Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງປະທານປະເທດ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ເຂົ້າຢ້ຽມອໍາລາ

ຮອງປະທານປະເທດ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ເຂົ້າຢ້ຽມອໍາລາ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ໂຄບາຢາຊິ ເຄັນອິຈິ (KOBAYASHI Kenichi) ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ໃນຕອນບ່າຍວັນທີ 9 ພຶດສະພານີ້ ທີ່ສະພາແຫ່ງຊາດ ເນື່ອງໃນໂອກາດທີ່ທ່ານທູດໃກ້ຈະສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໂອກາດນີ້, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານທູດຍີ່ປຸ່ນ ທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ຍີ່ປຸ່ນ ໄດ້ເປັນຢ່າງດີໃນຕະຫຼອດການເຮັດໜ້າທີ່ການທູດ ຢູ່ ສປປ ລາວ; ພ້ອມດຽວກັນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໃນຫຼາຍຂົງເຂດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າພາຍຫຼັງສຳເລັດໜ້າທີ່ການທູດຢູ່ລາວນີ້ແລ້ວ ທ່ານທູດ ກໍຈະສືບຕໍ່ປະກອບສ່ວນເພື່ອໃຫ້ການຮ່ວມມືລະຫວ່າງ ລາວ ແລະ ຍີ່ປຸ່ນ ໃຫ້ຮັດແໜ້ນຍິ່ງໆຂຶ້ນ.

ທ່ານ ໂຄບາຢາຊິ ເຄັນອິຈິ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ທ່ານ ນາງ ປານີ ຢາທໍ່ຕູ້ ແລະ ທຸກພາກສ່ວນທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອໃນຕະຫຼອດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຢືນຢັນວ່າຈະສືບຕໍ່ປະກອບສ່ວນ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ຕໍ່ໄປ ເພື່ອພ້ອມກັນສືບຕໍ່ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງປະເທດ ໃຫ້ສືບຕໍ່ຂະຫຍາຍ ຕົວຍິ່ງໆຂຶ້ນ.

ໃນຕອນທ້າຍ, ທ່ານຮອງປະທານປະເທດ ກໍໄດ້ອວຍພອນໃຫ້ທ່ານທູດຍີ່ປຸ່ນ ເດີນທາງກັບຄືນປະ ເທດດ້ວຍຄວາມສະຫວັດດີພາບ ແລະ ໄດ້ຮັບໜ້າທີ່ໃໝ່ຢ່າງສົມກຽດ.

ສປປ ລາວ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 5 ມີນາ 1955 ຊຶ່ງໄດ້ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດ ໃນປີ 2015 ແລະ ເປັນຄູ່ຮ່ວມມືຮອບດ້ານ ໃນປີ 2020. ທ່ານ ໂຄບາຢາຊິ ເຄັນອິຈິ ຍື່ນສານຕາຕັ້ງ ເພື່ອດຳລົງຕໍາແໜ່ງເປັນເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ເມື່ອວັນທີ 14 ທັນວາ 2021 ຊຶ່ງຕະຫຼອດໄລຍະການເຮັດໜ້າທີ່ການທູດໄດ້ປະກອບສ່ວນສຳຄັນ ເປັນຕົ້ນແມ່ນໄດ້ມີອາສາສະໝັກ ແລະ ຊ່ຽວຊານຍີ່ປຸ່ນ ມາປະຕິບັດໜ້າທີ່ເພື່ອປະກອບສ່ວນແກ່ການພັດທະນາປະເທດລາວ ສະເພາະປີ 2022 ມີ 20 ທ່ານ. ພ້ອມນີ້ ກໍມີໂຄງການຊ່ວຍເຫຼືອ ເຊັ່ນ: ການສະໜອງອຸປະກອນອຳນວຍຄວາມສະດວກ ສຳລັບສະໜາມບິນສາກົນຂອງ ສປປ ລາວ ມູນຄ່າ 1 ຕື້ເຢນ ຊຶ່ງໄດ້ລົງນາມໃນປີ 2021; ສະໜັບສະໜູນວຽກງານເກັບກູ້ລະເບີດບໍ່ທັນແຕກ ມູນຄ່າ 540 ລ້ານເຢນ ລົງນາມໃນປີ 2022; ຊ່ວຍເຫຼືອການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ມູນຄ່າ 500 ລ້ານເຢນ…

(ຂ່າວ-ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments