Saturday, July 27, 2024
Homeຂ່າວຕ່າງປະເທດອຸຍແນັສໂກ ຂຶ້ນທະບຽນ ບັນທຶກ-ແມ່ພິມ ຂອງ ສປຈີນ ເປັນມໍລະດົກ ຄວາມຊົງຈຳແຫ່ງໂລກ

ອຸຍແນັສໂກ ຂຶ້ນທະບຽນ ບັນທຶກ-ແມ່ພິມ ຂອງ ສປຈີນ ເປັນມໍລະດົກ ຄວາມຊົງຈຳແຫ່ງໂລກ

ສໍານັກຂ່າວຊິນຮວາ ຂອງ ສປຈີນ ວັນທີ 9 ພືດສະພາ ສຳນັກບໍລິຫານ ຫ້ອງການຈົດໝາຍເຫດແຫ່ງຊາດຈີນ ລາຍງານ ການຂຶ້ນທະບຽນວັດຖຸ ຂອງຈີນ ເປັນມໍລະດົກທາງເອກະສານປະຈຳແຜນງານຄວາມຊົງຈໍາແຫ່ງໂລກ (MOW) ຂອງອຸຍແນັສໂກ, ສ່ວນພາກພື້ນອາຊີປາຊີຟິກ ຈຳນວນ 3 ລາຍການ. ວັດຖຸທີ່ໄດ້ຂຶ້ນທະບຽນໃນຄັ້ງນີ້ປະກອບດ້ວຍການບັນທຶກ ສຳຄັນ ກ່ຽວກັບໂຮງນໍ້າຊາບູຮານ ໃນນະຄອນເສິນຕູ ແຂວງເສສວນ ທາງພາກຕາເວັນຕົກສຽງໃຕ້, ການບັນທຶກລຳດັບວົງຕະກູນ ຂອງຊຸມຊົນ ໃນເມືອງ ຮຸຍໂຈວ ແຂວງກວາງຕຸ້ງ ທາງພາກໃຕ້ ແລະ ແມ່ພິມຂອງໂຮງພິມເຕີ໋ເກີ໋ໃນຊື່ສວນ. ໃນຂະນະທີ່ມະຕິ ການຂຶ້ນທະບຽນວັດຖຸ ຂອງຈີນ ທັງ 3 ລາຍການ ໄດ້ຮັບອະນຸມັດໃນກອງປະຊຸມສາມັນ ຄັ້ງທີ 10 ຂອງຄະນະກຳມະການ ຄວາມຊົງຈຳແຫ່ງໂລກ, ສ່ວນພາກພື້ນອາຊີປາຊີຟິຫກ ຊຶ່ງຈັດຂຶ້ນຢູ່ນະຄອນຫລວງອຸລານບາຕໍ ຂອງມົງໂກລີ ເມື່ອວັນທີ 7-8 ພືດສະພາຜ່ານມາ. ປັດຈຸບັນຈີນ ມີວັດຖຸທີ່ຂຶ້ນທະບຽນເປັນມໍລະດົກໂລກທາງເອກະສານປະຈຳແຜນງານຄວາມຊົງຈຳແຫ່ງໂລກຂອງອຸຍແນັສໂກ ສ່ວນພາກພື້ນອາຊີປາຊີຟິກ ຈຳນວນ 17 ລາຍການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments