Thursday, May 16, 2024
Homeຂ່າວໜ້າໜຶ່ງບົດຄໍາເຫັນຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ເນື່ອງໃນວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະ ນາຄົມແຫ່ງຊາດ ຄົບຮອບ 59...

ບົດຄໍາເຫັນຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ເນື່ອງໃນວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະ ນາຄົມແຫ່ງຊາດ ຄົບຮອບ 59 ປີ

ບົດຄໍາເຫັນຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານເນື່ອງໃນວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 59 ປີ (13 ມີນາ 1965 – 13 ມີນາ 2024)

ຂໍຮຽນ: ບັນດາທ່ານຜູ້ນຳພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ

ບັນດາທ່ານພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ນັບຖື ແລະ ຮັກແພງ.

ວັນທີ 13 ມີນາ ເປັນວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຊຶ່ງໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍໄປສະນີ ແລະ ກົດໝາຍວ່າດ້ວຍໂທລະຄົມມະນາຄົມ ຂອງ ສປປ ລາວ. ໃນແຕ່ລະປີ ຂະແໜງ ການເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດໃຫ້ມີການສະເຫຼີມສະຫຼອງຢ່າງເປັນຂະບວນຝົດຟື້ນໃນຂອບເຂດ ທົ່ວປະເທດ.

ໃນປີ 2024 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຕັ້ງການສະເຫຼີມສະຫຼອງວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ພາຍໃຕ້ຄໍາຂວັນ “ພັດທະນາລະຫັດໄປສະນີເປັນທັນສະໄໝ, ສ້າງແຜນທີ່ດິຈິຕອນ, ປັບປຸງຄຸນນະພາບ ການບໍລິການໂທລະຄົມມະນາຄົມ ເພື່ອຮອງຮັບແກ່ການຫັນເປັນດິຈິຕອນ ໃນທົ່ວປະເທດ’’, ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 03 ຂັ້ນຂອງອົງຄະນະພັກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

ປັດຈຸບັນນີ້, ວິວັດທະນາການດ້ານເຕັກໂນໂລຊີການສື່ສານ ໄດ້ຂະຫຍາຍຕົວຢ່າງກ້າວກະໂດດຢູ່ໃນຍຸກ ແຫ່ງການປະຕິວັດອຸດສາຫະກຳ ຄັ້ງທີ 4 ຂອງໂລກ. ສະນັ້ນ, ການນໍາໃຊ້ເຕັກໂນໂລຊີດັ່ງກ່າວ ຈຶ່ງກາຍເປັນພື້ນຖານ ສຳຄັນໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງ ສປປ ລາວ ພາຍໃຕ້ວິໄສທັດການພັດທະນາເສດຖະກິດ ດິຈີຕອນຮອດປີ 2040 ຄື: “ນໍາໃຊ້ເຕັກໂນໂລຊີດິຈິຕອນເປັນເຄື່ອງມືສໍາຄັນໃນການຂັບເຄື່ອນທຸກຂະແໜງການ ເພື່ອສ້າງເສດຖະກິດດິຈິຕອນແນໃສ່ປະກອບສ່ວນເຂົ້າໃນການສ້າງເສດຖະກິດຂອງປະເທດເຮົາໃຫ້ມີການຂະຫຍາຍຕົວຢ່າງເຂັ້ມແຂງ, ໝັ້ນທ່ຽງ ແລະ ຍືນຍົງ”.

ບັນດາທ່ານທີ່ນັບຖື!

ໃນຊຸມປີຜ່ານມາ, ວຽກງານໄປສະນີ ແລະ ວຽກງານໂທລະຄົມມະນາຄົມ ຂອງ ສປປ ລາວ ໄດ້ມີການ ເຄື່ອນໄຫວ ແລະ ພັດທະນາຂຶ້ນຢ່າງຕັ້ງໜ້າ. ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ສຳເລັດການສ້າງຂໍ້ຕົກລົງ ວ່າດ້ວຍມາດຕະຖານສະຖານທີ່ບໍລິການໄປສະນີ, ສ້າງດຳລັດ ວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ຂໍ້ຕົກລົງ ວ່າດ້ວຍໂຄງສ້າງຫົວໜ່ວຍລາຄາ ແລະ ຄ່າຮັັກສາຄວາມປອດໄພ ສຳລັບໂທລະຄົມ ມະນາຄົມ ແລະ ອິນເຕີເນັດ ຂອງ ສປປ ລາວ, ຄຳສັ່ງ ກ່ຽວກັບການຂຶ້ນທະບຽນເລກໝາຍໂທລະສັບຂອງ ສປປ ລາວ ຊຶ່ງເຮັດໃຫ້ການຂຶ້ນທະບຽນເລກໝາຍໂທລະສັບຢູ່ປະເທດເຮົາສຳເລັດແລ້ວໃນວັນທີ 30 ມັງກອນ 2024.

ນີ້ເປັນບາດກ້າວໃໝ່ທີ່ສໍາຄັນໃນການຄຸ້ມຄອງວຽກງານໂທລະຄົມຂອງປະເທດເຮົາ ເພື່ອຮັບປະກັນ ຄວາມປອດໄພໃນການບໍລິການຜູ້ຊົມໃຊ້ ແລະ ເພື່ອຈັດຕັ້ງຜັນຂະຫຍາຍະຕິກອງປະໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX, ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ 5 ປີ (2021-2025) ກໍຄືການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໃນການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດໃຫ້ປາກົດຜົນເປັນຈິງ.

ເຫດການສຳຄັນທີພົ້ນເດັ່ນທີ່ສຸດໃນປີ 2023 ນີ້ແມ່ນ ປະທານປະເທດໄດ້ອອກລັດຖະດຳລັດ ສະບັບເລກທີ 082/ປປທ, ລົງວັນທີ 02 ມິຖຸນາ 2023 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການລະດັບຊາດ ເພື່ອການຫັນເປັນ ດິຈິຕອນ ຂອງ ສປປ ລາວ ໂດຍມອບໃຫ້ທ່ານນາຍົກລັດຖະມົນຕີເປັນປະທານ, ຮອງນາຍົກລັດຖະມົນຕີ 2 ທ່ານ ເປັນຮອງປະທານ ແລະ ມອບໃຫ້ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຮອງປະທານ, ຜູ້ປະຈຳການ. ຄະນະດັ່ງກ່າວ ປະກອບດ້ວຍບັນດາທ່ານລັດຖະມົນຕີ ແລະ ຫົວໜ້າອົງການຈັດຕັ້ງທຽບເທົ່າ ເປັນຄະນະກຳມະການ. ນີ້ເປັນຂີດໝາຍທີ່ສຳຄັນໃນການຫັນເປັນດິຈິຕອນ ຂອງປະເທດເຮົາ ແລະ ເປັນການ ມອບໝາຍໜ້າທີ່ການເມືອງທີ່ສຳຄັນໃຫ້ແກ່ຂະແໜງການໂທລະຄົມມະນາຄົມ ເພາະວ່າວຽກງານໂທລະຄົມ ມະນາຄົມ ເປັນພື້ນຖານໂຄງລ່າງທີ່ສຳຄັນໃນການຫັນເປັນດິຈິຕອນຂອງ ສປປ ລາວ.

ຮອດປະຈຸບັນນີ້ຢູ່ປະເທດເຮົາ ສາມາດຂະຫຍາຍເຄືອຂ່າຍສາຍສົ່ງດ້ວຍ ສາຍແກ້ວໃຍແສງ (Optical Fiber) ໃນທົ່ວປະເທດ ໄດ້ 98.524 ກິໂລແມັດ ເຊື່ອມໂຍງທຸກແຂວງ, ທຸກເມືອງ ແລະ ບ້ານຈໍານວນຫຼາຍ. ຮອດທ້າຍປີ 2023 ສປປ ລາວ ມີຈຸດເຊື່ອມຕໍ່ສາຍສົ່ງກັບຕ່າງປະເທດຈຳນວນ 18 ຈຸດ, ໃນນັ້ນເຊື່ອມຕໍ່ກັບ: ໄທ 06 ຈຸດ, ຫວຽດນາມ 05 ຈຸດ, ກຳປູເຈຍ 02 ຈຸດ, ມຽນມາ 02 ຈຸດ ແລະ ຈີນ 03 ຈຸດ. ສັນຍານໂທລະສັບມືຖື ຄວມຄຸມໄດ້ 18 ແຂວງ, 148 ເມືອງ ແລະ 8.245 ບ້ານ ກວມ 97% ຂອງຈໍານວນບ້ານທັງໝົດ ໃນນີ້ແຍກເປັນ ລະບົບ 3G ກວມ 85%,4G ກວມ 76% ແລະ ໃນຕົ້ນປີ 2024 ໄດ້ເປີດໃຫ້ບໍລິການອິນເຕີເນັດຄວາມໄວສູງ ດ້ວຍລະບົບ 5G ໃນນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງບໍ່ແກ້ວ. ປັດຈຸບັນ ມີຜູ້ລົງທະບຽນ ນໍາໃຊ້ໂທລະສັບມືຖື 6.113.455 ເລກໝາຍ ແລະ ລົງທະບຽນນໍາໃຊ້ອິນເຕີເນັດ (ລະບົບມີສາຍ ແລະ ຜ່ານລະບົບມືຖື) ທັງໝົດ 4.614.752 ບັນຊີ.

ປັດຈຸບັນນີ້ ມີຜູ້ໃຫ້ບໍລິການໂທລະຄົມມະນາຄົມ ຈຳນວນ 5 ບໍລິສັດ ແລະ ຜູ້ໃຫ້ບໍລິການອິນເຕີເນັດປະເພດ I ຈໍານວນ 10 ບໍລິສັດປະເພດ II ຈໍານວນ 3 ບໍລິສັດ, ປະເພດ III ຈໍານວນ 13 ບໍລິສັດ. ປີ 2023 ບັນດາ ຫົວໜ່ວຍທຸລະກິດເຫຼົ່ານັ້ນ ສາມາດສ້າງລາຍຮັບໄດ້ 5.021 ກວ່າຕື້ກີບ, ມອບພັນທະໃຫ້ລັດ 500 ກວ່າຕື້ກີບ.

ວຽກງານໄປສະນີມີບົດບາດສໍາຄັນ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການປະຕິບັດໜ້າທີ່ການເມືອງ ຂອງພັກ, ເປັນຕັ້ນແມ່ນໃນການພັດທະນາເສດຖະກິດ, ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ວຽກງານວັດທະນະທຳ-ສັງຄົມ ໃນປີ 2023 ມີຈຳນວນຜູ້ປະກອບການຂະແໜງໄປສະນີ ທັງໝົດ 63 ບໍລິສັດ, ໃນນັ້ນ ບໍລິສັດບໍລິການພາຍໃນແຂວງ 52 ບໍລິສັດ, ບໍລິສັດບໍລິການສະເພາະລະຫວ່າງປະເທດ 04 ບໍລິສັດ ແລະ ບໍລິສັດບໍລິການທັງພາຍໃນ ແລະ ລະຫວ່າງປະເທດ 07 ບໍລິສັດ, ມີປ່ອງບໍລິການທັງໝົດ 1,161 ແຫ່ງ ຊຶ່ງກວມ ເອົາທຸກແຂວງ, ທຸກເມືອງ ແລະ ເກືອບທຸກບ້ານ ໃນຂອບເຂດທົ່ວປະເທດ, ສ້າງລາຍຮັບໄດ້ 198 ຕື້ກວ່າກີບ ແລະ ມອບພັນທະອາກອນເຂົ້າງົບປະມານແຫ່ງຊາດ ຈຳນວນ 14 ຕື້ກວ່າກີບ.

ການພັດທະນາລະບົບການຄຸ້ມຄອງ ແລະ ການບໍລິການໄປສະນີໄດ້ຮັບການປັບປຸງໃຫ້ມີປະສິດທິພາບສູງຂຶ້ນ ດ້ວຍການຫັນເປັນດິຈິຕອນເພື່ອຮອງຮັບການບໍລິການໃນຍຸກອຸດສໍາຫະກໍາ 4.0 ຕາມແຜນພັດທະນາເສດຖະກິດ ດິຈິຕອນແຫ່ງຊາດ ໂດຍໄດ້ສ້າງລະບົບສູນລວມການກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີພາຍໃນປະເທດ L-Tracking ສາມາດນໍາໃຊ້ໄດ້ໃນໂທລະສັບສະມາດໂຟນທັງລະບົບ ແອັນດຼອຍ, ໄອໂອເອັດສ໌ ແລະ ໃນຄອມພິວເຕີ ຊຶ່ງອຳນວຍຄວາມສະດວກໃຫ້ແກ່ການຕິດຕາມ ກວດກາ ແລະ ເກັບກຳຂໍ້ມູນສະຖິຕິ, ຜູ້ປະກອບການໄປສະນີ ສາມາດນຳໃຊ້ເຂົ້າໃນການບໍລິການ ແລະ ຜູ້ຊົມໃຊ້ ກໍສາມາດຕິດຕາມສະຖານະການເຄື່ອງຝາກຂອງຕົນໄດ້ຕະຫຼອດ ເວລາ.

ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໃນສົກປີ 2024-2025 ຂະແໜງການ ໄປສະນີ ແລະ ໂທລະຄົມມະນາຄົມ ຈະໄດ້ສຸມໃສ່ບັນດາໜ້າວຽກດັ່ງນີ້:

ຂະແໜງການໄປສະນີ ຈະສຸມໃສ່ປັບປຸງກົດໝາຍວ່າດ້ວຍການໄປສະນີ, ສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ຈຳນວນໜຶ່ງ, ສ້າງມາດຕະຖານ ແລະ ປັບປຸງຄຸນນະພາບການບໍລິການໄປສະນີ, ເລັ່ງພັດທະນາລະຫັດໄປສະນີ ທັນສະໄໝ ແລະ ສ້າງແຜນທີ່ດິຈິຕອນ, ປະສານສົມທົບ ແລະ ຮ່ວມມືກັບໄປສະນີບັນດາປະເທດອ້ອມຂ້າງ ເພື່ອເຊື່ອມໂຍງລະບົບໄປສະນີ ຮອງຮັບການຄ້າເອເລັກໂຕຣນິກ.

ຂະແໜງການໂທລະຄົມມະນາຄົມ ຈະໄດ້ສຸມໃສ່ປັບປຸງ ແລະ ສ້າງໃໝ່ ນິຕິກໍາທີ່ຕິດພັນກັບການຍົກສູງ ຄຸນນະພາບການບໍລິການ ເພື່ອຮອງຮັບໃຫ້ການຫັນເປັນດິຈິຕອນ ສອດຄ່ອງກັບກົນໄກເສດຖະກິດຕະຫຼາດ ທີ່ມີ ດັດສົມຂອງລັດຖະບານ, ຮັບປະກັນການເຊື່ອມໂຍ່ງເຊື່ອມຈອດກັບສາກົນໃຫ້ມີຄຸນນະພາບ, ຊຸກຍູ້ສົ່ງເສີມການ ນໍາໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນທຸກຂົງເຂດວຽກງານໃຫ້ມີປະສິດທິຜົນ, ຮັບປະກັນມາດຕະຖານເຕັກນິກ ແລະ ອັດຕາຄວາມໄວ ການສື່ສານ, ຮັບປະກັນຄວາມປອດໄພໄຊເບີ ເພື່ອປົກປ້ອງສິດຜູ້ຊົມໃຊ້.

ບັນດາທ່ານທີ່ນັບຖື ແລະ ຮັກແພງ!

ການສະເຫຼີມສະຫຼອງວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ເປັນການປູກຈິດສຳນຶກ ແລະ ຄວາມຮັບຮູ້ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນແມ່ນຜູ້ສ້າງລະບຽບການ ແລະ ຄຸ້ມຄອງໄປສະນີ, ໂທລະຄົມ ມະນາຄົມ, ຜູ້ປະກອບການ, ຜູ້ຄ້າຂາຍອອນລາຍ ແລະ ຜູ້ຊົມໃຊ້ທັງຫຼາຍ ໃຫ້ເຂົ້າໃຈຢ່າງເລິກເຊິ່ງເຖິງ ບົດບາດ ແລະ ຄວາມສຳຄັນຂອງວຽກງານໄປສະນີ ແລະ ວຽກງານໂທລະຄົມມະນາຄົມ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ. ພ້ອມກັນນັ້ນ ກໍ່ເພື່ອຊຸກຍູ້ສົ່ງເສີມການຄ້າອເລັກໂຕຼນິກ, ທຸລະກິດ Start-Up, ຜູ້ປະກອບການ SME, ການສຶກສາ ທາງໄກ, ການແພດທາງໄກ, ການຜະລິດອຸດສາຫະກຳໃນຍຸກດິຈິຕອນ ແລະ ການຖ່າຍທອດ ເຕັກໂນໂລຊີດິຈິຕອນ ທີ່ກ້າວໜ້າຂອງໂລກເຂົ້າມາປະເທດເຮົາ ເພື່ອປະກອບສ່ວນການຈັດຕັ້ງຜັນຂະຫຍາຍແຜນພັດທະນາການຫັນເປັນ ດິຈິຕອນຂອງປະເທດເຮົາໃຫ້ປາກົດຜົນເປັນຈິງ.

ໃນໂອກາດສະເຫຼີມສະຫຼອງ ວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ທີ່ມີຄວາມໝາຍ ສຳຄັນນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາທ່ານຈົ່ງໄດ້ນຳໃຊ້ການບໍລິການໄປສະນີ ແລະ ໂທລະຄົມມະນາຄົມ ເປັນຕົ້ນແມ່ນນຳໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍ ໃຫ້ມີຜົນປະໂຫຍດສູງສຸດໃນທຸກໆ ຂົງເຂດວຽກງານ ແລະ ທົ່ວທຸກຂະແໜງການທັງພາກລັດ ແລະ ພາກເອກະຊົນ, ມີສະຕິລະວັງຕົວສູງ, ບໍ່ຫຼົງເຊື່ອໃນການໂຄສະນາປັ່ນປ່ວນ ຕົວະຍົວະຫຼອກລວງ ຂອງພວກຄົນບໍ່ດີ, ເອົາໃຈໃສ່ຫັນການນໍາໃຊ້ເຕັກໂນໂລຊີໂທລະຄົມ ແລະ ໄປສະນີເຂົ້າສູ່ ລວງເລິກ, ຍົກສູງສະມັດຕະພາບການບໍລິການ ແລະ ຄຸນນະພາບຂອງຜະລິດຕະພັນ, ຫັນເປັນທັນສະໄໝດ້ວຍການ ນຳໃຊ້ເຕັກໂນໂລຊີດິຈິຕອນ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX, ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ 5 ປີ (2021-2025) ແລະ ປະຕິບັດສອງວາລະແຫ່ງຊາດໃນການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດໃຫ້ປະສົບ ຜົນສຳເລັດຢ່າງສະຫງ່າງາມ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານຜູ້ນໍາພັກ-ລັດ, ບັນດາທ່ານພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ ຕະຫຼອດເຖິງບັນດາຜູ້ປະກອບການທຸລະກິດ ແລະ ປະຊາຊົນລາວບັນດາເຜົ່າຈົ່ງມີສຸຂະພາບແຂງແຮງ, ສຸມທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຊຸກຍູ້ສົ່ງເສີມການຄົ້ນຄວ້າພັດທະນາ ວຽກງານໄປສະນີ ແລະ ໂທລະຄົມມະນາຄົມຂອງປະເທດເຮົາ ໃຫ້ກ້າວໜ້າ ແລະ ຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ, ຍືນຍົງ, ເຮັດໃຫ້ປະຊາຊົນເຮົາມີຄວາມ ຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ,ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ຂໍຂອບໃຈ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments