Wednesday, May 15, 2024
Homeຂ່າວພາຍໃນສະພາແຫ່ງຊາດ ສຳເລັດຝຶກອົບຮົມພາສາຫວຽດນາມ ຊຸດທີ II

ສະພາແຫ່ງຊາດ ສຳເລັດຝຶກອົບຮົມພາສາຫວຽດນາມ ຊຸດທີ II

ພິທີປິດຊຸດຝຶກອົບຮົມ ພາສາຫວຽດນາມ ໃຫ້ພະນັກງານ-ລັດຖະກອນພາຍໃນສະພາແຫ່ງຊາດ ຈັດຂຶ້ນໃນວັນທີ 8 ເມສາ 2024 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ລິນຄຳ ດວງສະຫວັນ ເລຂາທິການສະພາແຫ່ງຊາດ ແລະ ທ່ານ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ມີຮອງປະທານກຳມາທິການການຕ່າງປະເທດ, ຄະນະຄູ-ອາຈານຈາກສະຖານທູດຫວຽດນາມ, ຄະນະກົມ, ຫົວໜ້າສູນ, ຫົວໜ້າຫ້ອງການ, ຄະນະພະແນກ ແລະ ສຳມະນາກອນ ເຂົ້າຮ່ວມ.

ທ່ານ ລິນຄຳ ດວງສະຫວັນ ໄດ້ໃຫ້ຮູ້ວ່າ: ຊຸດຝຶກອົບຮົມຄັ້ງນີ້, ມີຄວາມໝາຍສຳຄັນຍິ່ງ ເຊິ່ງບໍ່ພຽງແຕ່ເປັນການຮຽນຮູ້ທາງດ້ານພາສາ ທີ່ເປັນພື້ນຖານເທົ່ານັ້ນ, ແຕ່ຍັງເປັນການຝຶກຝົນຫລໍ່ຫລອມໃນການສ້າງພະນັກງານ-ລັດຖະກອນ ໃຫ້ມີແນວຄິດບຸກບືນ, ຫ້າວຫັນໃນການຄົ້ນຄ້ວາຮໍ່າຮຽນ, ການປະຕິ ບັດໜ້າທີ່ວຽກງານໃຫ້ມີຄຸນນະພາບ, ທັງເປັນການເສີມສ້າງໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ປະກອບ ສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ໂດຍສະເພາະ ລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ໃຫ້ກ້າວສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ທ່ານ ລິນຄຳ ດວງສະຫວັນ ຍັງກ່າວອີກວ່າ: ຊຸດຝຶກອົບຮົມພາສາຫວຽດນາມຂັ້ນພື້ນຖານ ຊຸດນີ້ໄດ້ສິ້ນສຸດລົງພຽງຂັ້ນຕົ້ນ, ສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມ ຍັງຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າທົບທວນຄືນເລື້ອຍໆ ເພື່ອກຳແໜ້ນຕື່ມບັນດາບົດຮຽນທີ່ຄູ-ອາຈານ ຖ່າຍທອດໃຫ້ ໂດຍສະເພາະແມ່ນການຝຶກຂຽນ, ອ່ານ, ຟັງ ແລະ ເວົ້າໃຫ້ມີຄວາມຄ່ອງແຄ້ວ ແລ້ວນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງຕົນໃຫ້ເກີດຜົນ.

ຂ່າວ-ພາບ: ສຸພາວັນ ຫອມສະນິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments