Tuesday, May 14, 2024
Homeຂ່າວພາຍໃນຄວາມຄືບໜ້າການຂຸດຄົ້ນພະພຸດທະຮູບ-ວັດຖຸພັນ ຢູ່ເມືອງຕົ້ນເຜິ້ງ

ຄວາມຄືບໜ້າການຂຸດຄົ້ນພະພຸດທະຮູບ-ວັດຖຸພັນ ຢູ່ເມືອງຕົ້ນເຜິ້ງ

ໃນວັນທີ 26 ມີນາ ຜ່ານມາ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມຄະນະ ໄດ້ລົງຕິດຕາມເບິ່ງຄວາມຄືບໜ້າການຂຸດຄົ້ນ, ກອບກູ້ເອົາພະພຸດທະຮູບ ແລະ ວັດຖຸພັນ ຢູ່ດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ການລົງເຄື່ອນໄຫວຄັ້ງນີ້, ທ່ານ ບຸນຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ການຂຸດຄົ້ນ, ກອບກູ້ເອົາພະພຸດທະຮູບ ແລະ ວັດຖຸພັນດັ່ງກ່າວ ໄດ້ຂະຫຍາຍອອກເປັນ 40×36 ແມັດ, ເລິກປະມານ 4-5 ແມັດ, ໄດ້ຄົ້ນພົບພະພຸດທະຮູບ ທັງອົງໃຫຍ່ (ຂະໜາດໜ້າຕັກ 87 ຊັງຕີແມັດ, ບ່າກ້ວາງ 60 ຊຕມ, ສູງ 110 ຊຕມ) ແລະ ອົງນ້ອຍ (ນ້ອຍສຸດ ໜ້າຕັກ 4 ຊຕມ, ສູງ 5,5 ຊຕມ) ລວມທັງໝົດ 141 ອົງ. ສະເພາະວັນທີ 25 ມີນາ 2024 ຜ່ານມາ ຂຸດຄົ້ນໄດ້ 3 ອົງ ມີພະພຸດທະຮູບປາງສີຫະໄສຍາດ 1 ອົງ, ຍາວ 168 ຊຕມ, ແທ່ນຍາວ 187,5 ຊຕມ, ພົບສຽນພະພຸດທະຮູບ 25 ສຽນ, ຈອມເກດພະພຸດທະຮູບ 10 ຈອມ, ພະພິມສິມມາ 12 ໃບ, ພະພິມໃບໂພ 149 ອົງ ແລະ ຊິ້ນສ່ວນຈໍານວນໜຶ່ງ, ພົບພະພິມປາງລີລາ 134 ອົງ, ພະພິມສຸມກໍ ໃຫຍ່-ນ້ອຍ 7 ອົງ, ພະພິມຫໍສະຫວັນ 54 ອົງ, ພະພິມປາງສະດຸ້ງມານ 1 ອົງ, ພະທາດຈໍາລອງ 4 ພິມ, ແກນຍອດເສດຖະສັດພະທາດ 1 ດວງ, ແຫວນຄ້າຍຄືຄໍາ 1 ວົງ, ເຫຼັກໃສ່ຈອມທາດ 1 ອັນ, ກ້ອນຊືນ 1 ກ້ອນ, ຂວານບູຮານ 2 ອັນ, ພ້າ 1 ດວງ, ບ່ວງບູຮານ 1 ອັນ ແລະ ຊິ້ນສ່ວນເສົາທີ່ມີດອກດວງປະດັບເອ້, ດິນຈີ່ ແລະ ຊິ້ນສ່ວນພະທາດທີ່ໂອບດ້ວຍແຜ່ນທອງແດງ, ນູນເປັນຮູບລວດລາຍ ແລະ ກີບບົວຂວ້ຳ-ບົວຫງາຍ ຈໍານວນຫຼາຍ. ນອກຈາກນີ້, ຍັງພົບ ພະອູບທອງໃສ່ໃຈພະທາດ 1 ອັນ, ມີແກ້ວ 28 ເມັດ, ເມັດສີຄໍາ 73 ເມັດ, ແຫວນ 1 ວົງ, ແຜ່ນເງິນ-ແຜ່ນທອງ ແລະ ເມັດເງິນ 31 ເມັດ ບັນຈຸໄວ້ໃນຂວດແກ້ວ, ມີພະພຸດທະຮູບພອກເງິນ-ຄໍາ ຈໍານວນ 2 ອົງ, ມີແຜ່ນທອງຈາລຶກຕົວໜັງສືທໍາ 1 ແຜ່ນ, ຫີນສີລາ 1 ກ້ອນ ບັນຈຸໄວ່ໃນບໍລິເວນໃຈຂອງພະທາດ. ພະພຸດທະຮູບ ແລະ ວັດຖຸພັນທີ່ຂຸດຄົ້ນພົບດັ່ງກ່າວ, ໄດ້ມີການຄຸ້ມຄອງ ດ້ວຍການຂຶ້ນທະບຽນ, ວິໄຈຂໍ້ມູນເບື້ອງຕົ້ນ, ບັນທຶກຮູບພາບ ແລະ ຍັງຈະສືບຕໍ່ຂຸດຄົ້ນຕື່ມອີກ.

ໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນວ່າ: ເຫດການດັ່ງກ່າວ, ເປັນເຫດ ການທີ່ໃຫຍ່ ແລະ ສຳຄັນ ເປັນເຫດການລະດັບຊາດ, ລັດຖະບານ ເຫັນດີໃຫ້ມີການແຕ່ງຕັ້ງຄະນະຮັບຜິດຊອບລະດັບຊາດ ທີ່ປະກອບດ້ວຍຫຼາຍພາກສ່ວນທີ່ມີສ່ວນຮ່ວມໃນໜ້າວຽກເພື່ອຊີ້ນຳ ເປັນຕົ້ນຈາກອົງການພຸດສາສະໜາສຳພັນລາວ, ຈາກສູນກາງແນວລາວສ້າງຊາດ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານໄດ້ຮັບການດຳເນີນງານຢ່າງເປັນລະບົບ, ຖືກຕ້ອງຕາມເຕັກນິກໃນການຂຸດຄົ້ນ ແລະ ຊອກຫາ. ຈາກນັ້ນ, ຈະໄດ້ມີການຄົ້ນຄວ້າ, ຂຽນປະຫວັດສາດ ແລະ ປະຫວັດຄວາມເປັັນມາຂອງພະພຸດທະຮູບ, ປູຊະນີຍະສະຖານ, ພ້ອມຂຶ້ນແຜນການໃຊ້ຈ່າຍງົບປະມານເປັນອັນສະເພາະໃນການດຳເນີນງານ ແລະ ອື່ນໆ.

ຂ່າວ-ພາບ: ນັດທະວຸດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments