Saturday, May 18, 2024
Homeຂ່າວພາຍໃນຫສນຍ ເຜີຍແຜ່ເອກະສານວຽກງານກວດກາ, ມູນເຊື້ອວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ

ຫສນຍ ເຜີຍແຜ່ເອກະສານວຽກງານກວດກາ, ມູນເຊື້ອວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ

ໃນຕອນເຊົ້າວັນທີ 19 ພຶດສະພາ 2023 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມ ເອກະສານວຽກງານກວດກາ, ມູນເຊື້ອວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ ໃຫ້ແກ່ສະມາຊິກພັກ-ພະນັກງານ ຫສນຍ, ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ອາດີດການນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວ ຫສນຍ ເຂົ້າຮ່ວມ.

ເນື້ອໃນທີ່ນຳມາເຜີຍແຜ່ເຊື່ອມຊືມ ໃນຄັ້ງນີ້ ປະກອບມີ: ບົດສະຫຼຸບຫຍໍ້ວຽກງານກວດກາ ທົ່ວປະເທດ ປະຈຳປີ 2022 ແລະ ທິດທາງແຜນການສູ້ຊົນ ປະຈຳປີ 2023 ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ; ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ຂອງ ຫສນຍ; ບົດໂອ້ລົມຂອງປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2022; ເອກະສານວັນກຳມະກອນສາກົນ ຄົບຮອບ 137 ປີ (1/5/1886 – 1/5/2023); ເອກະສານມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຄົບຮອບ 64 ປີ (18/5/1959-18/5/2023); ເອກະສານມູນເຊື້ອວັນວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນຳແນວລາວຮັກຊາດ ຄົບຮອບ 63 ປີ (24/5/1960-24/5/2023).

ເຊິ່ງຈຸດປະສົງ ຂອງການຈັດຕັ້ງເຜີຍແຜ່ເຊື່ອມຊືມໃນຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ທົ່ວ ຫສນຍ ມີຄວາມຮັບຮູ້ເຂົ້າໃຈ ຢ່າງຖືກຕ້ອງ ແລະ ເປັນເອກະພາບ ຕໍ່ເນື້ອໃນ ກໍ່ຄືເອກະສານ ທີ່ໄດ້ນຳມາເຜີຍແຜ່ເຊື່ອຊືມ ໃນຄັ້ງນີ້, ທັງສາມາດນຳໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານ ແລະ ການດຳລົງຊີວິດຕົວຈິງ ໃຫ້ເກີດດອກອອກຜົນ ເວົ້າສະເພາະ, ເວົ້າລວມ ເພື່ອຍົກສູງທັດສະນະຫຼັກໝັ້ນ, ຄຸນທາດການເມືອງຂອງສະມາຊິກພັກ-ພະນັກງານ ໃຫ້ສືບຕໍ່ມີຄວາມໜັກແໜ້ນ, ເຂັ້ມແຂງ, ສົ່ງເສີມດ້ານດີ, ແກ້ໄຂຈຸດອ່ອນ, ມີແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ, ມີຄວາມສາມັກຄີພາຍໃນເປັນເອກະພາບ, ເປັນກ້ອນກຳລັງແຮງ ປະກອບສ່ວນປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມັ່ງຄັ່ງເຂັ້ມແຂງ.

ພາຍຫຼັງສຳເລັດການເຜີຍແຜ່ເຊື່ອມຊືມ ບັນດາເອກະສານ ກໍ່ຄືເນື້ອໃນສຳຄັນຕ່າງໆດັ່ງກ່າວ, ກອງປະຊຸມ ຍັງໄດ້ຮັບກຽດ ຈາກທ່ານ ບຸນຕຽມ ພິດສະໄໝ, ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ມາເລົ່າປະສົບການຕົວຈິງ ເຊິ່ງເປັນການປະກອບສ່ວນເຂົ້າໃນການຫວນຄືນມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ແລະ ວັນວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນຳແນວລາວຮັກຊາດ ເຮັດໃຫ້ບັນຍາກາດຂອງການເຊື່ອມຊືມເອກະສານດັ່ງກ່າວ ເຂົ້າເຖິງຕົວຈິງກວ່າເກົ່າ.

ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ສະແດງຊົມເຊີຍ ຕໍ່ການເຂົ້າຮ່ວມ ແລະ ຕັ້ງໃຈຮັບຟັງການເຜີຍແຜ່ເຊື່ອມຊືມ ເຊິ່ງເຮັດໃຫ້ການດຳເນີນກອງປະຊຸມ ມີບັນຍາກາດຟົ້ນຟຶ້ນ ແລະ ສຳເລັດຕາມຄາດໝາຍທີ່ກຳນົດໄວ້. ພ້ອມກັນນັ້ນ ກໍ່ໄດ້ສັງລວມ ແລະ ເນັ້ນໜັກຄືນ ກ່ຽວກັບຄວາມສຳຄັນຂອງເອກະສານຕ່າງໆ ທີ່ໄດ້ນຳມາເຜີຍແຜ່ເຊື່ອມຊືມ ລວມທັງວຽກງານກວດກາທີ່ ຫສນຍ ໄດ້ສ້າງການຫັນປ່ຽນ ແລະ ຈັດຕັ້ງປະຕິບັດ ໃນຄັ້ງນີ້. ອັນສໍາຄັນ ທ່ານ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ສະມາຊິກພັກ-ພະນັກງານ ທົ່ວ ຫສນຍ ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ໃຫ້ພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມເປັນແບບຢ່າງອັນດີ ເພື່ອຍົກສູງຄຸນຄ່າ ແລະ ຄຸນນະພາບ ຂອງສະມາຊິກພັກ-ພະນັກງານ ກໍ່ຄືວຽກງານ ໃຫ້ສູງຂຶ້ນເປັນກ້າວໆ; ປັບປຸງແບບແຜນວິທີເຮັດວຽກ ແລະ ແບບແຜນການດຳລົງຊີວິດ ໃຫ້ມີວິທະຍາສາດ ແລະ ແທດຕົວຈິງ ກວ່າເກົ່າ; ພ້ອມກັນຕັດສີນໃຈ ສ້າງການຫັນປ່ຽນຢ່າງແຂງແຮງ ໃນ 3 ດ້ານ ຄື: (ຫັນປ່ຽນຈາກແນວຄິດລໍຖ້າ ໄປສູ່ຄວາມເປັນເຈົ້າການ ແລະ ປະດິດສ້າງ; ຫັນຈາກການເຮັດວຽກບໍ່ມີຈຸດສຸມ ບໍ່ມີແບບແຜນ ບໍ່ມີຄາດໝາຍ ໄປສູ່ວິທະຍາສາດ ທີ່ມີຈຸດສຸມ ມີແບບແຜນ ມີຄາດໝາຍ; ແລະ ຫັນຈາກກົນໄກທີ່ອືດອາດຊັກຊ້າ ຫຼາຍຂັ້ນຫຼາຍຂອດ ໄປສູ່ກົນໄກທີ່ໂລ່ງລ່ຽນ, ວ່ອງໄວ ແລະ ທັນການ) ເພື່ອຮັບປະກັນ ໃຫ້ແກ່ການບໍລິການຮັບໃຊ້ການນຳ ແລະ ປະຊາຊົນ ມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນສູງ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ກົມປະຊາສຳພັນ ຫສນຍ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments