Saturday, July 27, 2024
Homeສາລະໜ້າຮູ້ສູດສາຄູແຊບໆ ງ່າຍໆ

ສູດສາຄູແຊບໆ ງ່າຍໆ

ສ່ວນປະກອບມີ:

  1. ໝູບົດ 270 g
  2. ຮາກຜັກຊີ 4 ຮາກ
  3. ຫົວຜັກທຽມ 4 ງີມ
  4. ພິກໄທ 1 ບ່ວງກາເຟ
  5. ຫົວຜັກບົວ 6-7 ຫົວ
  6. ນໍ້າຕານ 150 g
  7. ຖົ່ວດິນ 60 g
  8. ຜັກກາດຂາວດອງ ຂະໜາດ 100 g (ເລືອກລົດຫວານ)
  9. ນໍ້າມັນ 1 ບ່ວງແກງ
  10. ສາຄູ 250 g

ຂັ້ນຕອນວິທີເຮັດມີດັ່ງນີ້:

  1. ຕຳຮາກຜັກຊີ, ຫົວຜັກທຽມ ໃຫ້ລະອຽດໃສ່ພິກໄທລົງໄປ
  2. ຕັ້ງໝໍ້ໃສ່ນໍ້າມັນ ຂົ້ວເຄື່ອງທີ່ຕຳໄວ້ (ຂໍ້ 1) ໃຫ້ຫອມ
  3. ໃສ່ຫອມແດງຈົນມີກິ່ນຫອມ
  4. ໃສ່ໝູບົດຂົ້ວຈົນສຸກ
  5. ໃສ່ນໍ້າຕານແລ້ວຂົ້ວໃຫ້ເຂົ້າກັນ ຈາກນັ້ນໃສ່ຜັກກາດຂາວດອງລົງໄປ
  6. ໃສ່ຖົ່ວດິນທີ່ບົດລົງໄປ ແລະ ຂົ້ວດ້ວຍໄຟອ່ອນໆ ໃຫ້ແຫ້ງຮຽບຮ້ອຍດີ
  7. ປະໄວ້ໃຫ້ໃສ້ເຢັນ ແລ້ວຈີ່ງເອົາມາປັ້ນເປັນກ້ອນໆ
  8. ລ້າງສາຄູໃຫ້ສະອາດ ແລະ ແຊ່ນ້ໍາປະໄວ້ເວລາ 30 ນາທີ
  9. ເມື່ອເຖິງເວລາແລ້ວກໍ່ຕອງນໍ້າອອກ ແລະ ສາຄູທີ່ໄນ່ ຈາກນັ້ນໃຫ້ບີບສາຄູພໍໃຫ້ຕິດກັນ ຫ້າມບີບຫຼາຍ ເພາະອາດຈະໜຽວເກີນໄປ
  10. ຫຼັງຈາກນັ້ນກໍ່ເອົາແປ້ງມາແຜ່ເປັນແຜ່ນ
  11.  ເອົາໃສ້ທີ່ປັ້ນໄວ້ມາວາງໄວ້ບ່ອນກາງສາຄູ
  12. ຫໍ່ໃສ້ ແລະ ປັ້ນເປັນຮູບກົມ.
  13. ຈາກນັ້ນເອົານໍ້າໄປຕົ້ມໃສ່ໝໍ້ຊືງໃຫ້ຟົດ ເອົານໍ້າມັນທາໃສ່ໃຫ້ທົ່ວ ແລະ ລຽງສາຄູ
  14. ນຳໄປໜື້ງ ປະມານ 3-5 ນາທີ ເມັດສາຄູຈະໃສຂື້ນ
  15. ເອົາສາຄູທີ່ສຸກແລ້ວອອກມາທາໃສ່ນໍ້າມັນ ເພື່ອບໍ່ໃຫ້ສາຄູຕິດກັນ
  16. ເອົາໃສ່ຈານ ໂຮຍໜ້າດ້ວຍກະທຽມຈຽວ ແຕ່ງຈານດ້ວຍຜັກສະລັດ ຜັກຊີ ແລະ ໝາກເຜັດພິກຂີ້ໜູ
RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments