Saturday, July 27, 2024
Homeຂ່າວກິລາທັບນັກກິລາວິທະຍາຄານກອງທັບ ຄອງຫລຽນຄຳກິລາເຕະບານ ແລະ ບານສົ່ງໃນຮົ່ມ

ທັບນັກກິລາວິທະຍາຄານກອງທັບ ຄອງຫລຽນຄຳກິລາເຕະບານ ແລະ ບານສົ່ງໃນຮົ່ມ

ໃນວັນທີ 13 ພຶດສະພາຜ່ານມານີ້, ທີ່ສະໜາມກິລາເຕະບານມະຫາວິທະ ຍາ ໄລແຫ່ງຊາດ ໄດ້ມີການແຂ່ງຂັນກິລາເຕະບານຊາຍ ງານມະຫະກຳກິລາ ມະຫາໄລລາວຄັ້ງທີ 2 ຮອບຊີງຫລຽນຄຳ ໂດຍການພົບກັນລະຫວ່າງທີມນັກ ກິລາວິທະຍາຄານກອງທັບ ແລະ ມະຫາວິທະຍາໄລສຸພານຸວົງ ເຊິ່ງຜົນປະກົດ ວ່າທີມ ນັກກິລາວິທະຍາຄານກອງທັບ ເອົາຊະນະ ທີມມະຫາວິທະຍາໄລ ສຸ ພານຸວົງ 2-1 ປະຕູ ຍາດໄດ້ຫລຽນຄຳມາຄອງສຳເລັດ.

ສຳລັບຫລຽນເງິນ ຕົກເປັນຂອງມະຫາວິທະຍາໄລສຸພານຸວົງ, ຫລຽນທອງ ແມ່ນສະຖາບັນລາວ-ອາເມລິກາ. ຂະນະທີ່ທີມນັກກິລາບານສົ່ງໃນຮົ່ມ ວິທະ ຍາຄານກອງທັບກໍສາມາດຍາດໄດ້ຫລຽນຄຳທັງທີມຍິງ ແລະ ທີມຊາຍມາ ຄອງເຊັ່ນດຽວກັນ.

ສຳລັບຜົນຂອງການແຂ່ງຂັນກິລາບານສົ່ງໃນຮົ່ມປະເພດຊາຍ ອັນດັບ 1 ຫລຽນຄຳ ແມ່ນວິທະຍາ ຄານກອງທັບ; ຫລຽນເງິນວິທະຍາຄານສັນຕິບານ ປະຊາຊົນ ແລະ ຫລຽນທອງສະຖາບັນລາວ-ອາເມລິກາ. ຂະນະທີ່ກິລາ ບານ ສົ່ງໃນຮົ່ມປະເພດຍິງ ຫລຽນຄຳ ກໍຍັງແມ່ນວິທະຍາຄານກອງທັບ; ຫລຽນ ເງິນ ມະຫາວິ ທະຍາໄລແຫ່ງຊາດ ແລະ ຫລຽນທອງ ສະຖາບັນ ລາວ-ອາເມ ລິກາ.

ບົດໂດຍ: ຢ່າຕົ່ງ

ສູນຂ່າວ ກມລ 2

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments