Sunday, May 19, 2024
Homeທຸລະກິດຫວຽດເຈັດ ເພີ່ມການບໍລິການໃໝ່ໃນປະເທດຈີນ ເຊື່ອມຕໍ່ນະຄອນໂຮ່ຈິມິນ ແລະ ຊີອານ

ຫວຽດເຈັດ ເພີ່ມການບໍລິການໃໝ່ໃນປະເທດຈີນ ເຊື່ອມຕໍ່ນະຄອນໂຮ່ຈິມິນ ແລະ ຊີອານ

ວັນທີ 10 ເມສາ 2024 ຫວຽດເຈັດ (Vietjet) ໄດ້ຂະຫຍາຍເຄືອຂ່າຍການບິນລະຫວ່າງຫວຽດນາມ ແລະ ຈີນເພີ່ມເຕີມອີກ, ຫຼັງຈາກການເປີດບໍລິການຖ້ຽວບິນ Shanghai ແລະ Chengdu ໃນຕົ້ນປີນີ້. ສາຍການບິນນີ້ຈະເປັນສາຍການບິນທຳອິດທີ່ຈະດຳເນີນການບິນໂດຍກົງເຊື່ອມຕໍ່ສູນກາງເສດຖະກິດ ນະຄອນໂຮ່ຈິມິນ ສສ ຫວຽດນາມ ກັບນະຄອນຫຼວງຊີອານຂອງ ສປ ຈີນ. ມີການບໍລິການແບບບໍ່ຢຸດຢັ້ງຈະເຮັດໃຫ້ນັກທ່ອງທ່ຽວມີທາງເລືອກໃນການເດີນທາງຫຼາຍຂຶ້ນ, ເຮັດໃຫ້ເວລາເດີນທາງໜ້ອຍລົງ ແລະ ປະຢັດຄ່າໃຊ້ຈ່າຍຫຼາຍຂຶ້ນ.

ເສັ້ນທາງບິນນະຄອນໂຮ່ຈິມິນ-ຊີອານ ຈະເປີດບໍລິການໃນວັນທີ 29 ເມສາ 2024 ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ. ຖ້ຽວບິນຈາກນະຄອນໂຮ່ຈິມິນ ຫາ ເມືອງຊີອານ ອອກເດີນທາງທຸກວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ເວລາ 20:05 ໂມງ (ຕາມເວລາທ້ອງຖິ່ນ) ແລະ ລົງຈອດຢູ່ສະໜາມບິນສາກົນຊີອານ ຊຽງຢາງ ເວລາ 01:30 ໂມງຂອງມື້ຕໍ່ມາ (ຕາມເວລາທ້ອງຖິ່ນ). ຖ້ຽວບິນຂາກັບຈາກຊີອານ ໄປນະຄອນໂຮ່ຈິມິນ ອອກເດີນທາງທຸກໆວັນຈັນ, ອັງຄານ, ວັນພະຫັດ ແລະ ວັນເສົາ ເວລາ 02:30 ໂມງ (ຕາມເວລາທ້ອງຖິ່ນ) ແລະ ລົງຈອດຢູ່ນະຄອນໂຮ່ຈິມິນ ເວລາ 06:25 ໂມງ (ຕາມເວລາທ້ອງຖິ່ນ). ທຸກໆຈຸດໝາຍປາຍທາງຈະບໍ່ໄກເກີນໄປໃນປັດຈຸບັນ, ນັບຕັ້ງແຕ່ Vietjet ໄດ້ເປີດເສັ້ນທາງການບິນໃໝ່ຈາກນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈິມິນ ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ຊຶ່ງໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ. ນັກທ່ອງທ່ຽວຈາກລາວສາມາດຖືໂອກາດນີ້ໃນການເດີນທາງໄປຫວຽດນາມ, ພ້ອມທັງເຊື່ອມຕໍ່ບັນດາຈຸດໝາຍປາຍທາງທີ່ກ່ຽວຂ້ອງເພື່ອສຳຫຼວດ ແລະ ສຳຜັດປະສົບການກັບການເດີນທາງທີ່ໜ້າຈົດຈຳ ເພື່ອເປັນການສະເຫຼີມສະຫຼອງເສັ້ນທາງ

ໃໝ່ ແລະ ການເດີນທາງທີ່ສະບາຍກະເປົາ, Vietjet ໄດ້ນຳສະເໜີ ຫຼຸດລາຄາກັບ Friday sale ວັນສຸກສຸດພິເສດດ້ວຍຄ່າໂດຍສານຕໍ່າສຸດ 0 USD (ບໍ່ລວມພາສີ ແລະ ຄ່າທຳນຽມ) ສຳລັບການເດີນທາງຈົນຮອດວັນທີ 31 ທັນວາ 2024 (ບໍ່ລວມມື້ພັກ, ປີໃໝ່ຕາມປະຕິທິນ ແລະ ໄລຍະເວລາທີ່ມີເດີນທາງຫຼາຍຂອງລະດູການທ່ອງທ່ຽວ). ໂປຣໂມຊັນນີ້ມີໃຫ້ຈັບຈອງທຸກໆວັນສຸກຈົນຮອດທ້າຍປີທີ່ເວັບໄຊ www.vietjetair.com ແລະ ແອັບມືຖື Vietjet Air.

ເພີດເພີນໄປກັບການບິນກັບ Vietjet ໃນເຮືອບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ພະນັກງານການບິນທີ່ເປັນມືອາຊີບ ແລະ ສຳຜັດປະສົບການກັບອາຫານທີ່ແຊບຊ້ອຍ ພ້ອມກັບອາຫານນາໆຊາດ ແລະ ອາຫານຫວຽດນາມ ທີ່ເລືອກໄວ້, ລວມທັງອາຫານທີ່ນິຍົມເຊັ່ນ: ເຝີ ແລະ ເຂົ້າຈີ່ຫວຽດນາມ. ນອກຈາກນັ້ນ, ທ່ານສາມາດເພີດເພີນກັບການສະແດງວັດທະນະທໍາ ແລະ ສິລະປະທີ່ເປັນເອກະລັກໃນລະຫວ່າງການເດີນທາງຂອງທ່ານຢູ່ທີ່ລະດັບຄວາມສູງ 10,000 ແມັດ. Vietjet ຍັງມອບປະກັນໄພ SkyCare ໃຫ້ກັບຜູ້ໂດຍສານທັງໝົດ, ເພື່ອຮັບປະກັນການເດີນທາງທີ່ບໍ່ມີຄວາມກັງວົນ. ຢ່າລືມທີ່ຈະໃຊ້ສິດທິປະໂຫຍດສະສົມຄະແນນຂອງ Vietjet SkyJoy ແລະ ຮັບສິດທິປະໂຫຍດຈາກຂໍ້ສະເໜີພິເສດອື່ນໆ. ຂໍ້ມູນເພີ່ມຕື່ມ www.vietjetair.com

(ຂ່າວ: ຕຸໄລເພັດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments