Saturday, July 27, 2024
Homeຂ່າວໜ້າໜຶ່ງອາຊຽນຫາຫລືກ່ຽວກັບການເຂົ້າເຖິງຄຸນນະພາບຂອງການເບິ່ງແຍງ ແລະ ການສຶກສາເດັກກ່ອນໄວຮຽນ

ອາຊຽນຫາຫລືກ່ຽວກັບການເຂົ້າເຖິງຄຸນນະພາບຂອງການເບິ່ງແຍງ ແລະ ການສຶກສາເດັກກ່ອນໄວຮຽນ

ວັນທີ 14 ພຶດສະພາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີິກອງປະຊຸມພາກພື້ນອາຊີຕາເວັ້ນອອກສ່ຽງໃຕ້ກ່ຽວກັບການຮັບປະກັນການເຂົ້າເຖິງຄຸນນະພາບຂອງການເບິ່ງແຍງ ແລະ ການສຶກສາເດັກກ່ອນໄວຮຽນ ໂດຍການເປັນປະທານຂອງ ທ່ານ ນາງ ສີພາພອນ ມະນີວົງ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ.

ກອງປະຊຸມຄັ້ງນີ້, ເປັນກອງປະຊຸມລະດັບວິຊາການຂອງອາຊຽນ ເພື່ອກະກຽມກອງປະຊຸມລັດຖະມົນຕີສຶກສາອາຊຽນ ກ່ຽວກັບວຽກງານການດູແລ ແລະ ສຶກສາກ່ອນໄວຮຽນ, ພ້ອມນີ້ ຍັງເປັນເວທີ ທີ່ຈະຊ່ວຍໃຫ້ພວກເຮົາປັບປຸງ ແລະ ຮຽນຮູ້ຈາກປະສົບການຂອງກັນ ແລະ ກັນກ່ຽວກັບການດູແລ ແລະ ການສຶກສາເດັກກ່ອນໄວຮຽນ ເພື່ອເຮັດວຽກເພື່ອການພັດທະນາທີ່ດີກວ່າຂອງເດັກນ້ອຍຂອງພວກເຮົາເຊັ່ນດຽວກັນກັບການບັນລຸ ແຜນພັດທະນາເສດຖະກິດ-ສັງຄົມ (SDG 4.2) ໃນປີ 2030.

ກອງປະຊຸມດັ່ງກ່າວ ໄດ້ຜັນຂະຫຍາຍຖະແຫລງການຂອງສາກົນ ກ່ຽວກັບການດູແລ ແລະ ສຶກສາກ່ອນໄວຮຽນ ທີ່ປະກາດໃນປີ 2022 ແລະ ສືບຕໍ່ຜັນຂະຫຍາຍຖະແຫລງການຂອງລັດຖະມົນຕີອາຊຽນ ກ່ຽວກັບການດູແລ ແລະ ສຶກສາກ່ອນໄວຮຽນ ຢູ່ໃນອາຊຽນທີ່ໄດ້ປະຊຸມກັນໃນປີ 2023 ຜ່ານມາ. ພ້ອມທັງເປັນການເຕົ້າໂຮມເອົາບັນດາວິຊາການ, ຜູ້ຊ່ຽວຊານ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນຕ່າງໆ ທີ່ເຮັດວຽກກ່ຽວ ກັບການສຶກສາກ່ອນໄວຮຽນ ໂດຍສະເພາະແມ່ນ ລະດັບຜູ້ອໍານວຍການໂຮງຮຽນລ້ຽງເດັກອານຸບານ, ບັນດາພາກສ່ວນທີ່ກ່ຽວຂ້ອງ, ຄູ່ຮ່ວມພັດທະນາ ໂດຍສະເພາະແມ່ນບັນດາອົງການທີ່ໃຫ້ການສະໜັບສະໜູນຊ່ວຍເຫລືຶອເບິ່ງແຍງໂຄງການເດັກກ່ອນໄວຮຽນ.

ສໍາລັບຫົວຂໍ້ ທີ່ມາປຶກສາຫາຫລື ແລະ ແລກປ່ຽນ ໃນຄັ້ງນີ້ ມີ 4 ຫົວຂໍ້ ເປັນຕົ້ນແມ່ນ ເສີມຂະຫຍາຍການຫັນປ່ຽນຈາກການສຶກສາກ່ອນໄວຮຽນ ໄປສູ່ຊັ້ນປະຖົມສຶກສາ, ຄູສອນ/ຜູ້ເບິ່ງແຍງເດັກ ແລະ ພໍ່ແມ່ຜູ້ປົກຄອງ, ການເງິນຂອງການດູແລ ແລະ ການສຶກສາເດັກກ່ອນໄວຮຽນ, ການດູແລ ແລະ ການສຶກສາເດັກກ່ອນໄວຮຽນ ແລະ ການປຽ່ນແປງຂອງດິນຟ້າອາກາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments