Wednesday, May 15, 2024
Homeຂ່າວກິລາທີມໃດກ້າແດ່ “ ມູຣິນໂຢ ” ຂໍ 1 ເງື່ອນໄຂ ພ້ອມໄປເປັນຄູຝຶກໃຫ້ທັນທີ

ທີມໃດກ້າແດ່ “ ມູຣິນໂຢ ” ຂໍ 1 ເງື່ອນໄຂ ພ້ອມໄປເປັນຄູຝຶກໃຫ້ທັນທີ

ວັນທີ 21 ມັງກອນ 2024 Sky Italia ລາຍງານວ່າ ໂຈເຊ່ ມູຣິນໂຢ ສຸດຍອດຜູ້ຈັດການທີມທີ່ກໍາລັງວ່າງວຽກຢູ່ໃນຕອນນີ້ ພ້ອມໄປຄຸມທັບໃຫ້ກັບສະໂມສອນທີ່ສາມາດລົງທຶນໃຫ້ເຂົາເພື່ອໃຊ້ເສີມທັບນັກເຕະດາວດັງໄດ້.

ສໍາລັບ ມູຣິນໂຢ່ ຖືກປົດອອກຈາກຕໍາແໜ່ງຜູ້ຈັດການທີມ ໂຣມ່າ ຫຼັງຈາກທີ່ນໍາທີມເຮັດຜົນງານໄດ້ບໍ່ດີ ຊະນະໄດ້ພຽງແຕ່ 8 ນັດຈາກ 20 ນັດໃນ ກັນໂຊ ເຊເຣຍ ອາ ລະດູການນີ້ ແຕ່ດ້ວຍປະສົບການໃນລະດັບສູງທີ່ຜ່ານການຄວ້າແຊ້ມມາຫຼວງຫຼາຍ ເຮັດໃຫ້ເຂົາຍັງເນື້ອຫອມ ແລະ ໄດ້ຮັບຄວາມສົນໃຈຈາກຫຼາຍສະໂມສອນ.

ທັງນີ້ ລາຍງານຫຼ້າສຸດລະບຸວ່າ ມູຣິນໂຢ່ ມີເງື່ອນໄຂສໍາຄັນກ່ຽວກັບທີມຕໍ່ໄປທີ່ເຂົາຈະເຂົ້າໄປຮັບວຽກໃຫ້ ນັ້ນກໍຄື ສະໂມສອນດັ່ງກ່າວຕ້ອງມີງົບປະມານກ້ອນໃຫຍ່ ໃນການໃຫ້ເຂົາໃຊ້ດຶງນັກເຕະລະດັບດາວດັງມາເສີມສ້າງຄວາມເຂັ້ມແຂງໃຫ້ການຄຸມທີມຊອງເຂົານັ້ນເອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments