Saturday, July 27, 2024
Homeຂ່າວພາຍໃນແຂວງຊຸງຊອງນຳໂດ ສ ເກົາຫລີ ມອບລົດອຳບູລັງ 17 ຄັນ ໃຫ້ ສປປ ລາວ

ແຂວງຊຸງຊອງນຳໂດ ສ ເກົາຫລີ ມອບລົດອຳບູລັງ 17 ຄັນ ໃຫ້ ສປປ ລາວ

ພິທີມອບ-ຮັບ ລົດອຳບູບລັງ (Ambulance) ຈາກແຂວງຊຸງຊອງນໍາໂດ ສ ເກົາຫລີ ຈໍານວນ 17 ຄັນ ພ້ອມດ້ວຍອຸປະກອນໂປເຈັກເຕີ ແລະ ເຄື່ອງດັບເພີງ ລວມມູນຄ່າ ທັງໝົດ 498.226 ໂດລາສະຫະລັດ ມອບໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອນໍາໄປຮັບໃຊ້ວຽກງານຂອງແຕ່ລະພາກສ່ວນ ໃຫ້ເກີດປະໂຫຍດສູງສຸດ. ຈັດຂຶ້ນໃນວັນທີ 13 ພຶດສະ ພາ 2024 ທີ່ກະຊວງ ແຮງງານ ແລະ ສະຫັວດດີການສັງຄົມ(ຮສສ) ໂດຍມີ ທ່ານ ດຣ ຢູ ຮຽນຊຸກ ປະທານສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳແຊຣິງ, ທ່ານ ໂກກ ວັງຈອງ ຫົວໜ້າພະແນກດັບເພີງ ແຂວງຊູງຊອງນຳໂດ ແຫ່ງ ສ ເກົາຫລີ, ມີພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມ.

ໂອກາດນີ້, ທ່ານ ລີປ່າວ ຢ່າງ ໄດ້ຕາງໜ້າໃຫ້ກະຊວງແຮງງານ ແລະ ສະຫວັດດການສັງຄົມ ກໍຄືລັດຖະ ບານ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີນ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫລືອ ຂອງສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳແຊຣິງ ແຫ່ງ ສ ເກົາຫລີ ແລະ ສະຖານີປ້ອງກັນ ແລະ ຄວບຄຸມດັບເພີງ ແຂວງ ຊູງຊອງນຳໂດ ແຫ່ງ ສ ເກົາຫລີ ທີ່ໃຫ້ການຊ່ວຍເຫລືອໃນຄັ້ງນີ້ ກໍຄື ໄລຍະຜ່ານມາ ເຊິ່ງເປັນປະກອບສ່ວນອັນສໍາຄັນ ເຂົ້າໃນການອໍານວຍຄວາມສະດວກ ໃຫ້ແກ່ການບໍລິການ ແລະ ໃຫ້ການຊ່ວຍເຫລືອ ປະຊາຊົນ ແລະ ສັງຄົມ ໃຫ້ມີປະສິດທິຜົນ ດີກວ່າເກົ່າ ແລະ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ພວກເຮົາ ຈະປົກປັກຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ ພາຫະນະ ພ້ອມອຸບປະກອນ ເຫລົ່ານີ້ ໃຫ້ມີປະສິດທິຜົນສູງສຸດ.

ໃນໄລຍະຜ່ານມາ ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳແຊຣິງ ແລະ ຂະແໜງການດັບເພີງ ແຂວງຊູງຊອງນຳໂດ ແຫ່ງ ສ ເກົາຫລີ ກໍເຄີຍໃຫ້ການຊ່ວຍລົດອໍາບູລັງ ຈໍານວນ 15 ຄັນ ໃນປີ 2023 ແລະ ອຸປະກອນເຄື່ອງໃຊ້ຫ້ອງການຄອມພິວເຕີ ຈໍໍານວນໜຶ່ງ ໃຫ້ແກ່ ສປປ ລາວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ປະຕິບັດບົດບາດເປັນຈຸດປະສານງານ ໃນການປະສານສົມທົບກັບ ບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອແຈກຢາຍ ພາຫະນະ ແລະ ອຸປະກອນ ດັ່ງກ່າວ ໄປໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາໄປນໍາໃຊ້ ຕາມສະພາບ ແລະ ເງື່ອນໄຂ ຂອງແຕ່ລະພາກສ່ວນ ບົນພື້ນຖານເຈດຕະນາລົມ ຂອງແຂວງຊູງຊອງນຳໂດ.

ຂໍ້ມູນ: ຂ່າວສານ ຮສສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments