Saturday, July 27, 2024
Homeຂ່າວກິລາງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ໄຂຂຶ້ນຢ່າງເປັນທາງການ

ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ໄຂຂຶ້ນຢ່າງເປັນທາງການ

ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ທີ່ມະຫາວິທະຍາໄລແຫ່ງຊາດ ມຊ ຮັບກຽດເປັນເຈົ້າພາບ ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ສະໂມ ສອນມະຫາວິທະຍາໄລແຫ່ງຊາດໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາການນໍາຈາກກະຊວງກ່ຽວຂ້ອງ, ການນໍາຂັ້ນແຂວງ, ຄະນະນັກກິລາແຕ່ລະພາກສ່ວນເຂົ້າຮ່ວມ.

ທ່ານອຸດົມ ພອນຄໍາເພັງ ປະທານຈັດງານມະຫະກໍາກິລາມະຫາວິທະຍາ ໄລລາວ ຄັ້ງທີ 2 ໄດ້ລາຍງານວ່າ: ການຈັດງານມະຫະກໍາກິລາມະຫາວິທະຍາ ໄລລາວ ເປັນການແຂ່ງຂັນກິລາໃນລະດັບມະຫາວິທະຍາໄລ, ສະຖາບັນການສຶກສາຊັ້ນສູງ ແລະ ວິທະຍາໄລ ທົ່ວປະເທດ ຊຶ່ງຈັດຂຶ້ນເປັນຄັ້ງທີ 2 ໂດຍປະຕິບັດເນື້ອໃນຂອງກອງປະຊຸມໃຫຍ່ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ 9 ເປົ້າໝາຍສູ້ຊົນທີ 8 ກໍ່ສ້າງ ແລະ ພັດທະນາບຸກຄະລາກອນການກິລາ-ກາຍະກາ ໃຫ້ມີຄຸນນະພາບ ແນໃສ່ໃຫ້ພົນລະເມືອງລາວ ມີສຸຂະພາບທີ່ແຂງແຮງ ແລະ ສາມາດສ້າງນັກກິລາ ແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້.

ນອກຈາກນັ້ນ ກິລາຍັງເປັນເຄື່ອງມືທາງການທູດເຊື່ອມຄວາມສໍາພັນທີ່ດີເຊິ່ງກັນ ແລະ ກັນໃນສັງຄົມ ທັງພາຍໃນ ແລະ ຕ່າງປະ ເທດ. ສະນັ້ນ, ງານກິລາຄັ້ງນີ້ ກໍເພື່ອເປັນໂອກາດສ້າງການພົວພັນ ແລະ ສ້າງຄວາມສາມັກຄີຮັກແພງ ລະຫວ່າງ ບັນດາສະຖາບັນການສຶກສາຊັ້ນສູງ, ອາຊີວະສຶກສາ ວິທະຍາໄລ ທັງພາກລັດ ແລະ ເອກະຊົນ ທົ່ວປະເທດ; ເປັນການເສີມຂະຫຍາຍວຽກງານກິລາ-ກາຍະກໍາ ເຂົ້າສູ່ຖັນແຖວພະນັກງານ ຄູ-ອາຈານ, ນັກສຶກສາຢ່າງກວ້າງຂວາງ ຕໍ່ເນື່ອງ ແລະ ຫັນໄປສູ່ການພັດທະນາກິລາແຕ່ລະປະເພດ ເຂົ້າສູ່ລະດັບມາດຕະຖານ; ເປັນການຍົກຄຸນນະພາບທາງດ້ານຮ່າງກາຍ ແລະ ຈິດໃຈເຂົ້າໃນການສຶກສາຄົ້ນຄວ້າຮໍ່າຮຽນ ເພື່ອກຽມພ້ອມປະກອບສ່ວນເຂົ້າໃນພາລະກິດການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດ; ສ້າງໂອກາດໃຫ້ນັກສຶກສາທຸກພາກສ່ວນ ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ສ້າງນໍ້າໃຈສາມັກຄີຮັກແພງ, ມີລະບຽບວິໄນໃນ ຖັນແຖວຊາວໜຸ່ມ ນັກສຶກສາ-ປັນຍາຊົນ ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາຊັບພະຍາກອນມະນຸດ ແລະ ສະກັດກັ້ນສິ່ງປະກົດການຫຍໍ້ທໍ້ໃນສັງຄົມ; ເປັນໂອກາດຄັດເລືອກເອົານັກກິລາທີ່ດີເດັ່ນ ຜູ້ມີພອນສະຫວັນ ເປັນຕົວ ແທນນັກສຶກສາ ຂອງບັນດາມະຫາວິທະຍາໄລໃນລາວ ເພື່ອກຽມພ້ອມເຂົ້າ ຮ່ວມການແຂ່ງຂັນກັບບັນດາສະຖາບັນການສຶກສາຊັ້ນສູງ ໃນງານມະຫາກໍາກິລາມະຫາວິທະຍາໄລຂອງບັນດາປະເທດອາຊຽນ ແລະ ມະຫາວິທະຍາໄລຂອງໂລກ, ທັງກຽມຄວາມພ້ອມ ເພື່ອເປັນເຈົ້າພາບຈັດງານໃນລະດັບພາກພື້ນ ແລະ ສາກົນ ໃນອະນາຄົດ.

ງານແຂ່ງຂັນກິລາຄັ້ງນີ້ ລວມມີ 14 ພາກສ່ວນ ເຂົ້າຮ່ວມແຂ່ງຂັນ ຈາກ 5 ມະຫາວິທະຍາໄລ, 2 ວິທະຍາຄານ 6 ສະຖາບັນ ແລະ 1 ວິທະຍາໄລ ມີການຊີງໄຊ 11 ປະເພດກິລາຄື: ແລ່ນ-ລານ, ບານເຕະຊາຍ-ຍິງ, ດອກປີກໄກ່, ເທຄວັນໂດ, ປັນຈັກສີລັດ, ບານສົ່ງໃນຮົ່ມ-ຫາດຊາຍ, ບານບ້ວງ, ກະຕໍ້, ຢູໂດ, ອີ-ສະປອດ ແລະ ເປຕັງ; ປະກອບມີ 146 ລາຍການ, ມີການຊີງໄຊເອົາຫລຽນທັງໝົດ 526 ຫລຽນ, ໃນນີ້ມີ 146 ຫລຽນຄຳ, 146 ຫລຽນເງິນ ແລະ 234 ຫລຽນທອງ; ມີຄູຝຶກ ແລະ ນັກກິລາ ເຂົ້າຮ່ວມກວ່າ 1.000 ຄົນ ແລະ ຄະນະຮັບຜິດຊອບ, ຄະນະກໍາມະການ, ອະນຸກໍາມະການກວ່າ

1.000 ຄົນ ແລະຈະດຳເນີນການແຂ່ງຂັນໄປຮອບວັນທີ 14 ພຶດສະພາ 2024 ຈຶ່ງຈະສໍາເລັດ.

ບົດ+ພາບໂດຍ: ຢ່າຕົ່ງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments