Monday, April 29, 2024
Homeສາລະໜ້າຮູ້ວິທີເຮັດຂຽບໝູແຊບໆ

ວິທີເຮັດຂຽບໝູແຊບໆ

ການກະກຽມ:

ທຳອິດເຮົາຕ້ອງກະກຽມໜັງໝູຕິດມັນ 1 ກິໂລກຣາມ ແລະ ເກືອ 1 ບ່ວງກາເຟ ຫຼັງຈາກນັ້ນເອົາໝູມາລ້າງໃຫ້ສະອາດ ຖ້າຍັງມີຂົນຕິດຢູ່ກໍນຳມີມາຂູດຂົນທີ່ຍັງຕິດຢູ່ອອກໃຫ້ໝົດ ຫຼື ນຳໄປລົນໄຟກໍໄດ້.

ວິທີການເຮັດ:

  1. ເອົາໜັງໝູມາຊອຍເປັນຕ່ອນຕາມຄວາມຕ້ອງການ ໃສ່ເກືອ 1 ບ່ວງ ຕື່ມນ້ຳລົງໄປ 1 ຈອກ ເພື່ອບໍ່ໃຫ້ໜັງໝູຕິດໝໍ້ ແລະ ບໍ່ໃຫ້ນຳມັນຟົ້ງໃສ່.
  2. ຫຼັງຈາກນັ້ນເປີດໄຟໃນລະດັບແຮງປະໄວ້ຈົນນ້ຳໃກ້ຈະແຫ້ງ ປັບໄຟລົງມາໃນລະດັບກາງແລ້ວກໍຄົນໜັງໝູໄປຕະຫຼອດຈົນກວ່າໝູຈະຄາຍນໍ້າມັນອອກມາ ປະໄວ້ 2-3 ນາທີ.
  3. ໃຫ້ສັງເກດຖ້າໝູແຂງ ແລະ ເປັນສີເຂັ້ມ ຄວນມອດໄຟປະໄວ້ 1 ຊົ່ວໂມງ ຫຼັງຈາກນັ້ນກໍເປີດໄຟລະດັບກາງ ແລະ ຄົນໝູໄປຕະຫຼອດຈົນກວ່າຂຽບໝູຈະໂພງຂຶ້ນຈົນເປັນສີເຂັ້ມ.
  4. ຫຼັງຈາກສຳເລັດກໍຕັກຂຶ້ນປະໄວ້ໃຫ່ສະເດັດນ້ຳມັນ ນຳບັນຈຸໃສ່ກ່ອງ ຫຼື ຖົງໄວ້ກໍໄດ້ ແລ້ວເຮົາກໍຈະໄດ້ຂຽບໝູກອບໆ ແຊບໆ.
RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments