Tuesday, May 14, 2024
Homeຂ່າວກິລາ“ໂຣນັນໂດ” ຕໍາໜິ “Ballon d'Or” ວ່າ ຂາດຄວາມໜ້າເຊື່ອຖືໄປແລ້ວ ຄຣິສເຕຍໂນ ໂຣນັນໂດ ອອກມາຕໍາໜິຕິຕຽນ 2 ລາງວັນທີ່ ລິໂອເນວ...

“ໂຣນັນໂດ” ຕໍາໜິ “Ballon d’Or” ວ່າ ຂາດຄວາມໜ້າເຊື່ອຖືໄປແລ້ວ ຄຣິສເຕຍໂນ ໂຣນັນໂດ ອອກມາຕໍາໜິຕິຕຽນ 2 ລາງວັນທີ່ ລິໂອເນວ ເມສຊີ ໄດ້ຮັບໃນປີ 2023

21 ມັງກອນ 2024 Record ສື່ມວນຊົນທີ່ມີຊື່ສຽງຈາກປອກຕຸຍການ ໄດ້ປ່ອຍຕົວຢ່າງການສໍາພາດພິເສດ ຄຣິສເຕຍໂນ ໂຣນັນໂດ ໜຶ່ງໃນນັກເຕະທີ່ຍອດຢ່ຽມທີ່ສຸດຂອງຕະຫຼອດການ ກ່ອນທີ່ຄລິບວີດີໂອສະບັບເຕັມຈະຖືກປ່ອຍອອກມາສູ່ສາຍຕາຊາວໂລກ ໃນວັນອາທິດທີ 21 ມັງກອນນີ້ ຕາມເວລາທ້ອງຖິ່ນຂອງປະເທດປອກຕຸຍການ ໂດຍເນື້ອໃນຂອງການໃຫ້ສຳພາດຄັ້ງນີ້ນັ້ນ ແມ່ນກ່ຽວກັບລາງວັນ Globe Soccer Award, Ballon d’Or, FIFA Best Award, ປະເທດຊາອູດິ ອາຣະເບຍ, Al Nasser, ທີມຊາດປອກຕຸຍການ ແລະ ສະປໍຕິງ ລິສບອນ.

ໂດຍດາວດັງຊາວປອກຕຸຍການ ກ່າວໄວ້ວ່າ ” ລາງວັນ Ballon d’Or ແລະ ນັກເຕະຍອດຢ່ຽມແຫ່ງປີຂອງຟີຟ່າ ເລີ່ມສູນເສຍຄວາມໜ້າເຊື່ອຖືເຂົ້າໄປທຸກໆມື້ ”

“ ຂ້ອຍບໍ່ໄດ້ຈະເວົ້າວ່າ ເມສຊີ ຫຼືກະທັ່ງ ເອັມບັບເປ ແລະ ຮາແລນ ບໍ່ຄູ່ຄວນກັບລາງວັນນີ້ ແຕ່ທຸກຄົນກໍເຫັນສະຖິຕິກັນຢູ່ແລ້ວ ເຊິ່ງມັນບໍ່ເຄີຍຫຼອກໃຜ ເຈົ້າຕ້ອງປະເມີນຜົນງານຈາກທັງລະດູການ ”

ຫຼັງຈາກນັ້ນ, ໂຣນັນໂດ ກໍກ່າວປິດທ້າຍໄວ້ອີກວ່າ: ” ຕົວເລກຕ່າງຫາກຄືຄວາມຈິງ “

ທັງນີ້ ລີໂອເນວ ເມສຊີ ຫາກໍຈະກວາດລາງວັນນັກເຕະຍອດຢ່ຽມແຫ່ງປີ 2023 ຂອງທັງ Ballon d’Or ແລະ FIFA, ສອງສະຖາບັນທີ່ມີຊື່ສຽງຫຼາຍທີ່ສຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments