Saturday, July 27, 2024
Homeຂ່າວໜ້າໜຶ່ງສປ ຈີນ ມອບພາຫະນະຮັບໃຊ້ວຽກງານອາຊຽນ ໃຫ້ກະຊວງປ້ອງກັນປະເທດ

ສປ ຈີນ ມອບພາຫະນະຮັບໃຊ້ວຽກງານອາຊຽນ ໃຫ້ກະຊວງປ້ອງກັນປະເທດ

ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ໄດ້ນຳເອົາພາຫະນະ ປະກອບມີ ລົດແມ 12 ບ່ອນນັ່ງ 20 ຄັນ, ລົດແມ 21 ບ່ອນນັ່ງ 2 ຄັນ, ລົດຕູ້ (ລົດກູ້ໄພ) 2 ຄັນ, ລົດຈິບ ເປີດທາງ 15 ຄັນ, ລົດເກັງຫົງສື 20 ຄັນ ແລະ ລົດຈັກເປີດທາງ 20 ຄັນ ມາມອບໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນວັນທີ 9 ເມສາ 2024 ເພື່ອນຳໃຊ້ເຂົ້າໃນວຽກງານອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນປີ 2024, ຕາງໜ້າມອບໂດຍ ທ່ານ ພັນເອກ ລີປີງ ທີ່ປຶກສາທູດ ຝ່າຍປ້ອງກັນຊາດແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ຮັບໂດຍ ທ່ານ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໂດຍມີ ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດດັ່ງກ່າວ, ທ່ານ ພົນໂທ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕາງໜ້າກົມຄຸ້ມຄອງລົດ-ເຮືອ ກົມໃຫຍ່ເຕັກນິກກອງທັບ ກໍຄື ນາຍ ແລະ ພົນທະຫານ ທົ່ວກອງທັບປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອຂອງກອງທັບປະຊາຊົນຈີນ ກໍຄື ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ໃຫ້ແກ່ກອງທັບປະຊາຊົນລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນຄວາມສາມັກຄີ, ຮັກແພງອັນເປັນມູນເຊື້ອ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຈີນ, ຈີນ-ລາວ ໃຫ້ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນຊຸກຍູ້ວຽກງານປົກປັກຮັກສາຄວາມສະຫງົບ, ປອດໄພ ແລະ ຜົນປະໂຫຍດແຫ່ງການພັດທະນາ ຂອງສອງຊາດ ລາວ-ຈີນ ໃຫ້ນັບມື້ໜັກແໜ້ນຂຶ້ນເລື້ອຍໆ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງລົ້ນເຫລືອ ຕໍ່ກອງທັບປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ກອງ ທັບປະຊາຊົນລາວ ມາໂດຍຕະຫລອດ ທັງການກໍ່ສ້າງບຸກຄະລາກອນ, ຊ່ວຍເຫລືອອຸປະກອນເຕັກນິກການທະຫານ ແລະ ກໍ່ສ້າງພື້ນຖານໂຄງລ່າງຈຳນວນໜຶ່ງ. ພ້ອມທັງ ຢືນຢັນວ່າ, ຈະນໍາໃຊ້ພາຫະນະ ທີ່ໄດ້ຮັບໃນຄັ້ງນີ້ ໃຫ້ຖືກກັບເປົ້າໝາຍ ແລະ ຈະບົວລະບັດ ຮັກສາໃຫ້ດີ ແລະ ໃຫ້ເກີດປະໂຫຍດສູງສຸດ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments