Saturday, July 27, 2024
Homeຂ່າວໜ້າໜຶ່ງຄະນະຜູ້ແທນຂັ້ນສູງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ-ເຮັດວຽກ ຢູ່ ສະຫະພັນ ຣັດເຊຍ

ຄະນະຜູ້ແທນຂັ້ນສູງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ-ເຮັດວຽກ ຢູ່ ສະຫະພັນ ຣັດເຊຍ

ໃນລະຫວ່າງວັນທີ 8-10 ພຶດສະພາ 2024, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມເຮັດວຽກ ຢູ່ ສະຫະພັນ ຣັດເຊຍ ຕາມການເຊື້ອເຊີນ ຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ.

ການເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສ ຣັດເຊຍ ຂອງທ່ານ ປະທານປະເທດແຫ່ງ ສປປ ລາວ ແລະ ຄະນະ ຄັ້ງນີ້ ເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີຢ່າງຍາວນານ ລະຫວ່າງ ລາວ ແລະ ຣັດເຊຍ ແລະ ເປັນການສະຫລອງຄົບຮອບ 30 ປີ ແຫ່ງການລົງນາມສົນທິສັນຍາ ວ່າດ້ວຍພື້ນຖານການພົວພັນມິດຕະພາບ ລະຫວ່າງ ລາວ-ຣັດເຊຍ (9 ມີນາ 1994 – 9 ມີນາ 2024).

ໃນການຢ້ຽມຢາມເຮັດວຽກ ຢູ່ ສ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ. ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ທ່ານ ປູຕິນ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານາທິບໍດີ ແຫ່ງ ສ ຣັດເຊຍ ອີກໜຶ່ງສະໄໝ ແລະ ຜົນສໍາເລັດຮອບດ້ານທີ່ລັດຖະບານ ກໍຄື ປະຊາຊົນຣັດເຊຍ ຍາດມາໄດ້ຕະຫລອດໄລຍະທີ່ຜ່ານມາ. ພ້ອມນັ້ນ, ຍັງໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ພົບປະກັບ ທ່ານ ປູຕິນ ອີກຄັ້ງ, ພາຍຫລັງທີ່ໄດ້ພົບປະກັນ ຢູ່ ສປ ຈີນ ໃນປີ 2023. ໃນຂະນະດຽວກັນ, ທ່ານ ວາລາດີເມຍ ປູຕິນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ທີ່ໄດ້ຕອບຮັບການເຊື້ອເຊີນ ແລະ ເດີນທາງໄປຢ້ຽມຢາມເຮັດວຽກ ຢູ່ ສ ຣັດເຊຍ ໃນຄັ້ງນີ້.

ໃນການພົບກັນຄັ້ງນີ້, ການນໍາທັງສອງ ໄດ້ພ້ອມກັນສະແດງຄວາມຊົມເຊີຍເນື່ອງໃນໂອກາດຄົບຮອບ 30 ປີ ແຫ່ງການລົງນາມໃນສົນທິສັນຍາ ວ່າດ້ວຍພື້ນຖານການພົວພັນມິດຕະພາບ ລະຫວ່າງ ສປປ ລາວ ກັບ ສ ຣັດເຊຍ ຊຶ່ງໄດ້ເປັນພື້ນຖານໃຫ້ແກ່ການພົວພັນຮ່ວມມື ລາວ-ຣັດເຊຍຈົນເຖິງປັດຈຸບັນ. ພ້ອມທັງໄດ້ຕີລາຄາສູງ ຕໍ່ໝາກຜົນຂອງການພົວພັນແບບຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ-ຣັດເຊຍ ໃນໄລະຍະຜ່ານມາ ເຊິ່ງໄດ້ຮັບການເສີມຂະຫຍາຍຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ມີ ໝາກຜົນເປັນຮູບປະທໍາຍິ່ງໆຂຶ້ນ ໂດຍສະເພາະ ດ້ານການເມືອງ, ຄວາມໝັ້ນຄົງ, ການສຶກສາ ແລະ ອື່ນໆ; ສອງຝ່າຍ ໄດ້ເປັນເອກະພາບກັນ ທີ່ຈະສືບຕໍ່ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາ ສາດ-ເຕັກນິກ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫລາຍຂຶ້ນ ໂດຍສະເພາະ ການຮ່ວມມືດ້ານພະລັງງານ, ການຄົ້ນ ຄວ້າວິທະຍາສາດ ແລະ ອື່ນໆ. ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່​ຕ່າງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.

ໃນໂອກາດເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສ ຣັດເຊຍ ຄັ້ງນີ້, ທ່ານ ປະທານປະເທດ ຍັງໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງໃນສາຍພັກ ທ່ານ ເດີມິຕຣີ ເມັດເວເດັບ ປະທານພັກ ຣັດເຊຍເອກະພາບ ຊຶ່ງທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກຣັດເຊຍເອກະພາບ ທີ່ນັບມື້ໄດ້ຮັບການຮັດເເໜ້ນ ເເລະ ເສີມສ້າງຢ່າງເປັນຮູບປະທໍາ, ມີໝາກມີຜົນໃນຫລາຍຂົງເຂດການຮ່ວມມື, ບົນພື້ນຖານແຫ່ງຄວາມເອົາໃຈໃສ່ ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ; ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດບັນດາສັນຍາ, ເອກະສານຕ່າງໆທີ່ໄດ້ລົງນາມຮ່ວມກັນ ແລະ ຜົນການພົບປະສອງຝ່າຍ ແລະ ຫລາຍຝ່າຍຢ່າງມີປະສິດທິຜົນ. ພ້ອມນັ້ນ, ກໍໄດ້ພ້ອມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງພັກໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທໍາ, ສືບຕໍ່ແລກປ່ຽນການຢ້ຽມຢາມ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ.

ນອກຈາກການພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງທັງສາຍພັກ ແລະ ສາຍລັດ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຮັບກຽດເປັນແຂກກິຕິມະສັກ ເຂົ້າຮ່ວມພິທີສວນສະໜາມ ສະເຫລີມສະຫລອງວັນໄຊຊະນະມະຫາສົງຄາມປົກປ້ອງປິຕຸພູມເໜືອຟາດຊິດ ຄົບຮອບ 79 ປີ ຂອງປະຊາຊົນຣັດເຊຍ ແລະ ເດີນທາງໄປຢ້ຽມຢາມມະຫາວິທະຍາໄລສ້າງຄູ ເກຣເຊັນ ທີ່ເກົ່າແກ່ ທີ່ ນະຄອນຊານປີເຕີສະເບີກ. ໃນໂອກາດນີ້, ທ່ານ ປະທານປະເທດ ໄດ້ຕ້ອນຮັບການເຂົົ້າຢ້ຽມຂໍ່ານັບຂອງ ທ່ານ ອາເລັກຊານເດີ ເບກລົບ ເຈົ້າຄອງນະຄອນຊານປີເຕີສະເບີກ ແລະ ມະຫາວິທະຍາໄລສ້າງຄູ ເກຣເຊັນ ແຫ່ງ ສ ຣັດເຊຍ ກໍໄດ້ຈັດພິທີປະດັບຫລຽນນາມມະຍົດສາດສະດາຈານກິດຕິມະສັກໃຫ້ແກ່ ທ່ານ ປະທານປະເທດ ໃນນາມເປັນອະດີດນັກສຶກສາມາຫາວິທະຍາໄລດັ່ງກ່າວໃນຊຸມປີ 1970.

ການຢ້ຽມຢາມເຮັດວຽກ ຢູ່ ສ ຣັດເຊຍ ຂອງ ທ່ານປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້, ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ດໍາເນີນໄປຢ່າງມີຜົນສໍາເລັດອັນຈົບງາມແຕ່ຕົ້ນຈົນຈົບ, ທັງໄດ້ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ໃຫ້ກ້າວສູ່ລວງເລິກໃນຫລາຍຂົງເຂດການຮ່ວມມື. ໃນໂອກາດການຢ້ຽມຢາມນີ້, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນ ປະທານນາທິບໍດີ ວະລາດີເມຍ ປູຕິນ ແຫ່ງ ສະຫະພັນ ຣັດເຊຍ ມາຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments