Thursday, May 16, 2024
Homeຂ່າວພາຍໃນລັດຖະມົນຕີກະຊວງພາຍໃນ ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຢູ່ແຂວງໄຊສົມບູນ

ລັດຖະມົນຕີກະຊວງພາຍໃນ ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຢູ່ແຂວງໄຊສົມບູນ

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະ ລົງຊຸກຍູ້ການຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ, ວຽກງານແຂ່ງຂັນຍ້ອງຍໍ ແລະ ວຽກງານສຳຫລວດວັດແທກ ແລະ ແຜນທີ່ ຢູ່ແຂວງໄຊສົມບູນ ໃນວັນທີ 8 ເມສາ 2024 ທີ່ຫ້ອງວ່າການແຂວງໄຊສົນບູນ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍການນຳເມືອງ ແລະ ພະແນກການ ອົງການ ອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານ 3 ສ້າງຢູ່ ແຂວງໄຊສົມບູນ ຊຶ່ງໃນໄລຍະຜ່ານມາໄດ້ມີການສົມທົບກັບຄະນະຊີ້ນຳວຽກງານ 3 ສ້າງຂັ້ນສູນກາງ ເພື່ອຈັດຕັ້ງຜັນຂະຫຍາຍເຊື່ອມຊຶມນະໂຍບາຍວຽກງານ 3 ສ້າງອອກເປັນອັນລະອຽດຂອງຕົນ ຕາມຄວາມອາດສາມາດຂອງແຂວງ ກໍຄືໃຫ້ສອດຄ່ອງກັບສະພາບຈຸດພິເສດ, ທ່າແຮງ, ເງື່ອນໄຂຂອງແຕ່ລະເມືອງ ຄຽງຄູ່ກັບການກຳນົດເນື້ອໃນແຕ່ລະດ້ານຢ່າງຈະແຈ້ງ ແລະ ມອບໝາຍໃຫ້ແຕ່ລະຂະແໜງການຂັ້ນແຂວງ ແລະ ບັນດາເມືອງນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ. ນອກນີ້, ຍັງໄດ້ປະສານສົມທົບກັບສາຍຕັ້ງ-ສາຍຂວາງ ປັບປຸງພາລະບົດບາດຂອງຕົນ, ທັງປັບປຸງກົນໄກ, ລະບຽບການຕ່າງໆ ທີ່ຈຳເປັນໃຫ້ສອງຄ່ອງກັບທິດນຳ 3 ສ້າງ. ພ້ອມນີ້, ບັນດາບ້ານກໍໄດ້ປັບປຸງການຈັດຕັ້ງຂອງຕົນ ຈາກ 4 ໜ່ວຍງານ ເປັນ 5 ໜ່ວຍງານ ພ້ອມທັງນຳພາປະຊາຊົນສ້າງສາພັດທະນາບ້ານ ຕາມ 4 ເນື້ອໃນຢ່າງເປັນຂະບວນການຟົດຟື້ນ.

ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍການສຳຫລວດວັດແທກແຜນທີ່, ວຽກງານແຂ່ງຂັນ ແລະ ຍ້ອງຍໍ. ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນສຸມໃສ່ສະຕິປັນຍາຂອງຕົນປະກອບຄຳໃສ່ແຕ່ລະບັນຫາ ຢ່າງພາວະວິໄສ ທັງນີ້ກໍເພື່ອເປັນການສະຫລຸບຕີລາຄາຄືນ ການຈັດຕັັ້ງປະຕິບັດວຽກງານ 3 ສ້າງ ຕິດພັນກັບການແຂ່ງຂັນຮັກຊາດ ແລະ ພັດທະນາຢູ່ແຂວງໄຊສົມບູນ ໃນໄລຍະຜ່ານມາ ພ້ອມທັງຄົ້ນຄວ້າວາງທິດທາງແຜນການໃນຕໍ່ໜ້າ ໂດຍຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນຫລາຍດ້ານ, ບັນຫາຂໍ້ຄົງຄ້າງທີ່ຍັງບໍ່ທັນບັນລຸຕາມລະດັບຄາດໝາຍ ເພື່ອພ້ອມກັນກຳນົດແຜນວຽກຈຸດສຸມຕົວຈິງໃຫ້ບັນລຸຕາມແຜນການທີ່ວາງໄວ້.

ໂອກາດນີ້, ທ່ານ ທອງຈັນ ມະນີໄຊ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ຮຽກຮ້ອງມາຍັງຄະນະນໍາ ແລະ ອໍານາດການປົກຄອງທຸກຂັ້ນຂອງແຂວງ ຈົ່ງສືບຕໍ່ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດານິຕິກໍາຕ່າງໆກ່ຽວກັບວຽກງານ 3 ສ້າງ ໃຫ້ທົ່ວເຖິງ, ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ພ້ອມທັງຜັນຂະຫຍາຍເຂົ້າໃນຂະແໜງການຂອງຕົນໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂຂອງແຕ່ລະທ້ອງຖິ່ນ ໂດຍໃຫ້ດຳເນີນໄປຄຽງຄູ່ກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ຖືເອົາການປະຕິບັດທັງ 3 ວຽກເປັນຜົນງານທີ່ຕິດພັນກັບຂະບວນການແຂ່ງຂັນຍ້ອງຍໍ, ຮັກຊາດ ແລະ ພັດທະນາ. ພ້ອມທັງສະເໜີໃຫ້ສືບຕໍ່ຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ໃນການຄຸ້ມຄອງການເຄື່ອນໄຫວວຽກງານສໍາຫລວດວັດແທກ, ຖ່າຍພາບທາງອາກາດ, ສ້າງແຜນທີ່ ແລະ ວຽກງານຂໍ້ມູນຂ່າວສານພູມສາດ ເພື່ອຫັນເຂົ້າສູ່ລະບຽບກົດໝາຍຢ່າງເປັນຮູບປະທໍາໃຫ້ຫລາຍຂຶ້ນ. ນອກນີ້, ຍັງເນັ້ນໃຫ້ນໍາພາ-ຊີ້ນໍາ ແລະ ປຸກລະດົມຂະບວນການຫັນເອົາວຽກງານແຂ່ງຂັນ-ຍ້ອງຍໍ ໃຫ້ກາຍເປັນໜ້າທີ່ ແລະ ຂະບວນການຂອງມະຫາຊົນ ເຮັດໃຫ້ການຈັດຕັ້ງທຸກພາກສ່ວນ ເປັນເຈົ້າການຈັດຕັ້ງປະຕິບັດໃຫ້ເປັນຂະບວນການຟົດຟື້ນ ແລະ ປະກົດຜົນເປັນຈິງ.

ຂ່າວ: ວຽງໃຈ ຄຳມະນີວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments