Saturday, July 27, 2024
Homeຂ່າວພາຍໃນປ່າໄມ້ ແລະ ທີ່ດິນປ່າໄມ້ ເປັນຊັບພະຍາກອນທໍາມະຊາດ ອັນລໍ້າຄ່າ

ປ່າໄມ້ ແລະ ທີ່ດິນປ່າໄມ້ ເປັນຊັບພະຍາກອນທໍາມະຊາດ ອັນລໍ້າຄ່າ

ປ່າໄມ້ ແລະ ທີ່ດິນປ່າໄມ້ ແມ່ນຊັບພະຍາກອນທໍາມະຊາດ ອັນລໍ້າຄ່າ ເຊິ່ງເປັນມໍລະດົກຕົກທອດ ຈາກບັນພະບຸລຸດ ແລະ ມີບົດບາດສໍາຄັນທີ່ສຸດ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍທາງກົງ ແລະ ທາງອອ້ມ ແລະ ຕໍ່ການປົກປັກຮັກສາດິນ, ແຫລ່ງນໍ້າ ແລະ ຊີວະນາໆພັນ ໃຫ້ມີ ຄວາມອຸດົມສົມບູນ ແລະ ຍືນຍົງ; ມີບົດບາດສຳຄັນຕໍ່ການປ້ອງກັນການປ່ຽນແປງດິນຟ້າອາກາດ, ເຊິ່ງບົດບາດອັນນີ້ ແມ່ນຄົນເຮົາບໍ່ສາມາດເຮັດແທນ ໄດ້. ນອກຈາກນັ້ນ, ປ່າໄມ້ ແລະ ທີ່ດິນປ່າໄມ້ ຍັງປະກອບສ່ວນ ຢ່າງໃຫຍ່ຫລວງ ຕໍ່ການພັດທະນາ ຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດຊົນນະບົດ ເຊິ່ງບໍ່ພຽງແຕ່ນໍາໃຊ້ໄມ້ ເພື່ອປຸກສ້າງເຮືອນຊານ ເທົ່ານັ້ນ ແຕ່ຍັງອາໄສປ່າໄມ້ ແລະ ທີ່ດິນປ່າໄມ້ ເປັນແຫລ່ງທໍາມາຫາກິນ, ຢາປົວພະຍາດ ແລະ ເຄື່ອງປ່າຂອງດົງ ເພື່ອສ້າງລາຍຮັບໃຫ້ຄອບຄົວ ອີກຶດ້ວຍ.

ຕະຫລອດໄລຍະຜ່ານມາ ພັກ, ລັດຖະບານ ໄດ້ວາງນະໂຍບາຍຈະແຈ້ງ ກ່ຽວກັບວຽກງານປ່າໄມ້ ແລະ ທີ່ດິນປ່າໄມ້ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ສະບັບເລກທີ 098/ສພຊ ໄດ້ວາງຄາດໝາຍສູ້ຊົນ ເພີ່ມຄວາມປົກຫຸ້ມປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ ທົ່ວປະເທດ ແລະ ຮັກສາເນື້ອທີ່ດິນປ່າໄມ້ ໃຫ້ໄດ້ 70% ຫລື ປະມານ 16,5 ລ້ານເຮັກຕາ ຂອງເນື້ອທີ່ທົ່ວປະເທດ. ໃນນັ້ນ, ຄຸ້ມຄອງ ແລະ ປົກປັກຮັກສາ ເນື້ອທີ່ດິນ ປ່າປ້ອງກັນ ໃຫ້ໄດ້ 8,2 ລ້ານ ເຮັກຕາ (35%), ປ່າສະຫງວນ ໃຫ້ໄດ້ 4,7 ລ້ານເຮັກຕາ (20%) ແລະ ປ່າຜະລິດ ໃຫ້ໄດ້ 3,1 ລ້ານເຮັກຕາ (13%) ແລະ ທີ່ດິນເພື່ອປູກໄມ້ 0,5 ລ້ານເຮັກຕາ (2%).

ນອກຈາກນີ້, ພັກ, ລັດຖະບານ ຍັງໄດ້ສົ່ງເສີມການຄ້າຂາຍໄມ້ ແລະ ຜະລິດຕະພັນໄມ້ ໃຫ້ຖືກຕ້ອງຕາມກົດໝາຍ ໂດຍການຫັນມາ ນຳໃຊ້ໄມ້ປູກ ໃຫ້ຫລາຍຂຶ້ນ; ສົ່ງເສີມການທ່ອງທ່ຽວແບບອະນຸລັກທຳມະຊາດ ໃນເຂດເນື້ອທີ່ດິນປ່າໄມ້ ເພື່ອເພີ່ມການມີສ່ວນຮ່ວມ ແລະ ການສ້າງວຽກເຮັດງານທຳ ໃຫ້ທ້ອງຖິ່ນ ຫລາຍຂຶ້ນ; ສົ່ງເສີມໃຫ້ປະຊາຊົນ ຜູ້ທີ່ຕິດພັນກັບປ່າໄມ້ ຢູ່ກັບປ່າ ມີສ່ວນຮ່ວມ ແລະ ປະກອບສ່ວນ ເຂົ້າໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ນຳໃຊ້ ແລະ ກວດກາລາດຕະເວນ ປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ມີຄວາມຍືນຍົງ ເພື່ອເປັນແຫລ່ງທຳມາຫາກິນ ແລະ ເປັນແຫລ່ງລາຍຮັບ.

ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2024 ຈະມາເຖິງນີ້, ຂໍເຊີນຊວນປວງຊົນທັງຊາດ ປະກອບສ່ວນຕາມເງື່ອນໄຂ, ຄວາມສາມາດໃນການປູກໄມ້, ຟື້ນຟູປ່າ ໄປຄຽງຄູ່ກັບການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ອັນເປັນມໍລະດົກ ແລະ ຊັບສົມບັດຂອງວົງຄະນະຍາດແຫ່ງຊາດ ໃຫ້ນັບມື້ມີຄວາມອຸດົມສົມບູນ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ວັດຖຸດິບດ້ານໄມ້ ແລະ ຜະລິດຕະຜົນປ່າໄມ້ ແບບຍືນນານໂດຍບໍ່ມີວັນບົກແຫ້ງ, ການປູກຕົ້ນໄມ້ ແມ່ນສາມາດປູກໄດ້ແຕ່ດຽວນີ້ເປັນຕົ້ນໄປຈົນຮອດທ້າຍຂອງລະດູຝົນ, ບ່ອນໃດທີ່ມີເງື່ອນໄຂເຊັ່ນ: ເນື້ອທີ່ ແລະ ແຫລ່ງນໍ້າກໍສາມາດປູກໄດ້ຕະຫລອດ ເມື່ອປູກແລ້ວ ຕ້ອງໄດ້ບົວລະບັດ ຮັກສາໃຫ້ຕົນໄມ້ໄດ້ເຕີບໃຫຍ່ ໃນອະນາຄົດ ແລະ ກາຍເປັນມໍລະດົກຕົກທອດເຖິງຮຸ່ນລູກຮຸ່ນຫລານຕໍ່ໆໄປ.

ຂ່າວ: ກິດຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments