Saturday, July 27, 2024
Homeຂ່າວພາຍໃນສະຫະລັດອາເມລິກາ ມອບຄອມພິວເຕີ້ ສະໜັບສະໜຸນການເປັນປະທານກອງປະຊຸມອາຊຽນ ຂອງ ສປປ ລາວ

ສະຫະລັດອາເມລິກາ ມອບຄອມພິວເຕີ້ ສະໜັບສະໜຸນການເປັນປະທານກອງປະຊຸມອາຊຽນ ຂອງ ສປປ ລາວ

ເມື່ອບໍ່ດົນມານີ້, ລັດຖະບານສະຫະລັດອາເມລິກາ ໄດ້ມອບຄອມພິວເຕີຈຳນວນ 50 ໜ່ວຍ ເປັນມູນຄ່າຫຼາຍກວ່າ 145.000 ໂດລາ ໃຫ້ກັບກະຊວງການຕ່າງປະເທດ ເພື່ອຊຸກຍູ້ສົ່ງເສີມການເປັນປະທານອາຊຽນຂອງ ສປປ ລາວ. ໂດຍການກ່າວມອບຂອງ ທ່ານນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ຈະຕຸລົງ ບົວສີສະຫວັດ, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ.

ທ່ານ ນາງ ແຮັດເຕີ ວາເຣຍອາວາ ກ່າວວ່າ: “ສະຫະລັດອາເມລິກາ ຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງວາລະກອງປະຊຸມ ສຸດຍອດອາຊຽນ ແລະ ກອງປະຊຸມຕ່າງໆທີ່ ສປປ ລາວ ຈະຈັດຂຶ້ນພາຍໃນປີ 2024, ພວກເຮົາປະທັບໃຈຫຼາຍທີ່ໄດ້ໂອກາດເຮັດວຽກຮ່ວມກັບ ບັນດາປະເທດຄູ່ເຈລະຈາຂອງອາຊຽນ ແລະ ແຂກຮັບເຊີນອື່ນໆ, ມີສ່ວນຮ່ວມຊ່ວຍ ສປປ ລາວ ໃນການເປັນປະທານອາຊຽນ ໂດຍເນັ້ນໃສ່ໃນຫົວຂໍ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໃຫ້ກັບບັນດາປະເທດສະມາຊິກອາຊຽນ.

ການມອບອຸປະກອນໃນຄັ້ງນີ້ແມ່ນເປັນສ່ວນໜຶ່ງຂອງຄວາມໝາຍໝັ້ນອັນຍາວນານ ແລະ ລັດຖະບານສະຫະລັດອາເມລິກາ ຍັງຈະສືບຕໍ່ດຳເນີນການເຈລະຈາໃໝ່ ແລະ ຊຸກຍູ້ຄວາມ ຈະເລີນຮຸ່ງເຮືອງຢູ່ພາກພື້ນທີ່ສຳຄັນແຫ່ງນີ້. ສະຫະລັດອາເມລິກາ ໄດ້ຢືນຢູ່ຮ່ວມກັບອາຊຽນ ເພື່ອຊຸກຍູ້ສົ່ງເສີມສິດທິມະນຸດ, ລະບຽບກົດໝາຍ ແລະ ການປົກຄອງທີ່ດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments