Saturday, July 27, 2024
Homeຂ່າວພາຍໃນມີ 40 ກວ່າຮ້ານ ເຂົ້າຮ່ວມງານມະຫະກຳໜັງສື ປະຈຳປີ 2024

ມີ 40 ກວ່າຮ້ານ ເຂົ້າຮ່ວມງານມະຫະກຳໜັງສື ປະຈຳປີ 2024

ເປີດງານມະຫະກຳໜັງສື ຄັ້ງທີ IV ປະຈຳປີ 2024 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 27-31 ມີນາ 2024 ທີ່ມະຫາວິທະຍາໄລແຫ່ງຊາດ (ມ.​ຊ) ພາຍໃຕ້ຫົວຂໍ້: “ອ່ານປ່ຽນຊີວິດ” ເພື່ອສົ່ງເສີມວັດທະນະທຳການອ່ານ ໃຫ້ນັກອ່ານ ແລະ ນັກຂຽນມີຈໍານວນເພີ່ມຂຶ້ນ ແນໃສ່ເພີ່ມຊ່ອງທາງໃນການເຂົ້າເຖິງປຶ້ມອ່ານ ໃຫ້ເປັນສັງຄົມແຫ່ງການຮຽນຮູ້ຕະຫຼອດຊີວິດ ແລະ ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ໃຫ້ທຽບເທົ່າກັບສາກົນ, ທັງເປັນການສະເຫຼີມສະຫຼອງ ວັນກະວີໂລກ 21 ມີນາ ຄົບຮອບ 25 ປີ, ວັນແມ່ຍິງສາກົນ 8 ມີນາ ຄົບຮອບ 114 ປີ ແລະ ສ້າງຂະບວນການສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ 22 ມີນາ ຄົບຮອບ 69 ປີ.

ທ່ານ ສົມໄໝ ພົມມະຈັນ ຜູ້ອໍານວຍການສໍານັກພິມດີບຸກ ໄດ້ໃຫ້ຮູ້ວ່າ: ມະຫະກຳໜັງສື ຄັ້ງທີ IV ມີນັກຂຽນ, ສຳນັກພິມ, ໂຮງພິມ, ຮ້ານຂາຍປຶ້ມ, ສະມາຄົມ, ຫໍສະໝຸດ, ສະຖາບັນການສຶກສາ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນ ແລະ ຄະນະວິຊາຕ່າງໆ ໄດ້ນຳເອົາປື້ມຂອງຕົນມາວາງສະ ແດງ ແລະ ຈຳໜ່າຍ ມີທັງໝົດ 40 ກວ່າຮ້ານ. ງານມະຫະກໍາໜັງສືໃນຄັ້ງນີ້, ເພື່ອເປັນການຜັນຂະຫຍາຍແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງ ສປປ ລາວ ຮອດປີ 2025 ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃຫ້ບັນລຸຕາມເປົ້າໝາຍຕາມຍຸດທະສາດການອະນຸລັກ ແລະ ສົ່ງເສີມວັດທະນະທຳອັນດີງາມຂອງຊາດ ໃຫ້ທົ່ວປວງຊົນ ໃນວຽກງານສົ່ງເສີມການອ່ານໃຫ້ໄດ້ 2/3 ຂອງປະຊາກອນທັງໝົດພາຍໃນປີ 2025, ທັງເປັນເວທີວາງສະແດງ ແລະ ເປີດນໍາສະເໜີຜົນງານຂອງຕົນເອງໃຫ້ສັງຄົມໄດ້ຮັບຮູ້, ເປັນເວທີແລກປ່ຽນທັດສະນະດ້ານການຂີດຂຽນປະດິດແຕ່ງ, ສົ່ງເສີມໃຫ້ມີການປະດິດແຕ່ງ ແລະ ການພິມຈຳໜ່າຍໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມນີ້, ເປັນການເປີດໂອກາດ ໃຫ້ນັກ ຮຽນ-ນັກສຶກສາ ໄດ້ມີໂອກາດເຂົ້າເຖິງສື່ການຮຽນ ໂດຍສະເພາະແມ່ນບັນດາປຶ້ມທີ່ດີ ມີຄຸນນະພາບ ຕອບສະໜອງຄວາມຮູ້ໃນທຸກດ້ານຂອງຊີວິດ, ເປັນການດຶງດູດໃຫ້ຄົນຫັນມາອ່ານເພີ່ມຂຶ້ນ ແລະ ຫັນມາຮັກການອ່ານຫຼາຍຂຶ້ນ.

ພາຍໃນງານໃນຄັ້ງນີ້, ໄດ້ມີຫຼາຍກິດຈະກຳ ເປັນຕົ້ນ ການເສວະນາ, ບັນຍາຍ, ນໍາສະເໜີປຶ້ມໃໝ່, ອ່ານກະວີ, ລີວິວປຶ້ມ, ເດີນແບບປຶ້ມ, ແຂ່ງຂັນການເວົ້າ, ການວາງສະແດງຜົນງານ ແລະ ການຈຳໜ່າຍສື່ສິ່ງພິມຕ່າງໆ. ນອກນັ້ນ, ຍັງມີ ການສະແດງສິລະປະວັນນະຄະດີ, ໂຕ້ວາທີ, ກິດຈະກຳແຈກຂອງລາງວັນ, ຮັບບໍລິຈາກປຶ້ມ (ແລກປຶ້ມກັນອ່ານ), ຂາຍອາຫານ-ເຄື່ອງດື່ມ ແລະ ອື່ນໆ.

(ຂ່າວ-ຂ່າວ: ຍຸພິນທອງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments