Wednesday, May 15, 2024
Homeຂ່າວໜ້າໜຶ່ງປະທານປະເທດເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາ ຈັກ ກໍາປູເຈຍ

ປະທານປະເທດເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາ ຈັກ ກໍາປູເຈຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະບາດສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມ ດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມ ຢາມທາງລັດຖະກິດ ຣາຊະອານາຈັກກໍາປູເຈຍ ໃນວັນທີ 23 ເມ ສາ 2024 ທີ່ ນະຄອນຫລວງພະນົມເປັນ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ເສີມ ຂະຫຍາຍການເປັນ ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງ ລາວ ແລະ ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ພິທີສົ່ງຄະນະຜູ້ແທນດັ່ງກ່າວ, ຈັດຂຶ້ນໃນຕອນເຊົ້າວັນທີ 23 ເມສາ 2024, ທີ່ສະໜາມບິນສາກົນວັດໄຕ ໂດຍມີ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ທ່ານ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີຜູ້ຕາງໜ້າເອກອັກຄະລັດຖະທູດແຫ່ງ ຣາຊະອາ ນາຈັກ ກໍາປູເຈຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ຂ່າວ-ພາບ:ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments