Tuesday, May 14, 2024
Homeບຸນປະເພນີບຸນປັ້ນເຂົ້າຈີ່ໃຫຍ່ເມືອງບໍ່ແຕນ ປະຈໍາປີ 2024 ຈັດຂຶ້ນຢ່າງມ່ວນຊື່ນ

ບຸນປັ້ນເຂົ້າຈີ່ໃຫຍ່ເມືອງບໍ່ແຕນ ປະຈໍາປີ 2024 ຈັດຂຶ້ນຢ່າງມ່ວນຊື່ນ

ງານເທດສະການບຸນປັ້ນເຂົ້າຈີ່ໃຫຍ່ເມືອງບໍ່ແຕນ ແຂວງໄຊຍະບູລີ ປະຈໍາປີ 2024 ໄດ້ຈັດຂຶ້ນໃນວັນທີ 23 ກຸມພານີ້ ທີ່ເມືອງດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ລັ່ນຄ້ອງ 9 ບາດເປີດງານຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ເປັນກຽດເຂົ້າຮ່ວມມີທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາ ແຫ່ງຊາດ, ມີແຂກຖືກເຊີນ ພ້ອມດ້ວຍນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ໃນພິທີ, ທ່ານ ອຸ່ນ ທໍາມະວົງ ຮອງເລຂາພັກເມືອງ ປະທານຈັດງານບຸນ ໄດ້ລາຍງານວ່າ: ງານເທດສະການບຸນເຂົ້າຈີ່ປີນີ້ ແມ່ນໄດ້ກຳນົດຮູບແບບ ແລະ ເນື້ອໃນຂອງງານ, ບັນດາກິດຈະກຳຕ່າງໆ ໃຫ້ມີຫຼາຍສີສັນຕະຫຼອດວັນ ຊຶ່ງໄດ້ກຳນົດໄລຍະເວລາຈັດງານ 5 ວັນ 4 ຄືນ, ໄດ້ສ້າງຮູບເຂົ້າຈີ່ໃຫຍ່ຈຳລອງ ມີກ້ອນໃຫຍ່ 1 ກ້ອນ, ກ້ອນນ້ອຍ 4 ກ້ອນ, ມີການວາງສະແດງສິນຄ້າ ຈາກແຕ່ລະທ້ອງຖິ່ນ ແລະ ຈີ່ເຂົ້າຈີ່ ທີ່ເປັນເອກະລັກຂອງແຕ່ລະເຂດມີຈຳນວນ 10 ຮ້ານ ແລະ 3 ຫ້ອງການ, ມີຮ້ານຄ້າຂາຍເຄື່ອງປະເພດຕ່າງໆ ຈຳນວນ 34 ຮ້ານ, ມີການສະແດງສິລະປະຈາກໂຮງຮຽນມັດທະຍົມຕອນຕົ້ນ ແລະ ມັດທະຍົມສົມບູນ ຈຳນວນ 21 ລາຍການ, ການສະແດງສິລະປະຈາກແຂວງໄຊຍະບູລີ ຈຳນວນ 2 ລາຍການ, ການສະແດງກາຍຍະສິນຈາກສູນກາງ ຈຳນວນ 1 ຄະນະ, ມີການແຂ່ງຂັນຊົກມວຍ, ມີນັກຮ້ອງສຽງດີ ປະກອບສ່ວນໃນງານ ຈຳນວນ 9 ຄະນະ, ການປະກວດນາງທິດາເຂົ້າຈີ່ໃຫຍ່ ຈຳນວນ 8 ນາງສາວ ແລະ ການເດີນແບບແຟຊັ່ນຊາຍ, ການປະກວດອາຫານພື້ນເມືອງ ທີ່ເປັນເອກະລັກທີ່ສະແດງເຖິງວິຖີການດຳລົງຊີວິດ ຂອງປະຊາຊົນຊາວເມືອງບໍ່ແຕນ ຈຳນວນ 21 ຮ້ານ.

ນອກນີ້ ຍັງມີການຈັດໃຫ້ທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ ເຊັ່ນ: ນ້ຳຕົກຕາດສະແນນ, ນ້ຳຕົກຕາດຮຳ, ແກ້ງທຽນ, ແກ້ງຂ່າ, ຫໍໄຕປີດົກ ວັດໂພແທ່ນໂບຣານາຣາມ ແລະ ມີການຊົມຈູດບັ້ງໄຟດອກ ຈຳນວນ 90 ລູກຕື່ມອີກ. ຈາກນັ້ນ, ທ່ານ ສົມສະນຸກ ໄຊອຸດົມ ເຈົ້າເມືອງບໍ່ແຕນ ໄດ້ກ່າວເປີດງານວ່າ: ການຈັດງານບຸນເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ ຂອງທ້ອງຖິ່ນ ໃຫ້ຢູ່ຄູ່ສັງຄົມລາວຊາວເມືອງບໍ່ແຕນໄປຊົ່ວກາລະນາ, ທັງເປັນການເຕົ້າໂຮມຄວາມສາມັກຄີຮັກແພງອັນແໜ້ນແຟ້ນ ຂອງປະຊາຊົນບັນດາເຜົ່າພາຍໃນເມືອງ, ເຊິດຊູຈິດໃຈຮັກຊາດ ຮັກບ້ານເກີດເມືອງນອນຂອງຕົນ, ອີກທາງໜຶ່ງກໍເປັນການຍູ້ແຮງທາງດ້ານເສດຖະກິດໃຫ້ມີການຂະຫຍາຍຕົວ ໂດຍສະເພາະການດຳເນີນທຸລະກິດ, ປະກອບການຕ່າາງໆ ບັນດາຫ້າງຮ້ານບໍລິການ ແລະ ການຜະລິດໃຫ້ມີຄວາມເຂັ້ມແຂງ, ພ້ອມດຽວກັນນີ້, ກໍໄດ້ຮ່ວມກັບແຂກທີ່ເຂົ້າຮ່ວມລັ່ນຄ້ອງ, ຕັດແຖບຜ້າ ເປີດງານບຸນເຂົ້າຈີ່ໃຫຍ່ປະຈໍາປີ 2024 ຢ່າງເປັນທາງການ.

(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments