Saturday, July 27, 2024
Homeຂ່າວກິລາວປກ ຄວ້າຫລຽນຄຳ ກະຕໍ້ທີມຊຸດຄູ່ຊາຍໃນງານກິລາມະຫາວິທະຍາໄລລາວ ຄັ້ງທີ 2

ວປກ ຄວ້າຫລຽນຄຳ ກະຕໍ້ທີມຊຸດຄູ່ຊາຍໃນງານກິລາມະຫາວິທະຍາໄລລາວ ຄັ້ງທີ 2

ທັບນັກກິລາກະຕໍ້ ວິທະຍາຄານປ້ອງກັນຊາດ (ວປກ) ສ້າງ ຜົນງານໄດ້ ຢ່າງ ໂດດເດັ່ນ ຫລັງໃນຮອບຊີງຊະນະເລີດ ຫລື ຊີງຫລຽນຄຳ ສາມາດເອົາ ຊະນະ ທີມມະຫາວິທະຍາໄລແຫ່ງຊາດ (ມຊ) ເຈົ້າພາບໄປໄດ້ 2-0 ຄູ່ ຄວ້າ ຫລຽນຄຳ ໄປຄອງໄດ້ສຳເລັດ ເຊິ່ງເປັນຫລຽນຄຳທຳອິດ ຂອງງານມະຫະກຳ ກິລາມະຫາ ວິທະຍາໄລລາວ ຄັ້ງທີ 2.

ການແຂ່ງຂັນຄູ່ຊີງຫລຽນຄຳ ລະຫວ່າງ ວິທະຍາຄານປ້ອງກັນຊາດ ພົບ ກັບມະຫາວິທະຍາໄລແຫ່ງຊາດ ໄດ້ມີຂຶ້ນທ້າຍອາທິດຜ່ານມານີ້, ທີ່ສະໜາມ ກິລາໃນຮົ່ມໂອແລມປາເຊຍ ວິທະຍາເຂດດົງໂດກ ນະຄອນຫລວງວຽງຈັນ ໂດຍລະບົບການແຂ່ງຂັນແມ່ນຊະນະ 2 ໃນ 1 ເກມ ຄວ້າຫລຽນຄຳໄປຄອງ. ຜ່ານການແຂ່ງຂັນຄູ່ຊີງຊະນະເລີດປະກົດວ່າ ທີມນັກກິລາກະຕໍ້ ວປກ ສາ ມາດເອົາຊະນະທີມກະຕໍ້ ມຊ ໄປ 2-0 ຄູ່ ຄວ້າຫລຽນຄຳໄປຄອງໄດ້ສຳເລັດ ທັງເປັນຫລຽນຄຳທຳອິດຂອງງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2. ຂະນະທີ່ຫລຽນເງິນ ຕົກເປັນຂອງ ມຊ ແລະ ຫລຽນທອງຮ່ວມໄດ້ແກ່ສະ ຖາບັນຍຸຕິທຳແຫ່ງຊາດ ແລະ ມະຫາວິທະຍາໄລສະຫວັນນະເຂດ. ເປັນກຽດ ເຂົ້າຮ່ວມ ແລະ ມອບຫລຽນລາງວັນຂອງ ທ່ານ ອຸດົມ ພອນຄຳເພັງ ປະ ທານສະຫະພັນກິລາມະຫາວິທະຍາໄລລາວ ທັງເປັນປະທານຈັດງານມະຫະ ກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2, ທ່ານ ພົນຈັດຕະວາ ສົມພອນ ສີສຸວັນນະ ຮອງຜູ້ອຳນວຍການວິທະຍາຄານປ້ອງກັນຊາດ ແລະ ທ່ານ ຄຳສີ ຄຳພັນທອງ ຄະນະກຳມະການຈັດການແຂ່ງຂັນກິລາກະຕໍ້, ມີຄະນະນຳ, ຄູຝຶກ ແລະ ນັກກິລາ.

ຂະນະທີ່ການແຂ່ງຂັນກິລາດອກປີກໄກ່ຊາຍ-ຍິງ ງານມະຫະກຳກິລາ ມະຫາວິທະຍາໄລລາວ ຄັ້ງທີ 2 ໄດ້ຈັດສະຫລາກເປັນທີ່ຮຽບຮ້ອຍ ແລ້ວໃນທ້າຍ ອາທິດຜ່ານມາ ໂດຍການແຂ່ງຂັນກິລາດອກປີກໄກ່ ຊາຍ-ຍິງ ມີນັກກິລາ ເຂົ້າຮ່ວມທັງໝົດ 80 ຄົນ, ຍິງ 32 ຄົນ. ໃນນັ້ນ, ມີ 9 ພາກສ່ວນເຂົ້າຮ່ວມຄື: ມະຫາວິທະຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລສຸພານຸວົງ (ມສ), ມະຫາ ວິທະຍາໄລວິທະຍາສາດສຸຂະພາບ (ມວສ), ສະຖາບັນເຕັກໂນໂລຊີສຸດສະກະ (ສຕສ), ສະຖາບັນທະນາຄານ (ສທຄ), ສະຖາບານຍຸຕິທຳແຫ່ງຊາດ (ສຍຊ), ສະຖາບັນຣັຕນະບໍລິຫານທຸລະກິດ (ສຣບທ), ວິທະຍາໄລເຕັກນິກວິຊາຊີບ ກຽດຕິສັກ (ວຕວກ) ແລະ ສະຖາບັນລາວ-ອາເມລິກາ (ສລອ).

ສ່ວນການແຂ່ງຂັນກິລາດອກປີກໄກ່ ມີ ດ່ຽວຊາຍ 9 ທີມ, ຄູ່ຊາຍ 8 ທີມ, ດ່ຽວຍິງ 5 ທີມ, ຄູ່ຍິງ 7 ທີມ ແລະ ຄູ່ປະສົມມີ 8 ທີມ, ເຊິ່ງເລີ່ມ ການແຂ່ງ ຂັນຂອງວັນທີ 6-9 ພຶດສະພາ 2024 ທີ່ສະໜາມດອກ ປີກໄກ່ໜອງວຽງຄໍາ.

ໂດຍ:​ ຢ່າຕົ່ງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments