Saturday, July 27, 2024
Homeຂ່າວການເມືອງໃນປີ 2023 ເຈົ້າໜ້າທີ່ ປກສ ແຂວງຫຼວງນໍ້າທາ ມ້າງຄະດີຢາເສບຕິດໄດ້ 145 ລາຍ

ໃນປີ 2023 ເຈົ້າໜ້າທີ່ ປກສ ແຂວງຫຼວງນໍ້າທາ ມ້າງຄະດີຢາເສບຕິດໄດ້ 145 ລາຍ

ທ່ານ ພັນຕີ ຫຼ້າ ຄຳມີພົນ ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫຼວງນ້ຳທາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວແຂວງເມື່ອບໍ່ມານີ້ວ່າ: ຢາເສບຕິດເປັນບັນຫາໜຶ່ງ ທີ່ຕ້ອງໄດ້ເອົາໃຈໃສ່ຢ່າງຈິ່ງຈັງໃນການກວດກາ, ຕິດຕາມບັນດາເປົ້າໝາຍ ເພື່ອສະກັດກັ້ນ ແລະ ຕ້ານຢາເສບຕິດ ຂອງແຂວງຫຼວງນ້ຳທາ. ໄລຍະຜ່ານມາ ຄະນະພັກຄະນະບັນຊາ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ແຕ່ລະຂັ້ນໄດ້ເອົາໃຈໃສ່ຊຸກຍູ້ພັກດັນທຸກພາກສ່ວນ ໃນການຮ່ວມມືພ້ອມພຽງຮຽງໜ້າໃນການແກ້ໄຂຢ່າງເປັນຂະບວນການຕາມລະບຽບກົດໝາຍ. ພ້ອມນີ້ກໍໄດ້ເອົາໃຈໃສ່ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດຢູ່ບັນດາບ້ານ, ໂຮງຮຽນ, ຈຸດຫຼໍ່ແຫຼມ ແລະ ມີການກວດກາຕິດຕາມການແຜ່ລະບາດຂອງຢາເສບຕິດຊະນິດໃໝ່ ທີ່ພວມເບື່ອເມົາໄວລຸ້ນໃນສັງຄົມລາວເວົ້າສະເພາະກໍຄື ແຂວງຫຼວງນ້ຳທາ ຊຶ່ງເປັນສານເສບຕິດອອກລິດຕໍ່ຈິດປະສາດ ລວມມີ ຄໍລາເຈັນ, ນ້ຳກະທອມ, ຢາສູບໄຟຟ້າ, ຂາຄູ່, ກັນຊາ ແລະ ອື່ນໆ. ຍ້ອນວ່າມີກຸ່ມຄົນຈຳນວນໜຶ່ງບໍ່ເຂົ້າໃຈ ແລະ ຮັບຮູ້ຜົນຮ້າຍຂອງຢາເສບຕິດຈຳນວນດັ່ງກ່າວດີ ແລ້ວຍັງລະເມີດມົ້ວສຸມ, ເສບ, ດື່ມ ຊັກຊວນໝູ່ເພື່ອນມົ້ວສູມນຳ.

ທ່ານ ພັນຕີ ຫຼ້າ ຄຳມີພົນ ຍັງກ່າວຕື່ມວ່າ: ປີ 2023 ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງ ສາມາດມ້າງຄະດີໄດ້ 145 ລາຍ, ກັກຜູ້ຖືກຫາ 108 ຄົນ ຍິງ 19 ຄົນ, ຕ່າງປະເທດ 7 ຄົນ, ສາມາດຍຶດຂອງກາງຢາເສບຕິດ ປະເພດຢາບ້າໄດ້ຈຳນວນ 38.267 ເມັດ ແລະ ຢາບ້າປຽກນໍ້າ 1.880,79 ກຼາມ, ຢາຝິ່ນ 1.743,31 ກຼາມ, ສານເສບຕິດອອກລິດຕໍ່ຈິດປະສາດ ຈຳນວນ 22 ຊ່ອງ, ນ້ຳໜັກ 4.743,31 ກຼາມ, ສານເຄມີ (ນ້ຳກົດ) 850 ຕຸກ ເທົ່າກັບ 55.650 ລິດ, ແປ້ງຝຸ່ນຂາວບັນຈຸສານເສບຕິດ 20.000,48 ກິໂລກຼາມ, ຢາເຄ 4,01 ກຼາມ ແລະ ກາເຟປາຕີ 19,73 ກຼາມ. ຕໍ່ກັບຜູ້ກະທຳຜິດ ຫຼື ຕາມກົດໝາຍທີ່ໄດ້ກຳນົດ ທາງພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫຼວງນໍ້າທາໄດ້ສືບສວນ – ສອບສວນ ສະຫຼຸບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນແຂວງ. ສ່ວນຜູ້ທີ່ມົ້ວສຸມເສບ ຫຼື ຜູ້ຖືກເຄາະຮ້າຍຈຳນວນໜຶ່ງ ແມ່ນໄດ້ໂອນເຂົ້າບຳບັດ-ດັດສ້າງ ແລະ ສຶກສາອົບຮົມ ຕາມຂັ້ນຕອນຂອງກົດໝາຍ.

ໂອກາດນີ້, ທ່ານ ໄດ້ຮຽກຮ້ອງມາຍັງອົງການຈັດຕັ້ງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຊ່ວຍກັນເປັນເຈົ້າການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ຢ່າງຈິງຈັງ ແລະ ມີປະສິດທິຜົນ; ເອົາໃຈໃສ່ຕິດຕາມ, ສຶກສາອົບຮົມລູກຫຼານຂອງຕົນ ບໍ່ໃຫ້ໄປຫຍຸ້ງກ່ຽວກັບຢາເສບຕິດທຸກປະເພດ; ເປັນເຈົ້າການ ແລະ ຊ່ວຍເປັນຫູເປັນຕາ ໃຫ້ເຈົ້າໜ້າທີ່ທຸກພາກສ່ວນ ຫາກພົບເປົ້າໝາຍ, ບຸກຄົນ ຫຼື ກຸ່ມຄົນທີ່ມີການເຄື່ອນໄຫວກໍຄວາມບໍ່ສະຫງົບທຸກຮູບແບບ ແມ່ນໃຫ້ຮີບຮ້ອນເເຈ້ງເຈົ້າໜ້າທີ່ ເພື່ອຮີບດ່ວນສະກັດກັ້ນ ແລະ ແກ້ໄຂໃຫ້ທັນເວລາ, ທັງນີ້ ກໍເພື່ອຮັບປະກັນໃຫ້ສັງຄົມລາວ ເວົ້າລວມ-ເວົ້າສະເພາະ ກໍຄືແຂວງຫຼວງນ້ຳທາ ມີຄວາມສະຫງົບປອດໄພ ແລະ ບັນຫາຢາເສບຕິດນັບມື້ຫຼຸດລົງ ແລະ ໝົດໄປໃນຕໍ່ໜ້າ.

(ຂ່າວ: ສົມພອນ ຂຸນດາວົງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments