Wednesday, May 15, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນແນວໂຮມປະເທດຊາດຫວຽດນາມ

ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນແນວໂຮມປະເທດຊາດຫວຽດນາມ

ໃນວັນທີ 10 ເມສາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂດ້ ວັນ ຈຽນ ເລຂາທິການສູນກາງພັກກອມມູນິດຫວຽດນາມ, ປະທານແນວໂຮມປະເທດຊາດຫວຽດນາມ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ພ້ອມ ຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມປະທານແນວໂຮມ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 ທີ່ນະຄອນຫລວງວຽງຈັນ ລະຫວ່າງວັນທີ 9-11 ເມສາ 2024 ນີ້.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ທ່ານ ໂດ້ ວັນ ຈຽນ ທີ່ໄດ້ນຳພາຄະນະ ເດີນທາງມາເຂົ້າຮ່ວມກອງປະຊຸມປະທານແນວໂຮມ 3 ປະເທດ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນ ຂຶ້ນໄປເລື້ອຍໆ, ທັງເປັນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ແຫ່ງ ສປປ ລາວ ແລະ ແນວໂຮມປະເທດຊາດຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການຮ່ວມມືແລກປ່ຽນບົດຮຽນໃນດ້ານຕ່າງໆ ເຊິ່ງກັນ ແລະ ກັນຕະ ຫລອດໄປ.

ໂອກາດດຽວກັນ, ທ່ານ ໂດ້ ວັນ ຈຽນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານນາຍົກລັດຖະມົນຕີ, ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາເຮັດວຽກ ຢູ່ສປປ ລາວ ໃນຄັ້ງນີ້, ໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບຕື່ມອີກ.

ຂ່າວ: ກິດຕາ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments