Wednesday, May 15, 2024
Homeບຸນປະເພນີສະແດງຄອນເສີດໃນຂະບວນລົດໄຟ ລາວ-ຈີນ ຕ້ອນຮັບປີໃໝ່ຈີນ

ສະແດງຄອນເສີດໃນຂະບວນລົດໄຟ ລາວ-ຈີນ ຕ້ອນຮັບປີໃໝ່ຈີນ

ເມື່ອທ້າຍອາທິດຜ່ານມານີ້ ຢູ່ເທິງລົດໄຟ EMU ຂະບວນລ້ານຊ້າງ ຖ້ຽວ C82 ທີ່ເດີນທາງຈາກນະຄອນຫຼວງວຽງຈັນ ຫາ ແຂວງຫຼວງພະບາງ, ໄດ້ມີການຈັດສະແດງ ຄອນເສີດ ຕ້ອນຮັບປີໃໝ່ຈີນຢ່າງມີສີສັນ ຊຶ່ງໄດ້ຮັບການຕົບມືຊົມເຊີຍຈາກຜູ້ໂດຍສານທັງຕູ້ລົດໄຟ. ປີ 2024 ແມ່ນປີແລກປ່ຽນວັດທະນະທໍາ ລະຫວ່າງຈີນ-ອາຊຽນ, ແມ່ນປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ ຄົບຮອບ 63 ປີ ແລະ ການເປີດນໍາໃຊ້ລົດໄຟລາວ- ຈີນ ຄົບຮອບ 3 ປີ. ເນື່ອງໃນໂອກາດປີໃໝ່ຈີນທີ່ຈະມາເຖິງໃນມໍ່ໆນີ້, ບໍລິສັດທາງລົດໄຟລາວ-ຈີນ ຮ່ວມມືກັບສໍານັກງານວິທະຍຸໂທລະພາບເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ແລະ ສະຖານີໂທລະພາບແຂວງກວາງຊີ, ພ້ອມກັນຈັດຄອນເສີດຂະບວນລົດໄຟຄອນເສີດຕ້ອນຮັບປີໃໝ່ລົດໄຟ ລາວ-ຈີນ ປີ 2024 ແລະ ກິດຈະກໍາແລກປ່ຽນວັດທະນະທໍາຊາວໜຸ່ມ ໂດຍຖືເອົາລົດໄຟເປັນເວທີ, ເອົາສຽງເພງພົບປະກັບໝູ່ເພື່ອນເປັນດົນຕີ ເພື່ອຖ່າຍທອດມິດຕະພາບລະຫວ່າງຈີນ ກັບ ລາວ.

ໂຄງການລົດໄຟລາວ-ຈີນ ໄດ້ຮັບນາມມະຍົດ ເປັນໂຄງການທີ່ເປັນສັນຍາລັກແຫ່ງການຮ່ວມມືຂອງຂໍ້ລິເລີ່ມ ໜຶ່ງແລວທາງໜຶ່ງເສັ້ນທາງ ຢ່າງມີຄຸນນະພາບສູງ. ໃນຂະບວນລົດໄຟທີ່ຈັດຄອນເສີດມີຜູ້ໂດຍສານກຸ່ມໜຶ່ງທີ່ໄດ້ຮັບຄວາມສົນໃຈເປັນພິເສດ ຊຶ່ງພວກເຂົາກໍແມ່ນຄູ ແລະ ນັກຮຽນທີ່ມາຈາກໂຮງຮຽນປະຖົມມິດຕະພາບ ລາວ- ຈີນ ບ້ານໜອງປີງ ນະຄອນຫຼວງວຽງຈັນ. ປີ 2013 ກອງທຶນພັດທະນາສັນຕິພາບແຫ່ງປະເທດ ຈີນ ໄດ້ໃຫ້ທຶນຊ່ວຍເຫຼືອເພື່ອສ້າງອາຄານຮຽນເນື້ອທີ່ 800 ຕາແມັດ ໃນຂອບເຂດໂຮງຮຽນເກົ່າ. ຫົວໜ້າຂະບວນລົດໄຟຖ້ຽວ C82 ລົດໄຟ ລາວ- ຈີນ ໄດ້ກ່າວວ່າ: ນີ້ເປັນຄັ້ງທໍາອິດທີ່ຕົນເອງໄດ້ເຂົ້າຮ່ວມຄອນເສີດ ເທິງລົດໄຟ ແລະ ເປັນອັນແປກໃໝ່ຫຼາຍ.

ຫວັງວ່ານອກຈາກການບໍລິການຂອງພວກເຮົາແລ້ວ, ຍັງເຮັດໃຫ້ຜູ້ໂດຍສານໄດ້ຮັບຄວາມເບີກບານມ່ວນຊື່ນໃນລະຫວ່າງການເດີນທາງ. ຄອນເສີດຂະບວນລົດໄຟຕ້ອນຮັບປີ ໃໝ່, ຖືເອົາບົດເພງທີ່ມີຄວາມມ່ວນຊື່ນເປັນເອກະລັກໃຜລາວ, ຖືເອົາການເລົ່າເລື່ອງລາວທີ່ມີຄວາມສວຍງາມຮ່ວມກັນ, ພ້ອມກັນຂຽນບົດແຫ່ງເລື່ອງລາວມິດຕະພາບລາວ-ຈີນ. ກິດຈະກໍາດັ່ງກ່າວເປັນໜຶ່ງໃນກິດຈະກໍາຂະໜາດໃຫຍ່ໃນການແລກປ່ຽນວັດທະນະທໍາ ຊາວໜຸ່ມ ເພື່ອສົ່ງເສີມການແລກປ່ຽນວັດທະນະທໍາ ລະຫວ່າງຊາວໜຸ່ມ ຫົກປະເທດ. ໃນປີ 2023- 2024, ລາຍການດັ່ງກ່າວໄດ້ດໍາເນີນຢູ່ປະເທດຈີນ, ຫວຽດນາມ, ລາວ ແລະ ປະເທດອື່ນໆ ຊຶ່ງໄດ້ຮັບການຕອບຮັບຢ່າງອົບອຸ່ນຈາກບັນດາຜູ້ຮັບຊົມ, ໄດ້ກາຍເປັນເຄື່ອງໝາຍທາງວັດທະນະທໍາທີ່ເປັນເອກະລັກພິເສດ.

ຂ່າວ-ພາບ: ຢ່າຕົ່ງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments