Saturday, July 27, 2024
Homeຂ່າວຕ່າງປະເທດພິທີສະເຫລີມສະຫລອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ໄດ້ຈັດຂຶ້ນຢ່າງສົມກຽດ

ພິທີສະເຫລີມສະຫລອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ໄດ້ຈັດຂຶ້ນຢ່າງສົມກຽດ

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ວັນທີ 7 ພຶດສະພານີ້ ຢູ່ນະຄອນດ້ຽນບຽນຝູ, ແຂວງດ້ຽນບຽນ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ລັດຖະບານແຫ່ງ ສສ. ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ແຂວງດ້ຽນບຽນ ໄດ້ຈັດພິທີສະເຫລີມສະຫລອງ 70 ປີ ແຫ່ງວັນໄຊຊະນະດ້ຽນບຽນຝູ (7 ພຶດສະພາ 1954 – 7 ພຶດສະພາ 2024) ຂຶ້ນຢ່າງສົມກຽດ. ນີ້ແມ່ນເຫດການທາງການ ແລະ ສຳຄັນທີ່ສຸດ ໃນບັນດາເຫດການ, ການເຄື່ອນໄຫວ ໃນເຫດການສະເຫລີມ ສະຫລອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ. ໃນໂອກາດນີ້ ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ກ່າວຢືນຢັນວ່າ: “ໄຊຊະນະ ດ້ຽນບຽນຝູ ແມ່ນການເຕົ້າໂຮມ ກຳລັງແຮງ ມະຫາສານ ຂອງກຸ່ມກ້ອນມະຫາສາມັກຄີ ທົ່ວປວງຊົນ ທັງຊາດ, ແມ່ນໄຊຊະນະ ຂອງຄວາມເປັນທຳ, ການຮ່ວມແຮງຮ່ວມໃຈ ຂອງປະຊາຊົນ, ຂອງມະໂນທຳ ແລະ ຄຸນຄ່າຂອງມະນຸດ, ໂດຍໄດ້ຮັບ ການນຳພາ ຈາກແນວທາງການປະຕິວັດ ທີ່ຖືກຕ້ອງ, ປະດິດຄິດສ້າງ; ເລີ່ມມາຈາກການຊີ້ນຳ ທີ່ສະຫລາດສະຫລຽວ ຂອງພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ, ເຊິ່ງປະຊາຊົນບັນດາເຜົ່າ ຫວຽດນາມ ໃນທົ່ວທຸກແຫ່ງ ຂອງປະເທດຊາດ ໄດ້ອອກເຫື່ອເທແຮງ ສຸມຈິດ ສຸມໃຈ, ເປັນຈິດໜຶ່ງ ໃຈດຽວ, ປະກອບກຳລັງ ເຫື່ອແຮງ ໃຫ້ແກ່ ບັ້ນຮົບ”.

ພ້ອມທັງສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈຕໍ່ການໜູນຊ່ວຍ, ຊ່ວຍເຫລືອອັນລ້ຳຄ່າຂອງ ສປ ຈີນ, ບັນດາປະເທດໂຊວຽດເກົ່າໃນເມື່ອກ່ອນ, ບັນດາປະເທດສັງຄົມນິຍົມ, ເພື່ອນມິດສາກົນ, ບັນດາ ກຳລັງທີ່ກ້າວໜ້າ, ຮັກຫອມສັນຕິພາບ ໃນທົ່ວໂລກ, ພິເສດແມ່ນ ບັນດາປະເທດ ໂດຍສະເພາະ ສປປ ລາວ, ກຳປູເຈຍ ໃນການຮ່ວມສຳພັນສາມັກຄີສູ້ຮົບຂອງ 3 ປະເທດ ອິນດູຈີນ ສຳລັບ ບັ້ນຮົບ ດ້ຽນບຽນຝູ ເວົ້າສະເພາະ ແລະ ພາລະກິດ ຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນ ຫວຽດນາມ ເວົ້າລວມ. ໃນໄລຍະຈະມາເຖິງ, ຄາດວ່າ, ສະພາບການໂລກ, ພາກພື້ນ ຍັງມີການຜັນແປ ຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນ ລ່ວງໜ້າໄດ້ນັ້ນ, ທ່ານ ນາຍົກລັດຖະມົນຕີ ສະເໜີໃຫ້ປະຊາຊົນທົ່ວປະເທດຈົ່ງມານະພະຍາຍາມຜ່ານຜ່າ ຄວາມຫຍຸ້ງຍາກ, ມີຄວາມຕັດສິນໃຈ ສູ້ຊົນສູງສຸດ ເພື່ອສືບຕໍ່ສ້າງ ບັນດາສິ່ງມະຫັດສະຈັນ “ດ້ຽນບຽນຝູໃໝ່”. ໃນໄລຍະຈະມາເຖິງ, ພວກເຮົາ ໝັ້ນໝາຍ ຈະຮ່ວມແຮງ ຮ່ວມໃຈ, ເປັນຈິດໜຶ່ງ ໃຈດຽວ, ປັບປຸງກຸ່ມກ້ອນ ມະຫາສາມັກຄີ ທົ່ວປວງຊົນທັງຊາດ, ສຸມໃສ່: ສ້າງພື້ນຖານ ປະຊາທິປະໄຕ ສັງຄົມນິຍົມ, ສ້າງລັດແຫ່ງອຳນາດ ນິຕິບັນຍັດ ສັງຄົມນິຍົມ ເປັນຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ແລະ ສ້າງພື້ນຖານເສດ ຖະກິດການຕະຫລາດ ຕາມກຳນົດທິດ ສັງຄົມນິຍົມ; ຮັບປະກັນ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແມ່ນຈຸດສຸມ, ເປັນປະຈຳ ເພື່ອປະຕິບັດ ຄວາມຄາດຫວັງ ສ້າງສາປະເທດ ສັງຄົມນິຍົມ ຫວຽດນາມ ໃຫ້ນັບມື້ ນັບຮັ່ງມີ ເຂັ້ມແຂງ, ປະຊາທິປະໄຕ, ວັດທະນາຖາວອນ, ສີວິໄລ, ສັນຕິສຸກ”. ພາຍຫລັງ ງານຊຸມນຸມມິດຕິງ ແມ່ນພິທີເດີນສວນສະໜາມ ສະແດງກຳລັງ, ເດີນຂະບວນສວນສະໜາມ ສະເຫລີມສະຫລອງ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ, ດ້ວຍການເຂົ້າຮ່ວມ ປະມານ 12.000 ຄົນ, ລວມມີ ບັນດາກຳລັງ ຂອງກອງທັບ, ທະຫານລາດ ປ້ອງກັນຕົວ ແລະ ຕຳຫລວດ, ບັນດາຄະນະ, ຂະແໜງການ, ໝູ່ຄະນະໃນສັງຄົມ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments