Tuesday, May 14, 2024
Homeຂ່າວກິລາເປີດເຜີຍຕົວເກງແຊັມ ຢູຟາ ແຊັມປຽນລີກ 2023-24 ຫຼັງຈັບສະຫຼາກຮອບ 16 ທີມສຸດທ້າຍ

ເປີດເຜີຍຕົວເກງແຊັມ ຢູຟາ ແຊັມປຽນລີກ 2023-24 ຫຼັງຈັບສະຫຼາກຮອບ 16 ທີມສຸດທ້າຍ

ເປີດເຜີຍຕົວເກງແຊັມ ຢູຟາ ແຊັມປຽນລີກ ລະດູການ 2023-24 ຫຼັງຈັບສະຫຼາກຮອບ 16 ທີມສຸດທ້າຍ ໂດຍທີ່ 5 ທີມທໍາອິດ ມີທີມຈາກອັງກິດ ເຖິງ 2 ທີມ.

ເມື່ອວັນທີ 19 ທັນວາ 2023 ໄດ້ເປີດເຜີຍທີມຕົວເກງແຊັມ “ ຢູຟາ ແຊັມປຽນລີກ ” 2023-24 ຫຼັງຈາກຈັບສະຫຼາກຮອບ 16 ທີມສຸດທ້າຍ ໂດຍທີ່ຕົວເກງອັນດັບທີ 1 ໄດ້ແກ່ ແມນເຊັສເຕີ ຊິຕີ ທີມແຊັມເກົ່າ ພາຍໃຕ້ການນຳທີມຂອງ ເປບ ກວາດິໂອລາ ຜູ້ຈັດການທີມຊາວແອັດສະປາຍ ດ້ວຍອັດຕາ 2/1, ຖັດມາ ຕົວເກງອັນດັບທີ ຄື ບາເຢິນ ມິວນິກ ດ້ວຍອັດຕາ 4/1.

ຈາກນັ້ນ ຕົວເກງອັນດັບ 3 ຄື ຣີວ ມາດຣິດ ເຈົ້າພໍ່ລາຍການນີ້ທີ່ 14 ສະໄໝ ດ້ວຍອັດຕາ 11/2, ຂະນະທີ່ ຕົວເກງອັນດັບ 4 ຄື ອາເຊນອນ ດ້ວຍອັດຕາ 6/1 ແລະ ຕົວເກງອັນດັບ 5 ຄື ປາຣີ ແຊັງ-ແຊກແມງ “PSG” ທີມດັງແດນດິນຝຣັ່ງ ທີ່ຕ້ອງການຄວ້າແຊັມລາຍການນີ້ເປັນສະໄໝທໍາອິດ ດ້ວຍອັດຕາ 14/1

ເປີດເຜີຍຕົວເກງແຊັມ UEFA Champions League 2023-24

• ແມນເຊັສເຕີ ຊິຕີ (ພຣີເມຍລີກ ອັງກິດ) ດ້ວຍອັດຕາ 2/1

• ບາເຢິນ ມິວນິກ (ບຸນເດສລີກາ, ເຢຍລະມັນ) ດ້ວຍອັດຕາ 4/1

• ຣີວ ມາດຣິດ (ລາລີກາ ແອັດສະປາຍ) ດ້ວຍອັດຕາ 11/2

• ອາເຊນອນ (ພຣີເມຍລີກ ອັງກິດ) ດ້ວຍອັດຕາ 6/1

• ປາຣີ ແຊັງ-ແຊັກແມັງ (ລີກ 1 ຝຣັ່ງ) ດ້ວຍອັດຕາ 14/1

• ບາເຊໂລນາ (ລາລີກາ ແອັດສະປາຍ) ດ້ວຍອັດຕາ 16/1

• ອິນເຕີ ມິລານ (ກັນໂຊ ເຊເຣຍ ອາ ອີຕາລີ) ດ້ວຍອັດຕາ 18/1

• ແອັດເລຕິໂກ ມາດຣິດ (ລາລີກາ ແອັດສະປາຍ) ດ້ວຍອັດຕາ 20/1

• ໂບຣຸສເຊຍ ດອດມຸນ (ບຸນເດສລີກາ ເຢຍລະມັນ) ດ້ວຍອັດຕາ 25/1

• ນາໂປລີ (ກັນໂຊ ເຊເຣຍ ອາ ອີຕາລີ) ດ້ວຍອັດຕາ 40/1

• ແອເບ ໄລຊິກ (ບຸນເດສລີກາ, ເຢຍລະມັນ) ດ້ວຍອັດຕາ 40/1

• ຣີວ ໂຊເຊຍດາດ (ລາລີກາ ແອັດສະປາຍ) ດ້ວຍອັດຕາ 66/1

• ພີເອສວີ ໄອ ໂຮເຟນ (ເອເອດີວີຊີ ລີກ ໂຮນລັງ) ດ້ວຍອັດຕາ 80/1

• ເອຟຊີ ປໍໂຕ (ພຣີເມຍຣາ ລີກາ ປອກຕຸຍການ) ດ້ວຍອັດຕາ 80/1

• ລາຊີໂອ (ກັນໂຊ ເຊເຣຍ ອາ ອີຕາລີ) ດ້ວຍອັດຕາ 150/1

• ເອຟຊີ ໂຄເປນເຮເກນ (ຊຸເປີລີກາ ເດນມາກ) ດ້ວຍອັດຕາ 500/1

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments