Wednesday, May 15, 2024
Homeຂ່າວໜ້າໜຶ່ງໄຂກອງປະຊຸມປະທານແນວໂຮມ 3 ປະເທດກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5

ໄຂກອງປະຊຸມປະທານແນວໂຮມ 3 ປະເທດກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5

ກອງປະຊຸມປະທານແນວໂຮມ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 ຈັດຂຶ້ນໃນວັນທີ 9 ເມສາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ແຫ່ງ ສປປ ລາວ, ມີປະທານແນວໂຮມຈຳປູເຈຍ, ປະທານແນວໂຮມຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເພື່ອພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ, ມີການແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ບົດຮຽນ ແລະ ພຶດຕິກໍາທີ່ດີກ່ຽວກັບ ການປະຕິບັດບົດບັນທຶກການຮ່ວມມືສາມຝ່າຍ ໃນໄລຍະຜ່ານມາ.

ທ່ານ ສິນລະວົງ ຄຸດໄພທູນ ໄດ້ໃຫ້ຮູ້ວ່າ: ບັນຫາຕ່າງໆທີ່ໄດ້ຍົກຂຶ້ນມາປຶກສາຫາລືໃນກອງປະຊຸມຄັ້ງນີ້, ລ້ວນແຕ່ໄດ້ຮັບການຮັບຮອງ ຈາກທັງສາມຝ່າຍຢ່າງເປັນເອກະພາບ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມ ຂອງແນວໂຮມສາມປະເທດ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບົດບັນທຶກຮ່ວມມື ກໍຄື ບັນດາກິດຈະກໍາຕ່າງໆ ໃນໄລຍະ 3 ປີ ຜ່ານມາ ໄດ້ຮັບຜົນສໍາເລັດໃນຫລາຍດ້ານ, ຕີລາຄາສູງຕໍ່ລັດຖະບານ ກໍຄື ອໍານາດການປົກ ຄອງທ້ອງຖິ່ນຂອງ 3 ປະເທດ ທີ່ໄດ້ເອົາໃຈໃສ່ປະສານງານ ແລະ ປຶກສາຫາລືຮ່ວມກັນຢ່າງເປັນປົກກະຕິ ເຊິ່ງເປັນການສົ່ງເສີມ ແລະ ອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນສາມຊາດ ໄດ້ໄປມາຫາສູ່, ຄ້າຂາຍ ແລະ ຢູ່ຮ່ວມກັນຢ່າງເປັນປົກກະຕິ. ເຖິງຢ່າງໃດກໍຕາມ ຍັງມີບາງຂໍ້ຄົງຄ້າງໃນການປະຕິບັດບົດບັນທຶກກອງປະຊຸມຄັ້ງທີ 4 ທີ່ຈະຕ້ອງຮ່ວມກັນແກ້ໄຂ ເປັນຕົ້ນແມ່ນ ການໂຄສະນາສຶກສາອົບຮົມໃຫ້ປະຊາຊົນ ຍັງບໍ່ທັນເລິກເຊິ່ງ ແລະ ທົ່ວເຖິງ, ປາກົດ ການເຂົ້າ-ອອກເມືອງແບບບໍ່ຖືກກົດໝາຍ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ບັນຫາຕ່າງໆ.

ສຳລັບບົດບັນທຶກກອງປະຊຸມ ຄັ້ງທີ 5 ເຫັນວ່າມີຫລາຍເນື້ອໃນທີ່ສໍາຄັນ ເຊິ່ງໄດ້ຮວມເອົາທັງຈິດໃຈຂອງບົດບັນທຶກສະບັບເກົ່າຢູ່ນໍາ ແລະ ບັນຫາໃໝ່ຈໍານວນໜຶ່ງ ທີ່ລ້ວນແຕ່ແມ່ນບັນຫາທີ່ສາມຝ່າຍ ຕ້ອງໄດ້ຮ່ວມກັນເພີ່ມຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດໃຫ້ມີໝາກມີຜົນຕໍ່ໄປ. ພ້ອມກັນນັ້ນ, ຈະໄດ້ພ້ອມກັນຈັດຕັ້ງຜັນຂະ ຫຍາຍຜົນການພົບປະຂອງກົມການເມືອງ ແລະ ລັດຖະບານ ສາມປະເທດ ທີ່ໄດ້ຕົກລົງຮ່ວມກັນແລ້ວນັ້ນ ໃຫ້ປາ ກົດຜົນເປັນຈິງ ເປັນຕົ້ນແມ່ນການສະໜັບສະໜູນ ເພີ່ມທະວີການຮ່ວມມືດ້ານການເມືອງ, ການທູດປະຊາຊົນໃຫ້ເຂົ້າສູ່ລວງເລິກ, ແລກປ່ຽນຂໍ້ມູນຂ່າວສານໃຫ້ເປັນປົກກະຕິທັນການ, ປະສານສົມທົບຢ່າງສະໜິດແໜ້ນ, ມີປະສິດ ທິຜົນ; ສະໜັບສະໜູນ, ປົກປ້ອງຜົນປະໂຫຍດອັນຊອບທໍາຂອງກັນ ແລະ ກັນ.

ໃນທ່າມກາງສະພາບການຂອງໂລກ ແລະ ພາກພື້ນຜັນແປຢ່າງສັບສົນ ແນວໂຮມ 3 ປະເທດ ຕ້ອງໄດ້ເພີ່ມຄວາມສາມັກຄີ, ປະສານສົມທົບຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ, ສືບຕໍ່ຖືເອົາການພົວພັນລະຫວ່າງ 3 ພັກເປັນແກນຫລັກ, ເສີມຂະຫຍາຍກົນໄກທີ່ມີຢູ່ຢ່າງມີປະສິດທິຜົນ, ຄົ້ນຄວ້າ, ສ້າງກົນໄກການຮ່ວມມື ເພື່ອແນໃສ່ເພີ່ມພູນຄູນສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນດູດດຶ່ມ, ຄວາມສາມັກຄີພິເສດ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງ 3 ພັກ, 3 ປະເທດ, 3 ແນວໂຮມ ແລະ ປະຊາຊົນ 3 ຊາດໃຫ້ນັບມື້ໜັກແໜ້ນ; ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ດ້ານວັດທະນະທໍາ, ການທ່ອງທ່ຽວ ແລະ ກະສິກໍາ ບົນພື້ນ ຖານຄວາມອາດສາມາດ ແລະ ທ່າແຮງຂອງແຕ່ລະປະເທດ.

ຂ່າວ: ກິດຕາ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments