບັນດາສະໜາມບິນພາຍໃນປະເທດທີ່ມີເງື່ອນໄຂ ເພື່ອກໍານົດເປັນສະໜາມບິນສາກົນ, ຄຽງຄູ່ກັບການສ້າງ ແລະ ພັດທະນາບຸກຄະລາກອນ ໃນຂົງເຂດວຽກງານດັ່ງກ່າວ ໃຫ້ເປັນມືອາຊີບ ແລະ ມີຄວາມຮັບຜິດຊອບດ້ານຕ່າງໆ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຂອງຕົນແຕ່ນີ້ຮອດທ້າຍສະໄໝ ປີ 2025 ຢ່າງມີຈຸດສຸມ ເພື່ອປະກອບ ສ່ວນເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ໂດຍສະເພາະ ສຸມໃສ່ຈັດຕັ້ງປະ ຕິບັດໂຄງການທີ່ລົງທຶນໄປແລ້ວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ສໍາເລັດຕາມແຜນການ ພ້ອມທັງຄົ້ນຄວ້າພິຈາລະນາຄືນຢ່າງເຂັ້ມງວດ ຕໍ່ກັບສັນຍາສໍາປະທານ ບັນດາໂຄງການທີ່ບໍ່ມີປະສິດທິຜົນ ຫລີກລ່ຽງ ການຈັບຈອງໂຄງການ ແລະ ເປີດໂອກາດໃຫ້ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີທ່າແຮງໄດ້ປະກອບສ່ວນ ຢ່າງເປັນຮູບປະທໍາ ແລະ ມີຜົນສໍາເລັດ.

ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ນໍາເອົາບາງເນື້ອໃນຈິດໃຈທິດຊີ້ນໍາຂອງສະຫາຍ ເລຂາທິການ ໃຫຍ່, ປະທານປະເທດ ທີ່ໄດ້ໂອ້ລົມຊີ້ນໍາຕໍ່ກັບວຽກງານການເງິນທົ່ວປະເທດ ປະຈຳປີ 2023 ແລະ ທິດທາງແຜນ ການ ປີ 2024 ກ່ຽວກັບແນວທາງນະໂຍບາຍຂອງພັກ, ຈະໄດ້ເລັ່ງລັດການວາງນະໂຍບາຍຫັນປະເທດເຮົາ, ລະບົບ ເສດຖະກິດຂອງຊາດເຮົາ ຈາກລະບອບເສດຖະກິດ ທີ່ເຕັມໄປດ້ວຍຄວາມເພິ່ງພາ, ເອື່ອຍອີງ ໃຫ້ກ້າວໄປສູ່ລະບົບ ແລະ ລະບອບ ກາຍເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໜັກແໜ້ນ ຫລື ເອີ້ນວ່າ ລະບົບ, ລະບອບ “ເສດຖະກິດ ເອກະລາດ, ເປັນເຈົ້າຕົນເອງ” (ສອຈ).

ໃນໂອກາດນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ໄດ້ລາຍງານໃຫ້ຊາບໂດຍຫຍໍ້ວ່າ: ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປະຈຳປີ 2023 ໄດ້ຈັດຂຶ້ນ ເພື່ອຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ປະຈໍາປີ 2023, ສະຫລຸບການຈັດຕັ້ງປະຕິບັດ ແຜນພັດທະນາ 5 ປີ (2021-2025), ທິດທາງແຜນການ ປີ 2024 ແລະ ທ້າຍສະໄໝຮອດປີ 2025 ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ; ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານສາມສ້າງ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ. ພ້ອມກັນນັ້ນ ກໍຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບ ໃນການແກ້ໄຂບັນຫາທີ່ພົ້ນເດັ່ນ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ຕິດພັນກັບ 5 ຫົວຂໍ້ ເປັນຕົ້ນ ການຄຸ້ມຄອງນໍ້າໜັກລົດບັນທຸກ ຕິດພັນກັບການບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫລວງ; ການຄຸ້ມຄອງການຂົນສົ່ງທາງບົກ ລະຫວ່າງປະເທດ; ການຄຸ້ມຄອງຄວາມປອດໄພ ແລະ ປ້ອງກັນຄວາມປອດໄພການບິນ; ການຈັດຕັ້ງປະຕິບັດແຜນຜັງຕົວເມືອງ ແລະ ການຄຸ້ມຄອງການປຸກສ້າງ ແລະ ການສ້າງແຜນດໍາເນີນທຸລະກິດ ໃຫ້ແກ່ລັດວິສາຫະກິດນໍ້າປະປາ ເພື່ອໃຫ້ມີຄວາມ ຍືນຍົງ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments