Saturday, July 27, 2024
Homeສາລະໜ້າຮູ້ວິທີຮັກສາສຸຂະພາບຂອງຕົນເອງໃນແຕ່ລະມື້

ວິທີຮັກສາສຸຂະພາບຂອງຕົນເອງໃນແຕ່ລະມື້

ສຳລັບການຮັກສາຜິວຂອງເຮົາ ເປັນສີ່ງຈຳເປັນທີ່ຕ້ອງເຮັດເພື່ອໃຫ້ຜິວຂອງເຮົາມີສຸຂະພາບດີ ນຸ້ມນວນ ແລະ ມີຊີວິດຊີວາ ສະນັ້ນເຮົາຈີ່ງມາບອກວິທີທີ່ຮັກສາຜິວແບບສະໝໍ່າສະເໝີ ແລ້ວຈະເຮັດໃຫ້ຜິວເຮົາດີຂື້ນຕາມລຳດັບ:

ອາບນໍ້າລ້າງໜ້າມື້ລະ 2 ເທື່ອ: ເຮົາຄວນອາບນໍ້າຢ່າງໜ້ອຍມື້ລະ 2 ເທື່ອ ເພື່ອໃຫ້ຮ່າງກາຍຂອງເຮົາໄດ້ຊໍາລະເຊວຜິວ ແລະ ເອົາສີ່ງເປື້ອນອອກໄປຈາກຮ່າງກາຍທີ່ໄດ້ສະສົມມາຈະເຮັດໃຫ້ຜິວຂອງເຮົານັ້ນມີຄວາມສະອາດ ແລະ ສົດຊື່ນ ຄວນໃຊ້ສະບູ່ທີ່ເໝາະສົມກັບຜິວເຮົາດ້ວຍທັງໜ້າ ແລະ ຮ່າງກາຍ.

ການຮັກສາຜິວໃຫ້ຊຸ່ມຊື່ນນັ້ນອາດຈະມີຫຼາຍວິທີ ເຊັ່ນ: ກິນນໍ້າໝາກພ້າວ ການທາຄີມບຳລຸງ ຊື່ງຄວນທາທັງກາງເວັນ ແລະ ກາງຄືນ ເພາະໃນຊ່ວງທີ່ເຮົານອນນັ້ນຜິວເຮົາຈະມີປະສິດທິພາບໃນການດູດຊືມຜິວໜັງໄດ້ດີກ່ວາກາງເວັນ ຫຼັງຈາກທີ່ເຮົາຕື່ນມາຈະພົບວ່າຜິວເຮົາມີຄວາມຊຸ່ມຊື່ນຫຼາຍ ມີຄວາມສະຫວ່າງໃສອີກ.

ຮັກສາຄວາມຊຸ່ມຊື່ນຂອງປາກ ປາກເປັນສີ່ງເບີ່ງຂ້າມບໍ່ໄດ້ເພາະເປັນສ່ວນທີ່ມີສະເໜ່ຫຼາຍ ດັ່ງນັ້ນ ຈີ່ງຕ້ອງເອົາໃສ່ໃຈດ້ວຍທາລິບສະຕິກ ຫຼື ໃຊ້ນໍ້າມັນໝາກພ້າວ ທາດ້ວຍວາດສະລິນຈະເຮັດໃຫ້ປາກຂອງເຮົາຊຸ່ມຊື່ນ.

ດື່ມນໍ້າຫຼາຍໆ ການດື່ມນ້ຳສາມາດທີ່ຈະບໍາລຸງຜິວທີ່ງ່າຍທີ່ສຸດ ແລະ ຄວນຫຼຸດການດື່ມທີ່ມີແອລກໍຮໍ ອາຫານທີ່ມີລົດເຄັມຫຼາຍ ຫຼື ຫວານຫຼາຍ ໃນໄລຍະຕອນເດີກຄວນດື່ມນໍ້າກ່ອນນອນ ຈະຊ່ວຍຫຼຸດອາການບວມທີ່ຂອບຕາ ແລະ ຮູ້ສຶກສົດຊື່ນຕອນເຊົ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments