Saturday, July 27, 2024
Homeຂ່າວກິລາທັບນັກກິລາແລ່ນ-ລານ ຈາກສະຖາບັນກິລາ-ກາຍະກໍາ ຍາດໄດ້ 9 ຫລຽນຄຳ

ທັບນັກກິລາແລ່ນ-ລານ ຈາກສະຖາບັນກິລາ-ກາຍະກໍາ ຍາດໄດ້ 9 ຫລຽນຄຳ

ການແຂ່ງຂັນກິລາແລ່ນ-ລານ ໃນງານມະຫະກໍາກິລາມະຫາວິທະຍາໄລ ລາວ ຄັ້ງທີ 2 ມີການຊິງທັງໝົດ 27 ຫລຽນຄໍາ. ໃນນັ້ນ, ປະເພດລານ 6 ຫລຽນຄຳ ເຊິ່ງຜ່ານການແຂ່ງຂັນ 2 ວັນຄື: ວັນທີ 6-7 ພຶດສະພາ 2024 ໄດ້ມີການແຂ່ງຂັນຊິງຫລຽນຄຳ 14 ຫລຽນ. ຂະນະທີ່ທັບນັກກິລາແລ່ນ-ລານ (ສບກ) ສາມາດສ້າງຜົນງານໄດ້ໂດດເດັ່ນ ໂດຍສາມາດຍາດໄດ້ເຖິງ 9 ຫລຽນຄຳ.

ຜົນການແຂ່ງຂັນ ລະຫວ່າງ ວັນທີ 6-7 ພຶດສະພາ ອັນດັບ 1 ສະຖາບັນກິລາ-ກາຍະກໍາໄດ້ 9 ຫລຽນຄໍາ, 4 ຫລຽນເງິນ, 1 ຫລຽນທອງ; ອັນດັບ 2 ວິທະຍາຄານປ້ອງກັນຊາດ ໄດ້ 2 ຫລຽນຄໍາ, 3 ຫລຽນເງິນ; ອັນດັບ 3 ມະຫາວິທະຍາໄລສະຫວັນນະເຂດ 2 ຫລຽນຄໍາ, 6 ຫລຽນທອງ; ອັນດັບ 4 ມະຫາວິທະຍາໄລຍະແຫ່ງຊາດ ເຈົ້າພາບ 1 ຫລຽນຄໍາ, 4 ຫລຽນເງິນ, 2 ຫລຽນທອງ; ອັນດັບທີ 5 ມະຫາວິທະຍາໄລຈໍາປາສັກ 2 ຫລຽນເງິນ, 2 ຫລຽນທອງ; ອັນດັບທີ 6 ສະຖາບັນລາວ-ອາເມກາ 1 ຫລຽນເງິນ; ອັນດັບທີ 7 ມະຫາວິທະຍາໄລວິທະຍາສາດສຸຂະພາບ 2 ຫລຽນທອງ ແລະ ອັນດັບທີ 8 ສະຖາບັນຣັຕນະບໍລິຫານທຸລະກິດ 1 ຫລຽນທອງ.

ຂ່າວ: ຢ່າຕົ່ງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments