Saturday, July 27, 2024
Homeຂ່າວການເມືອງສະເຫລີມສະຫລອງວັນ ເອີຣົບ ທີ່ນະຄອນຫວງວຽງຈັນ

ສະເຫລີມສະຫລອງວັນ ເອີຣົບ ທີ່ນະຄອນຫວງວຽງຈັນ

ສຳນັກງານຜູ້ຕາງໜ້າສະຫະພາບ ເອີຣົບ ປະຈຳ ສປປ ລາວ ຈັດງານການສະເຫລີມສະຫລອງວັນເອີຣົບ ໃນວັນທີ 9 ພຶດສະພາ 2024 ທີ່ນະຄອນຫລວງວຽງຈັນ ເພື່ອຫວນຄືນການຮັບຮອງເອົາຖະແຫລງການ ຊູແມນ ໃນປີ 1950 ເຊິ່ງຖະແຫລງການດັ່ງກ່າວ ເປັນພື້ນຖານໃຫ້ແກ່ການສ້າງຕັ້ງສະຫະພາບ ເອີຣົບ ໃນປັດຈຸບັນ.

ທ່ານ ນາງ ອີນາ ມາຈູລີອໍນີແຕ ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ການສະເຫລີມສະຫລອງວັນເອີຣົບ ປີນີ້, ແມ່ນໄດ້ຈັດສັບປະດາ ເອີຣົບ ຄັ້ງທໍາອິດໃນ ສປປ ລາວ ເຊິ່ງປະກອບມີຫລາຍກິດຈະກຳ ເພື່ອຍົກໃຫ້ເຫັນເຖິງມໍລະດົກ ແລະ ຄຸນຄ່າທາງດ້ານວັດທະນະທຳ ອັນອຸດົມສົມບູນຂອງເອີຣົບ. ພ້ອມກັນນັ້ນ, ກໍເປັນການສົ່ງເສີມຄວາມຮັບຮູ້ ແລະ ສະແດງຄວາມຂອບໃຈ ຕໍ່ການຮ່ວມມື ລະຫວ່າງສະຫະພາບ ເອີຣົບ ແລະ ສປປ ລາວ. ໃນວັນ ເອີຣົບ ນີ້, ພວກເຮົາຫວນຄືນເຖິງຄຸນຄ່າຂອງຄວາມສາມັກຄີ, ການຮ່ວມມື ແລະ ການເຄົາລົບເຊິ່ງກັນ ແລະ ກັນ ທີ່ເຊື່ອມໂຍງ. ຜ່ານການສືບຕໍ່ການຮ່ວມມື ແລະ ປຶກສາຫາລື, ພວກຂ້າພະເຈົ້າຫວັງວ່າ ຈະສ້າງອະນາຄົດແຫ່ງສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ, ຄວາມສາມັກຄີແບບພິເສດໃຫ້ແກ່ຄົນຮຸ່ນຫລັງ ໂດຍການຮ່ວມມືກັບເພື່ອນມິດໃນ ສປປ ລາວ.

ໂອກາດນີ້, ທ່ານ ນາງ ອີນາ ມາຈູລີອໍນີແຕ ໄດ້ສະແດງຄວາມດີໃຈທີ່ໄດ້ສະເຫລີມສະຫລອງວັນ ເອີຣົບ ທີ່ນະຄອນຫລວງວຽງຈັນ ເຊິ່ງເປັນຂີດໝາຍມິດຕະພາບອັນຍືນຍົງ ລະຫວ່າງເອີຣົບ ແລະ ສປປ ລາວ. ພວກເຮົາຈະກ້າວໄປສູ່ອະນາຄົດແຫ່ງຄວາມ ຈະເລີນຮຸ່ງເຮືອງຮ່ວມກັນ ບົນພື້ນຖານຄວາມເຄົາລົບເຊິ່ງກັນ ແລະ ກັນ.

ຂ່າວ: ກິດຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments