Tuesday, May 14, 2024
Homeຂ່າວການເມືອງນາຍົກລັດຖະມົນຕີ ກ່າວປາໄສໃນພິທີເປີດກອງປະຊຸມໃຫຍ່ປະຈໍາປີ ສະໄໝທີ 80 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊີຟິກ

ນາຍົກລັດຖະມົນຕີ ກ່າວປາໄສໃນພິທີເປີດກອງປະຊຸມໃຫຍ່ປະຈໍາປີ ສະໄໝທີ 80 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊີຟິກ

ໃນຕອນເຊົ້າຂອງວັນທີ 22 ເມສາ 2024, ທີ່ບາງກອກ, ປະເທດໄທ, ທ່ານ ສອນໄຊ ສີພັນດອນ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບກຽດກ່າວປາໄສດ້ວຍຮູບແບບບັນທຶກເປັນວີດີໂອ ໃນພິທີເປີດກອງປະຊຸມໃຫຍ່ປະຈໍາປີ ສະໄໝທີ 80 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ, ຊຶ່ງຈັດຂຶ້ນແຕ່ວັນທີ 22 ຫາ 26 ເມສາ 2024 ພາຍໃຕ້ຫົວຂໍ້: ການນຳໃຊ້ນະວັດຕະກຳດ້ານດິຈິຕ໋ອນ ເພື່ອພັກດັນການພັດທະນາແບບຍືນຍົງ ໃນພາກພື້ນອາຊີ-ປາຊີຟິກ (Leveraging Digital Innovation for Sustainable Development in Asia and the Pacific), ໂດຍມີການເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ ຂອງປະມຸກລັດ/ຫົວໜ້າລັດຖະບານ, ຄະນະຜູ້ແທນຂັ້ນສູງຈາກ 46 ປະເທດສະມາຊິກ ລວມທັງທ່ານ ປະທານາທິບໍດີ ຟິລິບປິນ, ທ່ານ ນາຍົກລັດຖະມົນຕີ 3 ປະເທດຄື: ບັງກລາເດັດ, ກຳປູເຈຍ ແລະ ໄທ, ທ່ານ ປະທານສະມັດຊາໃຫຍ່ ອົງການ ສປຊ, ຜູ້ຕາງ ໜ້າບັນດາອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຫລາຍກວ່າ 20 ພາກສ່ວນ.

ໃນນັ້ນ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ຂອງຄະນະກຳມາທິການເສດຖະກິດ-ສັງຄົມ ອົງການ ສປຊ ປະຈຳພາກພື້ນ ອາຊີ-ປາຊີຟິກ ຫຼື UNESCAP ຕະຫລອດໄລຍະເກືອບ 8 ທົດສະວັດ ທີ່ຜ່ານມາ ອັນໄດ້ປະກອບສ່ວນຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາເສດຖະກິດ- ສັງຄົມ ຢູ່ພາກພື້ນອາຊີ-ປາຊີຟິກ ເປັນກ້າວໆມາ ນັບຈາກການ ຟື້ນຟູພາຍຫຼັງສົງຄາມໂລກຄັ້ງທີສອງ ໄປຈົນເຖິງການແກ້ໄຂບັນ ຫາຄວາມທຸກຍາກ, ການສົ່ງເສີມດ້ານການຄ້າ ແລະ ການລົງທຶນ, ການພັດທະນາຕາໜ່າງຄົມມະນາຄົມຂົນສົ່ງ, ການພັດທະນາສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ, ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ. ພ້ອມກັນນັ້ນ,​ ທ່ານ ຍັງໄດ້ແຈ້ງຕໍ່ທີ່ປະຊຸມກ່ຽວກັບຄວາມພະຍາຍາມຂອງ ສປປ ລາວ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ແລະ ພັດ ທະນາເສດຖະກິດສີຂຽວໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ທົ່ວເຖິງກັນ ເພື່ອກ້າວໄປສູ່ການຫຼຸດພົ້ນອອກຈາກສະຖານະພາບເປັນປະ ເທດດ້ອຍພັດທະນາ ພາຍໃນປີ 2026 ກໍຄືການຫັນປະເທດທີ່ບໍ່ມີຊາຍແດນຕິດທະເລ ໄປສູ່ການເປັນປະເທດເຊື່ອມຈອດ,

ພ້ອມທັງໄດ້ຢ້ຳຄືນຄວາມໝາຍໝັ້ນຂອງລັດຖະບານລາວ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໂດຍຜ່ານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ກໍຄືການຮັບຮອງເອົາວິໄສທັດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລ ຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 05 ປີ (2021-2025) ເຊິ່ງຂະບວນ ການຫັນເປັນດິຈິຕອນຂອງ ສປປ ລາວ ຕາມທິດ 3 ເສົາຄ້ຳຄື: 1. ການພັດທະນາລັດຖະບານ ດິຈິຕອນ (Digital Government); 2. ການພັດທະນາເສດຖະກິດ ດິຈິຕອນ (Digital Economy); ແລະ 3. ການພັດທະນາສັງຄົມ ດິຈິຕອນ (Digital Society). ນອກຈາກນັ້ນ, ທ່ານ ນາຍົກລັດ ຖະມົນຕີ ໄດ້ຊີ້ໃຫ້ເຫັນວ່າ ປີ 2024 ນີ້ ເປັນປີທີ່ມີຄວາມໝາຍ ຄວາມສຳຄັນ ສຳລັບ ສປປ ລາວ ທີ່ໄດ້ຮັບກຽດເປັນປະທານໝູນວຽນອາຊຽນ ພາຍໃຕ້ຄຳຂວັນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ຂອງອາຊຽນ (ASEAN: Enhancing Connectivity and Resilience) ແລະ ກໍ່ເປັນປີທ່ອງ ທ່ຽວລາວ (Visit Laos Year 2024).

ສຳ​ລັບຄະນະຜູ້ແທນທາງການຂອງ ສປປ ລາວ ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ, ຈະ​ໄດ້​ສືບຕໍ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໄປຈົນເຖິງວັນທີ 26 ເມສາ 2024 ເຊີ່ງ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ ຮອງນາຍົກລັດຖະມົນຕີ ມີແຜນຈະກ່າວຄຳເຫັນຕໍ່ກອງປະຊຸມໃນພາກອະພິປາຍທົ່ວໄປ ໃນວັນທີ 23 ເມສາ 2024. ນອກ​ຈາກນັ້ນ, ກໍຈະໄດ້ພົບປະສອງ​ຝ່າຍ​ຕື່ມ​ອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments