Wednesday, May 15, 2024
Homeຂ່າວພາຍໃນການຮ່ວມມືດ້ານສາທາລະນະສຸກ ລະຫວ່າງ ລັດຖະບານລາວ-ລຸກຊໍາບວກ

ການຮ່ວມມືດ້ານສາທາລະນະສຸກ ລະຫວ່າງ ລັດຖະບານລາວ-ລຸກຊໍາບວກ

ວັນທີ 8 ເມສາ 2024 ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມຄະນະຊີ້ນໍາແຜນງານດ້ານສາທາລະນະສຸກ ແລະ ໂພຊະນະການ ລາວ-ລຸກຊຳບວກ (LAO/035) ຄັ້ງທີ 2, ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ແລະ ທ່ານ Thomas Lammar, ອຸປະທູດແຫ່ງຣາຊະອານາຈັກລຸກຊໍາບວກ.

ຈຸດປະສົງຂອງກອງປະຊຸມ ເພື່ອສະຫລຸບເຖິງຜົນສຳເລັດແລະຜົນໄດ້ຮັບ ໃນປີ 2023 ຂອງແຜນງານດ້ານສາທາລະນະສຸກແລະໂພຊະນະການ ຫຼື LAO/035 ທີ່ໄດ້ຈັດຕັ້ງປະຕິບັດໃນ 4 ແຂວງເປົ້າຫມາຍຂອງໂຄງການ; ແລະ ເພື່ອປຶກສາຫາລືເຖິງແຜນການງົບປະມານຂອງແຜນງານ ສຳລັບປີ 2024 ໃຫ້ໄປຕາມທິດທາງນະໂຍບາຍຂອງໂຄງສ້າງປະຕິຮູບຂະແຫນງສາທາລະນະສຸກ 2021-2030 ທີ່ທາງກະຊວງສາທາລະນະສຸກວາງອອກ. ໃນນັ້ນ, ຄາດຄະເນຜົນໄດ້ຮັບຂອງໂຄງການ ກໍຄື : ປະຊາຊົນລາວໃນ 4 ແຂວງເປົ້າຫມາຍສາມາດເຂົ້າເຖິງວຽກງານບໍລິການດ້ານສຸຂະພາບຂັ້ນພີ້ນຖານ ໄດ້ຢ່າງທົ່ວເຖິງ, ໂດຍສະເພາະວຽກງານຮັກສາສຸຂະພາບຂອງແມ່ ແລະເດັກ; ໄດ້ຮັບການບໍລິການດ້ານສຸຂະພາບ ທີ່ສາມາດຈ່າຍໄດ້, ແລະ ໄດ້ຮັບການບໍລິການທີ່ມີຄຸນນະພາບດີ.

ຜູ້ແທນເຂົ້າຮ່ວມກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ໃນແຕ່ລະປະເດັນ ຢ່າງຕົງໄປຕົງມາ ຢ່າງສ້າງສັນ, ແລະ ຫລັງຈາກນັ້ນ ຄະນະປະທານຮ່ວມຂອງກອງປະຊຸມ ກໍໄດ້ຊົມເຊີຍຜົນສໍາເລັດຕ່າງໆ ທີ່ຍາດມາໄດ້ໃນຜ່ານມາ, ແລະ ໄດ້ໃຫ້ທິດຊີ້ນຳ ໃນການວາງແຜນ ແລະ ຈັດຕັ້ງປະຕິບັດວຽກງານຂອງແຜນງານໃຫ້ແທດເຫມາະກັບຕົວຈິງ ໂດຍສະເພາະຕ້ອງສູມໃສ່ຢູ່ຂັ້ນຮາກຖານຫ່າງໄກຫຍຸ້ງຍາກ ທີ່ຕົວເລກຄາດຫມາຍແມ່ນຍັງບໍ່ທັນໄດ້ບັນລຸເທື່ອ. ນອກນັ້ນ ການປະສານງານລະຫວ່າງໂຄງການຕ່າງໆ ແລະ ກົມມະຫາພາກຂອງກະຊວງສາທາ ລະນະສຸກ ເພື່ອສ້າງເປັນກໍາລັງແຮງຢ່າງເປັນເອກະພາບກັນ ໃນການພັດທະນາຂະແຫນງສາທາລະນະສຸກຂອງ ສປປ ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments