Wednesday, May 15, 2024
Homeຂ່າວການເມືອງແຂວງສະຫວັນນະເຂດ ລະນຶກເຖິງຄຸນງາມຄວາມດີຂອງທ່ານ ໜູຮັກ ພູມສະຫວັນ

ແຂວງສະຫວັນນະເຂດ ລະນຶກເຖິງຄຸນງາມຄວາມດີຂອງທ່ານ ໜູຮັກ ພູມສະຫວັນ

ເນື່ອງໃນໂອກາດວັນຄ້າຍວັນເກີດທ່ານ ໜູຮັກ ພູມສະຫວັນ ຄົບຮອບ 114 ປີ (9/4/1910-9/4/2024) ທີ່ໝູນວຽນມາຄົບຮອບອີກວາລະໜຶ່ງ, ດັ່ງນັ້ນ ໃນຕອນເຊົ້າຂອງວັນທີ 9 ເມສາ 2024, ການນຳຂັ້ນສູງຂອງແຂວງ ນຳໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ນຳພາກ້ອນກຳລັງຈາກພາກສ່ວນຕ່າງໆ ອ້ອມຂ້າງແຂວງ ເຂົ້າມາວາງກະຕ່າດອກໄມ້ ແລະ ດອກໄມ້ທີ່ຫອມຫວນ ຢູ່ຕໍ່ໜ້າອະນຸສາວະດີທ່ານ ໜູຮັກ ພູມສະຫວັນ ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ສັນລະເສີນເຖິງຄຸນງາມຄວາມດີ ແລະຜົນງານອັນໃຫຍ່ຫຼວງຂອງທ່ານ ໜູຮັກ ພູມສະຫວັນ ທີ່ໄດ້ອຸທິດຕະຫຼອດຊີວິດ ເພື່ອປະເທດຊາດ ແລະການປະຕິວັດ.

ເຊິ່ງທ່ານ ເປັນໜຶ່ງໃນບັນດາຜູ້ນຳຮຸ່ນທຳອິດ ທີ່ໄດ້ຮ່ວມຂະບວນການປະຕິວັດ, ສ້າງຕັ້ງພັກ ແລະສ້າງຕັ້ງລະບອບໃໝ່, ຕະຫຼອດຊີວິດເພິ່ນໄດ້ເສຍສະຫຼະ ແລະອຸທິດຕົນຕໍ່ພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະສ້າງສາປະເທດຊາດໃຫ້ຈະເລີນກ້າວໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments