Sunday, May 19, 2024
Homeທຸລະກິດສະຖານີລົດເມໂດຍສານສາຍໃຕ້ເພີ່ມລົດ 15 ຖ້ຽວຕໍ່ມື້ ຮອງຮັບຜູ້ໂດຍສານໃນໄລຍະປີໃໝ່ລາວ ພ.​ສ 2567

ສະຖານີລົດເມໂດຍສານສາຍໃຕ້ເພີ່ມລົດ 15 ຖ້ຽວຕໍ່ມື້ ຮອງຮັບຜູ້ໂດຍສານໃນໄລຍະປີໃໝ່ລາວ ພ.​ສ 2567

ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປສະຖານີຂົນສົ່ງໂດຍສານສາຍທາງໄກສາຍໃຕ້-ສາຍຕ່າງປະ ເທດໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 9 ເມສານີ້ ທີ່ສະຖານີລົດເມໂດຍສານສາຍໃຕ້ວ່າ: ປັດຈຸບັນທາງສະຖານີໄດ້ກະກຽມຄວາມພ້ອມໃຫ້ບໍລິການຜູ້ໂດຍສານ ທີ່ຈະເດີນທາງກັບຄືນພູມລໍາເນົາໃນໄລຍະບຸນປີໃໝ່ລາວ ພ.​ສ 2567 ໃນໄລຍະວັນທີ 10-13 ເມສາ 2024 ທາງສະຖານີໄດ້ກຽມຄວາມພ້ອມ 100% ບໍ່ວ່າຈະເປັນທາງດ້ານບຸກຄະລາກອນ, ພາຫະນະ, ການກວດກາເຕັກນິກ, ການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນໄລ ຍະທີ່ມີປະຊາຊົນເຂົ້າມາໃຊ້ບໍລິການ ແລະ ອື່ນໆ.

ສໍາລັບລົດທີ່ໃຫ້ບໍລິການມີ 60 ຄັນຕໍ່ມື້ເພື່ອຮອງຮັບຜູ້ໂດຍສານເພີ່ມຂຶ້ນ ທາງສະຖານີໄດ້ເພີ່ມລົດ 15 ຄັນຕໍ່ມື້ເພື່ອບໍ່ໃຫ້ຜູ້ໂດຍສານອັ່ງອໍ ພ້ອມດຽວກັນນັ້ນ ກໍຝາກເຖິງຜູ້ໂດຍສານທີ່ລັດຂຶ້ນລົດແມ່ນໃຫ້ເລືອກລົດຂຶ້ນ ຖ້າເຫັນວ່າລົດເຕັມແມ່ນໃຫ້ລໍຖ້າຂຶ້ນຄັນຕໍ່ໄປ ເພາະສະຖານີເຮົາປ່ອຍລົດອອກສະເລ່ຍ 15-30 ນາທີຕໍ່ຄັນ.

ທ່ານກ່າວໃຫ້ຮູ້ຕື່ມອີກວ່າ: ທາງສະຖານີໄດ້ກຽມລົດເມຮອງຮັບຜູ້ໂດຍສານທີ່ຈະກັບບ້ານ ນັບແຕ່ຕອນແລງຂອງວັນທີ 10 ເມສາ 2024 ເປັນຕົ້ນໄປ ໂດຍເພີ່ມລົດ 15 ຄັນຕໍ່ມື້ ຊຶ່ງໄດ້ມີການເພີ່ມຈໍານວນລົດຂຶ້ນຫຼາຍຄັນຈາກປົກກະຕິ 60 ຄັນຕໍ່ມື້ ເພື່ອຮອງຮັບບໍ່ໃຫ້ຜູ້ໂດຍສານຕົກຄ້າງໃນໄລຍະບຸນປີໃໝ່ລາວ ໂດຍສະເພາະບັນດາແຂວງພາກໃຕ້.

ພາບ-ຂ່າວ: ໜັງສືພິມປະຊາຊົນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments