Saturday, July 27, 2024
Homeສາລະໜ້າຮູ້ແຮງບັນດານໃຈທີ່ອາດປ່ຽນແປງຊີວິດທ່ານ "Jack Ma"

ແຮງບັນດານໃຈທີ່ອາດປ່ຽນແປງຊີວິດທ່ານ “Jack Ma”

Jack Ma ຜູ້ສ້າງຕັ້ງເວັບໄຊທ໌ Alibaba ຖືກນຳຂຶ້ນມາເວົ້າເລື້ອຍໆ ດ້ວຍທັດສະນະຂອງການເຮັດທຸລະກິດທີ່ໂດດເດັ່ນ ບວກກັບເລື່ອງຊີວິດທີ່ໜ້າສົນໃຈ ຈາກຄົນທີ່ເລີ່ມຕົ້ນຈາກສູນ ເຄີຍປະສົບກັບຄວາມລົ້ມເຫຼວນັບບໍ່ຖ້ວນຈົນສາມາດຫັນຕົນເອງກາຍເປັນມະຫາເສດຖີໄດ້ ຊື່ງເປັນການສ້າງແຮງບັນດານໃຈໃຫ້ຄົນທົ່ວໂລກ ມື້ນີ້ພວກເຮົາຂໍພາທຸກຄົນໄປຖອດຖອນບົດຮຽນເບື້ອງຫຼັງສູ່ຄວາມສຳເລັດຂອງ “Jack Ma” ໂດຍຜ່ານຂໍ້ຄິດດີໆ ແລະ ມີປະໂຫຍກທີ່ເຮັດໃຫ້ສາມາດໄປໃຊ້ເປັນແຮງບັນດານໃຈໃນການເຄື່ອນໄຫວໃນຊີວິດ.

ຢ່າຄິດທີ່ຈະປະຖິ້ມ ຫຼື ຍອມແພ້ສີ່ງໃດງ່າຍໆ ເຖິງແມ່ນວ່າໃນມື້ນີ້ຈະໂຫດຮ້າຍ ຄວນຈື່ໄວ້ວ່າມື້ອື່ນຈະໂຫດຮ້າຍຍີ່ງກວ່າເກົ່າ ແຕ່ຖ້າທ່ານສາມາດຜ່ານມັນໄດ້ມື້ທີ່ສົດໃສຈະມາແນ່ນອນ.

ຄວນຮຽນຮູ້ຈາກຄູ່ແຂ່ງຂອງທ່ານ ແຕ່ຢ່າໄປຮຽນແບບເຂົາ ຖ້າຫາກຮຽນແບບຊີວິດທ່ານພົບຈຸດຈົບແນ່ນອນ.

ຄົນລົ້ມເຫຼວມີສິ່ງຄືກັນຢ່າງໜື່ງຄື: ຕະຫຼອດຊີວິດພວກເຂົາມີແຕ່ຄຳວ່າ “ເບິ່ງກ່ອນ”.

ຄົນທຸກຍາກຄືຄົນທີ່ເອົາໃຈຍາກທີ່ສຸດ ເພາະພວກເຂົາມັກຖາມທຸກຢ່າງຈາກ Google ແລະ ມັກສົນທະນາກັບໝູ່ ທີ່ລົ້ມເຫຼວຄືກັນກັບຕົນເອງ.

  • ກ່ອນອາຍຸ 20 ປີທ່ານຄວນຮຽນຕັ້ງໃຈຮຽນ.
  • ກ່ອນອາຍຸ 30 ປີທ່ານຄວນຊອກຫາແບບຢ່າງຈາກໃຜຈັກຄົນ.ໃນເວລາອາຍຸ 30-40 ປີ ເຮັດວຽກສ້າງເນື້ອສ້າງຕົວໃຫ້ກັບຕົນເອງ.ເມື່ອມີອາຍຸ 40-50 ປີ ໃຫ້ສຸມໃສ່ເຮັດໃນສິ່ງທີ່ເຮົາເຮັດໄດ້ດີ.
  • ອາຍຸ 50-60 ປີ ໃຫ້ຮູ້ຈັກເຮັດວຽກກັບຄົນຮຸ່ນໃໝ່ ແລະ ເມື່ອທ່ານອາຍຸ 60 ປີ ໃຫ້ໃຊ້ເວລາສ່ວນທີ່ເຫຼືອຂອງທ່ານເພື່ອຄວາມສຸກຂອງໂຕທ່ານເອງ.

ຖ້າທ່ານມີຄວາມຝັນທີ່ຍີ່ງໃຫຍ່ ສິ່ງສຳຄັນທີ່ສຸດແມ່ນຕ້ອງມີຄົນເຊື່ອໝັ້ນໃນຕົວຂອງທ່ານ ບໍ່ວ່າທ່ານຈະສະຫຼາດ ແລະ ເກັ່ງປານໃດກໍ່ຕາມ ແຕ່ຖ້າທ່ານບໍ່ສາມາດເຮັດວຽກກັບຄົນອື່ນໄດ້ ຄວາມຝັນຂອງທ່ານຈະກາຍເປັນເລື່ອງທີ່ບໍ່ເປັນປະໂຫຍດ ແລະ ບໍ່ມີວັນເປັນຈິງ ຄິດສະເໝີວ່າທ່ານພິເສດກວ່າຄົນອື່ນ ເພາະວ່າບໍ່ມີໃຜຄືທ່ານ ພຽງແຕ່ທ່ານເທົ່ານັ້ນທີ່ເປັນຕົວຂອງທ່ານເອງ ຕອນຍັງໝຸ່ມສາວຄົງມີຫຼາຍສີ່ງຫຼາຍຢ່າງທີ່ຢາກຈະເຮັດ ຈົງເລືອກຢ່າງໜື່ງແລ້ວລົງມືເຮັດ ແລະ ມຸ້ງໝັ້ນໄປກັບສີ່ງນັ້ນເຕັມທີ່.

ຢ່າຄິດວ່າທ່ານຈະໄດ້ຮັບຫຍັງ? ແຕ່ໃຫ້ຄິດກ່ອນວ່າທ່ານຈະໃຫ້ຫຍັງ? ເລີ່ມຕົ້ນເຮັດກ່ອນບໍ່ພໍ ຕ້ອງເຮັດໃຫ້ມັນໄວ ຖ້າທ່ານຕ້ອງການຄວາມກ້າວໜ້າໃນຊີວິດ ພະຍາຍາມຊອກຫາໂອກາດ ສຳລັບຕົວທ່ານເອງ ແລະ ຖ້າທ່ານຕ້ອງການທີ່ຈະປະສົບຜົນສຳເລັດໃນໂລກທຸລະກິດ ທຳອິດລອງຖາມຕົວເອງວ່າທຸກມື້ນີ້ສາມາດຊ່ວຍແກ້ໄຂບັນຫາໃດແກ່ ໃຫ້ສັງຄົມໃນປະຈຸບັນ?

ຕອບ 3 ຄຳຖາມນີ້ໃຫ້ໄດ້ ແລະ ໃຫ້ແນ່ໃຈວ່າທ່ານຕ້ອງການເຮັດຫຍັງ? ແມ່ນຫັຍງສີ່ງທີ່ທ່ານຕ້ອງການຢາກເຮັດ? ແລະ ທ່ານຄວນໃຊ້ເວລາໜ້ອຍຫຼາຍປານໃດໃນການເຮັດ?

ຄວາມສຳເລັດຈະບໍ່ເກີດຂື້ນ ຖ້າທ່ານບໍ່ສົນໃຈປະຕິບັດ ຫຼື ລົງມືເຮັດ ແຕ່ຖ້າທ່ານທົດລອງພະຍາຍາມເຮັດມັນຢ່າງ ໜ້ອຍທ່ານກໍ່ຍັງມີຄວາມຫວັງທີ່ຈະໄດ້ຮັບຄວາມສຳເລັດ.

ໂລກຕ້ອງການຜູ້ນຳໃໝ່ ຊື່ງແມ່ນຜູ້ນຳທີ່ເຂົ້າໃຈວິທີເຮັດວຽກກັບຄົນອື່ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments