Saturday, July 27, 2024
Homeຂ່າວພາຍໃນຫາລືຄວາມເປັນໄປໄດ້ການຈັດກອງປະຊຸມເວທີສື່ມວນຊົນອາຊຽນ ຄັ້ງທີ 8

ຫາລືຄວາມເປັນໄປໄດ້ການຈັດກອງປະຊຸມເວທີສື່ມວນຊົນອາຊຽນ ຄັ້ງທີ 8

ກອງປະຊຸມປຶກສາຫາລືທາບທາມ ຄວາມເປັນໄປໄດ້ໃນການຈັດກອງປະຊຸມ ເວທີສື່ມວນຊົນອາຊຽນ ຄັ້ງທີ 8 ທີ່ນະຄອນ ຫລວງວຽງຈັນ ຈັດຂຶ້ນໃນວັນທີ 8 ພຶດສະພາ 2024 ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໂດຍການເປັນປະທານຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ.

ກອງປະຊຸມໄດ້ປຶກສາຫາລືກັນໃນຂັ້ນເບື້ອງຕົ້ນກ່ຽວກັບຄວາມ ເປັນໄປໄດ້ໃນການຈັດກອງປະຊຸມ ເວທີສື່ມວນຊົນອາຊຽນ ຄັ້ງທີ 8 ທີ່ນະຄອນຫລວງວຽງຈັນ ເຊິ່ງກະຊວງການຕ່າງປະເທດ ສະເໜີທາບທາມໃຫ້ຈັດໃນໄຕມາດທີ 3 ຫລື 4 ປີ 2024 ທີ່ນະ ຄອນຫລວງວຽງຈັນ ເຊິ່ງອາດຈັດໃນໄລຍະກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໃນເດືອນກໍລະກົດ 2024 ຫລື ໃນໄລຍະກອງປະຊຸມສຸດຍອດອາຊຽນ ໃນເດືອນຕຸລາ 2024 ຫລື ຈະຈັດແຍກຕ່າງຫາກ.

ໃນກອງປະຊຸມ ໄດ້ປຶກສາຫາກັນກ່ຽວກັບການກຳນົດເວລາ, ຮູບແບບ ແລະ ເນື້ອໃນ ເຊິ່ງໃນຂັ້ນຕອນຕໍ່ໄປ ຕ້ອງໄດ້ສົບທົບກັບກະຊວງການຕ່າງປະເທດ ແລະ ກອງເລຂາອາຊຽນ ເພື່ອຄົ້ນຄວ້າແຜນວຽກ, ແຜນບຸກຄະລະກອນ ແລະ ແຜນງົບປະມານ ເພື່ອຈັດຕັ້ງປະຕິບັດໃຫ້ຊັດເຈນ.

ສໍາລັບກອງປະຊຸມເວທີສື່ມວນຊົນອາຊຽນ ຄັ້ງທີ 7 ແມ່ນຈັດຂຶ້ນໃນປະເທດອິນໂດເນເຊຍ ໃນປີ 2023 ພາຍໃຕ້ຫົວຂໍ້ “ບັນຫາຂອງອາຊຽນ ຈຸດໃຈ ກາງຂອງການພັດທະນາ” ໂດຍໄດ້ເຊີນນັກຂ່າວ 40 ກວ່າຄົນຈາກປະເທດອາຊຽນ ເຂົ້າຮ່ວມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments